ສຄອຊ ໃນນາມປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ໄດ້ກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 ໃນວັນທີ 8-11 ຕຸລາ 2024 ນີ້

ສຄອຊ ໃນນາມປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ໄດ້ກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 ໃນວັນທີ 8-11 ຕຸລາ 2024 ນີ້

ພິທີຖະແຫລງຂ່າວ ງານກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024ໃນວັນທີ 20 ກັນຍາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນນາມປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ໄດ້ກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024, ເຊິ່ງໃນປີນີ້ແມ່ນຮອບມຸນວຽນການເປັນ ປະທານອາຊຽນ ຂອງ ພາກລັດຖະບານ, ພ້ອມດຽວກັນນີ້ພາກທຸລະກິດເຮົາກໍຖືກຮອບມຸນວຽນການເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 (ASEAN Business and Investment Summit 2024)
ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 ດັ່ງກ່າວນີ້ ແມ່ນຈະໄດ້ຈັດຂື້ນຢ່າງເປັນທາງການໃນລະຫວ່າງວັນທີ 8-11 ຕຸລາ 2024, ທີ່ ໂຮງແຮມເເລນມາກ, ນະຄອນຫຼວງວຽງຈັນ ຄຽງຄູ່ກັບການເປັນປະເທດເຈົ້າພາບໃນການຈັດກອງປະຊຸມສຸດຍອດອາຊຽນຂອງພາກລັດຖະບານ. ກອງປະຊຸມທຸລະກິດ ແລະ ການລົງທຶນອາຊຽນໃນປີນີ້ແມ່ນສຸມໃສ່ ປຶກສາຫາລື ໃນ 6 ຂະແຫນງ ບູລິມະສິດຄື:
• ການຫັນເປັນດິຈິຕອລ
• ການພັດທະນາເເບບຍືນຍົງ
• ການຟື້ນຟູດ້ານຂະແຫນງການສາທາລະນະສຸກ
• ການຄ້ຳປະກັນສະບຽງອາຫານ
• ການເອື້ອອຳນວຍຄວາມສະດວກດ້ານການຄ້າ-ການລົງທຶນ
• ການເຊື່ອມໂຍງເຊື່ອຈອດ ແລະ ຕ່ອງໂຊການສະຫນອງຕ່າງໆ
ນອກຈາກນີ້, ຍັງຈະມີ 04 ກອງປະຊຸມປິ່ນແລະ ງານມອບລາງວັນທຸລະກິດອາຊຽນດີເດັ່ນ 2024 ເຊັ່ນ: ກອງປະຊຸມນັກທຸລະກິດໜຸ່ມອາຊຽນ, ກອງປະຊຸມແມ່ຍິງຜູ້ປະກອບການອາຊຽນ, ກອງປະຊຸມການລົງທຶນອາຊຽນ ແລະ ກອງປະຊຸມນາໆຊາດດ້ານການຂົນສົ່ງ.
ກອງປະຊຸມດັ່ງກ່າວນີ້ໃຫ້ກ່ຽວເຂົ້າຮ່ວມ ໂດຍການນໍາຂັ້ນສູງຂອງທັງພາກລັດ ແລະ ພາກທຸລະກິດ ຂອງ ສປປ ລາວ, ຂອງອາຊຽນ ແລະ ຂອງພາກພື້ນຕ່າງໆ ເປັນຕົ້ນແມ່ນການເຂົ້າຮ່ວມຂອງ:
• ພະນະທ່ານນາຍົກລັດຖະມົນຕີ ຂອງ ສປປ ລາວ
• ທ່ານເລຂາທິການໃຫຍ່ອາຊຽນ
• ທ່ານລັດຖະມົນຕີກະຊວງການຕ່າງປະເທດອາຊຽນກໍຄື ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຂອງລາວເຮົາ
• ທ່ານ ປະທານ World Eclonomic Forum
• ທ່ານ ປະທານ FIFA
• ທ່ານລັດຖະມົນຕີເສດຖະກິດອາຊຽນ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຂອງລາວເຮົາ
• ແລະ ມີການນໍາຂອງພາກທຸລະກິດ ຈາກ ອາຊຽນ, ອາຊຽນ ບວກ ຄູ່ເຈລະຈາ, ເປັນຕົ້ນແມ່ນ, ສປ ຈິນ, ອິນເດຍ, ຢີປຸ່ນ, ອົດສະເຕເລຍ, ອັງກິດ, ອີຢູ,ອາເມລິການ ແລະ ອື່ນໆ.
ພ້ອມດຽວກັນນີ້ ກໍ່ຍັງໄດ້ເຊື້ອເຊີນເອົາຜູ້ນໍາຂອງໂລກ, ອົງການຈັດຕັ້ງສາກົນຕ່າງໆ ແລະ ຜູ້ບໍລິຫານລະດັບສູງຈາກບໍລິສັດຫຼາກຫຼາຍປະເທດ ແລະ ພາກພື້ນມາຮ່ວມພາຍໃນງານ ແລະ ຈະໄດ້ກ່າວປະກອບຄຳເຫັນໃນວາລະສຳຄັນຕ່າງໆບໍ່ວ່າຈະເປັນການຮ່ວມມືລະຫວ່າງປະເທດ, ການຊຸກຍູ້ສົ່ງເສີມພາກທຸລະກິດດ້ານການຄ້າ, ການລົງທຶນ ແລະ ກອບການຮ່ວມມືລະຫວ່າງອາຊຽນ ແລະ ປະເທດໃນໂລກເຊິ່ງໄດ້ຮັບການຢືນຢັນເຂົ້າຮ່ວມຂອງການນຳທີ່ຈະເຂົ້າງານຂອງພວກເຮົາເຊັ່ນ:
• ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ
• ພະນະທ່ານນຍົກລັດຖະມົນຕີ ສສ. ຫວຽດນາມ
• ພະນະທ່ານນາຍົກລັດຖະມົນຕີ ນີວຊີເເລນ
• ພະນະທ່ານນາຍົກລັດຖະມົນຕີ ສິງກະໂປ
• ຮອງນາຍົກລັດຖະມົນຕີສະຫະພັນລັດເຊຍ
• ແລະ ຍັງຈະມີຜູ້ນຳຈາກປະເທດຕ່າງໆ ທີ່ກຳລັງຕິດຕາມຢືນຢັນການເຂົ້າຮ່ວມເພີ້ມຕື່ມ.
ນອກຈາກຄະນະການນຳຈາກພາກລັດທີ່ເຂົ້າຮ່ວມພາຍໃນງານເເລ້ວຍັງມີຜູ້ບໍລິຫານລະດັບສູງຈາກພາກລທຸລະກິດ, ອົງການຈັດຕັ້ງສາກົນ, ອົງກອນຕ່າງໆທັງໃນພາກພື້ນ ແລະ ໃນໂລກເຂົ້າຮ່ວມເປັນຜູ້ບັນຍາຍໃນເເຕ່ລະຫົວຕ່າງໆ, ເຊິ່ງເຂົ້າເຊັ່ນ:
• ປະທານອົງການສະພາເສດຖະກິດໂລກ (World Economic Forum)
• ຜູ້ຈັດການໃຫຍ່ປະຈໍາພາກພຶ້ນອາຊີຕາເວັນອອກສຽງໃຕ້ ບໍລິສັດ ຕິກຕ໋ອກ
• ປະທານ ແລະ ຄະນະ ຂອງສະພາການຄ້າຂອງອາຊຽນ, ສະພາການຄ້າປະເທດຄູ່ເຈລະຈາອາຊຽນ ແລະ ປະເທດຕ່າງໆໃນໂລກ
• ນອກຈາກນັ້ນກໍ່ຍັງມີຕາງຫນ້າຈາກອົງການຈັດຕັ້ງສາກົນ
• ແລະ ບັນດານັກທຸລະກິດຊັ້ນນໍາຈາກບັນດາປະເທດຕ່າງໆໃນອາຊຽນ ແລະ ພາກພື້ນເຂົ້າຮ່ວມຫຼາຍກວ່າ-500 ຄົນ
ຜູ້ທີ່ສົນໃຈເຂົ້າຮ່ວມກອງປະຊຸມ ສາມາດລົງທະບຽນຜ່ານເວັບໄຊ https://aseanbaclaos.la/payment ຫຼື ຕິດຕໍ່ກອງເລຂາທີ່ເບີ 02052562729, 02094443513, 02059535392, 02059557878 ຫຼື ອີເມລ abis.info@aseanbaclaos.la
ການຈັດກອງປະຊຸມຄັ້ງນີ້ ຖືເປັນໂອກາດອັນດີສຳລັບ ສປປ ລາວ ໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

Related Posts

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ, ໃນວັນທີ່ 14 ກຸພາ 2025, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 12 ກຸມພາ 2025.…Read more
ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ ທຽບໃສ່ ປິຜ່ານມາ…Read more

Enter your keyword