ກອງປະຊຸມໃຫ່ຍ ຄັ້ງທີ VIII ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ກອງປະຊຸມໃຫ່ຍ ຄັ້ງທີ VIII ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຕົນ ເພື່ອສະຫຼຸບການເຄື່ອນໄຫວວຽກງານຂອງຂອງຄະນະບໍລິຫານງານ ສຄອຊ ຊຸດທີ VII ພ້ອມກໍານົດແຜນຍຸດທະສາດການພັດທະນາພາກທຸລະກິດ 5 ປີຕໍ່ໜ້າ ແລະ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່.

ໃນວັນທີ 25 ກັນຍາ 2020 ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ມີການຈັດກອງປະຊຸມໃຫຍ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຄັ້ງທີ VIII ໂດຍການເປັນປະທານຂອງທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ມີ ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານກິດຕິມະສັກ ສຄອຊ ແລະ ທ່ານ ສູນທອນ ພົມມະຈັກ ປະທານທີ່ປຶກສາ ສຄອຊ ພ້ອມດ້ວຍສະມາຊິກ ສຄອຊ, ສຄອ ແຂວງ, ຈາກພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ.

ທ່ານ ອຸເດດ ສຸວັນນະວົງ ໄດ້ລາຍງານການເຄື່ອນໄຫວຂອງວຽກງານ ສຄອຊ ໄລຍະ 3 ປີ (2017-2019) ຜ່ານມາ ແລະ ນໍາສະເໜີແຜນຍຸດຍຸດທະນສາດການພັດທະນາພາກທຸລະກິດ 2021-2025 ວ່າ: ນັບແຕ່ປີ 2017 ເປັນຕົ້ນມາ ຄະນະບໍລິຫານງານ ສອຄຊ ຊຸດທີ VII ໄດ້ສຸມໃສ່ສ້າງແຜນຍຸດທະສາດພັດທະນາພາກທຸລະກິດໃນປະເທດລາວເປັນຕົ້ນແມ່ນ ການວາງແຜນຈັດຕັ້ງປະຕິບັດວຽກງານຂອງ ສຄອຊ ເປົ້າໝາຍໄລຍະຍາວເຊັ່ນ: “ເສີມສ້າງຄວາມເຂັ້ມແຂງຂອງທຸລະກິດໃນລາວ ເພື່ອພັດທະນາເສດຖະກິດແຫ່ງຊາດຕາມທິດພັດທະນາສີຂຽວ ແລະ ຍືນຍົງ”.

ຍຸດທະສາດການພັດທະນາ ໄດ້ມີ 4 ເສົາເຄົ້າຄື: 1) ເສີມສ້າງແວດລ້ອມທຸລະກິດໃຫ້ດີຂຶ້ນ, 2) ພັດທະນາສົ່ງເສີມທຸລະກິດຂະໜາດນ້ອຍ ຂະໜາດກາງ (SME), 3) ພັດທະນາສົ່ງເສີມຜະລິດຕະພັນລາວ (Made in Laos) ແລະ 4) ສ້າງຂໍ້ມູນທຸລະກິດ. ພ້ອມກັນນັ້ນ, ຍັງມີ 6 ເປົ້າໝາຍຄື: ເສີມສ້າງແວດລ້ອມການດຳເນີນທຸລະກິດໃຫ້ດີຂຶ້ນ ໂດຍນຳໃຊ້ເວທີກອງປະຊຸມທຸລະກິດລາວ ແລະ ເວທີປຶກສາຫາລືພາກລັດ, ພາກທຸລະກິດອື່ນໆ, ເສີມສ້າງຄວາມເຂັ້ມແຂງຂອງທຸລະກິດລາວ ໂດຍສະເພາະຂອງທຸລະກິດ SME ໂດຍພັດທະນາສູນບໍລິການ SME, ພ້ອມທັງຂະຫຍາຍຖານການຜະລິດທຸລະກິດທີ່ຖືກຕ້ອງຕາມລະບຽບກົດໝາຍໃຫ້ຫຼາຍຂຶ້ນກວ່າເກົ່າ, ພັດທະນາສົ່ງເສີມຜະລິດຕະພັນລາວຫຍີ່ຫໍ້ລາວ ເພື່ອການສົ່ງອອກ ແລະ ຕະຫຼາດພາຍໃນ, ສ້າງຖານຂໍ້ມູນຂອງພາກທຸລະກິດ ເຊື່ອມໂຍງທຸລະກິດລາວ ເຂົ້າສູ່ເສດຖະກິດພາກພື້ນປະຊາຄົມອາຊຽນ ກໍ່ຄືໃນໂລກ ແລະ ປັບປຸງລະບົບການຈັດຕັ້ງສົ່ງເສີມການບໍລິການຂອງ ສຄອຊ, ສຄອ ແຂວງ ແລະ ສະມາຄົມທຸລະກິດ ແລະ ອື່ນໆ.

ພ້ອມດຽວກັນນີ້ ວຽກງານການປັບປຸງສະພາບແວດລ້ອມການດຳເນີນທຸລະກິດກໍ່ໄດ້ຮັບການແກ້ໄຂໂດຍພື້ນຖານ, ກອງປະຊຸມທຸລະກິດລາວໄດ້ສໍາເລັດ 3 ຄັ້ງ ແຕ່ຄັ້ງທີ 10 ຈົນຮອດ ຄັ້ງທີ 12 ປີ 2019 ເຊິ່ງ ໄດ້ມີການສະເໜີແກ້ໄຂບັນຫາບູລິມະສິດທັງໝົດຈໍານວນ 55 ບັນຫາ, ມີຈຳນວນ 12 ບັນຫາໄດ້ຖືກແກ້ໄຂ ແລະ ຍັງມີ 43 ບັນຫາທີ່ຍັງສືບຕໍ່ແກ້ໄຂ. ໃນໄລຍະດັ່ງກ່າວຍັງໄດ້ມີການປັບປຸງກົນໄກ ແລະ ລະບົບວິທີເຮັດວຽກຂອງກອງເລຂາກອງປະຊຸມທຸລະກິດລາວ ໃຫ້ມີປະສິດທິຜົນຂຶ້ນຫຼາຍກວ່າເກົ່າ ແລະ ວຽກງານດ້ານອື່ນໆກໍ່ໄດ້ຮັບຜົນສຳເລັດຕາມລຳດັບ.

ທ່ານ ອຸເດດ ສຸວັນນະວົງ ກ່າວຕື່ມວ່າ: ສຳລັບແຜນຍຸດທະສາດການພັດທະນາພາກທຸລະກິດໃນປີ 2021-2025, ສຄອຊ ໄດ້ກຳນົດເອົາ 6 ເສົາຄໍ້າຄື: 1) ການພົບປະລະຫວ່າງລັດ-ທຸລະກິດ ເພື່ອປັບປຸງແວດລ້ອມການດໍາເນີນທຸລະກິດ; 2) ການພັດທະນາສົ່ງເສີມທຸລະກິດ SME ໂດຍຜ່ານສູນບໍລິການ SME; 3) ການສົ່ງເສີມຕະຫຼາດຜະລິດຕະພັນລາວ; 4) ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ການສົ່ງເສີມການລົງທຶນທີ່ຍືນຍົງ; 5) ພັດທະນາຜູ້ປະກອບການ ແລະ ກິດຈະກໍາຜູ້ໃຊ້ແຮງງານ ແລະ 6) ສ້າງຂໍ້ມູນຂ່າວສານ ການພົວພັນມວນຊົນ ແລະ ການບໍລິການໃຫ້ແກ່ສະມາຊິກ.

ນອກຈາກນີ້, ໃນກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານ ໄລຍະ 3 ປີຜ່ານມາ. ພ້ອມທັງໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່ 37 ທ່ານ. ໃນນັ້ນ, ທ່ານ ອຸເດດ ສຸວັນນະວົງ ເປັນປະທານ, ພ້ອມຮອງປະທານ 12 ທ່ານຄື: ທ່ານ ດາວວອນ ພະຈັນທະວົງ ຮອງປະທານ, ທ່ານ ທະນົງສິນ ກັນລະຍາ ຮອງປະທານ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ, ທ່ານ ນາງ ປອ.ວາລີ ເວດສະພົງ ຮອງປະທານ, ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ, ທ່ານ ວັນທອງ ສິດທິກຸນ ຮອງປະທານ, ທ່ານ ຈັນທະບູນ ສຸກອາລຸນ ຮອງປະທານ, ທ່ານ ພູຂົງ ຈັນທະຈັກ ຮອງປະທານ, ທ່ານ ປອ. ໄຊບັນດິດ ຣາຊະພົນ ຮອງປະທານ, ທ່ານ ຈັນທອນ ສິດທິໄຊ ຮອງປະທານ, ທ່ານ ປອ. ຄຳແສນ ສີສະວົງ ຮອງປະທານ, ທ່ານ ສັງຄົມ ຈັນສຸກ ຮອງປະທານ(ປະທານ ສຄອ ນະຄອນຫຼວງວຽງຈັນ), ທ່ານ ອະນຸສິນ ພົນເສນາ ປະທານກວດກາ ແລະ ທ່ານ ຄຳຫລ້າ ພົມມະວັນ ເປັນຮອງປະທານກວດກາ.

##ຂ່າວເສດຖະກິດການຄ້າ

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword