ກອງປະຊຸມປຶກສາຫາລື ແລະ ການຮ່ວມມືດ້ານເສດຖະກິດ ແລະ ວິຊາການ ໄທ-ລາວ

ກອງປະຊຸມປຶກສາຫາລື ແລະ ການຮ່ວມມືດ້ານເສດຖະກິດ ແລະ ວິຊາການ ໄທ-ລາວ

ກອງປະຊຸມປຶກສາຫາລື ແລະ ການຮ່ວມມືດ້ານເສດຖະກິດ ແລະ ວິຊາການ ໄທ-ລາວ, ລະຫວ່າງ ຫໍການຄ້າ ແລະ ສະພາອຸດສາຫະກຳ ທ່ອງທ່ຽວ ແຂວງນ່ານ, ຣາຊອານາຈັກໄທ ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ, ແຂວງຫລວງພະບາງ ແລະ ແຂວງໄຊຍະບູລີ ຂອງ ລາວ ທີ່ໄດ້ຈັດຂື້ນລະຫວ່າງ ວັນທີ 6-8 ກໍລະກົດ 2022, ທີ່ ຈັງຫວັດ ນ່ານ, ຣາຊອານາຈັກໄທ

ໃນລະຫວ່າງວັນທີ 6-8 ກໍລະກົດ 2022, ທີ່ ແຂວງນ່ານ, ຣາຊອານາຈັກໄທ ນໍາໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ, ທ່ານປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຫຼວງພະບາງ ແລະ ທ່ານຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງໄຊຍະບູລີ, ເຊິ່ງມີຄະນະຈາກພາກລັດຈາກຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມເຊັ່ນ: ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກການຕ່າງປະເທດ, ກຸ່ມ ແລະ ສະມາຄົມ ຈາກ ແຂວງອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ ທັງຫມົດຈຳນວນ 38 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການສົ່ງເສີມ ແລະ ເສີມຂະຫຍາຍສາຍພົວພັນລະຫວ່າງໄທ-ລາວ, ລາວ-ໄທ ໃຫ້ມີຄວາມໃກ້ຊິດສະໜິດສະໜົມກັນໃຫ້ຫລາຍຂື້ນ. ເພື່ອການຂະຫຍາຍໂຕ ແລະ ພັດທະນາເສດຖະກິດແບບຍືນຍົງ ເຊິ່ງປຶກສາຫາລືບັນຫາຕ່າງໆໃນທຸກຂົງເຂດກັບ ສະພາການຄ້າ ແລະ ອຸດສາຫະກຳ ທັງ 3 ແຂວງຂອງລາວ (ແຂວງອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ) ທີ່ຕິດພັນກັບ ແຂວງນ່ານ ເຊັ່ນ: ຂະແໜງກະສິກຳສ້າງອາຊີບທີ່ມີລາຍຮັບໝັ້ນຄົງພາຍໃຕ້ຂໍ້ຄິດ ປະຊາຊົນມີຊີວິດການເປັນຢູ່ທີ່ມີຄຸນນະພາບ, ການສຶກສາ, ການແລກປ່ຽນແຮງງານ, ການຜະລິດນໍາໄປສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດຢ່າງສົມບູນ, ເຊື່ອມຕໍ່ການຄ້າຢູ່ເຂດພາກເໜືອ, ສະຫນັບສະຫນູນຜະລິດຕະພັນທ້ອງຖິ່ນ, ການທ່ອງທ່ຽວ ແລະ ການຄ້າຊາຍແດນ, ແຜ່ນແພ ແລະ ອື່ນໆ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໂດຍສະເພາະໃນສະຖານະການໂຄວິດ 19 ໃນໄລຍຜ່ານມາທີ່ສາຍພົວພັນຂອງທັງສອງພັກ-ລັດ ແລະ ນັກທຸລະກິດໄດ້ຢຸດສະງັດຊົ່ວຄາວ ເນື່ອງຈາກໄດ້ມີການປິດປະເທດ ເພື່ອປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ 19.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword