ພິທີປະກາດສ້າງຕັ້ງ ແລະ ການແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາເມືອງສີງ

ພິທີປະກາດສ້າງຕັ້ງ ແລະ ການແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາເມືອງສີງ

ພິທີປະກາດສ້າງຕັ້ງ ແລະ ການແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກໍາເມືອງສີງ ໃນຕອນເຊົ້າຂອງວັນທີ 10 ຕຸລາ 2023, ທີ່ ສະໂມສອນຫຼັງເກົ່າຂອງເມືອງສີງ

ເປັນກຽດເຂົ້າຮ່ວມຂອງທ່ານ ປອ ຈັນພິພັກ ກອງຈໍາປາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆສີງ, ທ່ານ ສັງຄົມ ຈັນສຸກ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ປະທານສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງວຽງຈັນ, ທ່ານ ບຸນສົງ ແກ້ວມະນີ້ວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງຫຼວງນໍ້າທາ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ ແລະ ນັກທຸລະກິດພາຍໃນເມືອງສີງເຂົ້າຮ່ວມພາຍໃນງານ
ໃນພິທີທ່ານ ພຸດທະສອນ ພົມວິໄລ ຮອງເລຂາທິການສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີວ່ວດ້ວຍການຈັດຕັ້ງ ແລະ ການເຄືອນໄຫວຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເຊີງປະກອບມີ 8 ໝວດຄື: ບົດບັນທົ່ວໄປ,ໜ້າທີ ແລະ ຂອບເຂດສີດ ຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ໂຄງປະກອບການຈັດຕັ້ງຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະມາຊິກຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ກອງປະຊຸມຂອງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ການເງີນ, ສະມາຄົມເສດຖະກິດ ກຸ່ມທຸລະກີດ ແລະ ສະພາການຄ້າ ແລະ ອຸດສາຫະກໍາຕ່າງປະເທດ ທີ່ຕັ້ງຢູ່ ຊປປ ລາວ, ບົດບັນຍັດສຸດທ້າຍ
ພ້ອມນີ້ຍັງໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ວ່າດ້ວຍການອະນຸມັດສ້າງຕັ້ງ ສະພາການຄ້າ ແລະ ອຸດສາຫະກໍາເມືອງສີງ ແລະ ຂໍ້ຕົກລົງວ່າການແຕ່ງຕັ້ງ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສະຫະກໍາເມືອງສີງແຂວງຫຼວງນໍ້າທາ ເຊີງແຕ່ງຕັ້ງ ທ່ານ ຄໍາດີ ລຸໂກກວາງ ຫົວໜ້າທຸລະກິດ ບໍລິສັດຜະລິດຢາງແຜ່ນ ນໍາເຂົ້າ-ສົ່ງອອກ ຈໍາກັດ ເປັນປະທານ ປະກອບຮອງ 3 ທ່ານ ແລະ ຄະນະອີກ 6 ທ່ານ ເພືອຊີ້ນໍາໆພາວຽກງານ ສະພາການຄ້າ ແລະ ອຸດສາຫະກໍາເມືອງສີງ ໃຫ້ມີການພັດທະນາຂື້ນໄປເລືອຍໆ
ໂອກາດດັ່ງກ່າວທ່ານ ປອ ຈັນພິພັກ ກອງຈໍາປາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆສີງ ແລະ ທ່ານ ສັງຄົມ ຈັນສຸກ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ປະທານສະພາການຄ້າ ແລະ ອຸດສາຫະກໍານະຄອນຫຼວງວຽງຈັນ, ໄດ້ໃຫ້ກຽດໂອລົມ ກ່ອນອືນທັງສອງທ່ານ ໄດ້ສະແດງຄໍາຍ້ອງຍໍ້ຊົມເຊີຍຕໍຄະນະຮັບພິຊອບທີໄດ້ເອົາໃຈໃສ່ກະກຽມຄວາມພ້ອມໃນການປະກາດສ້າງຕັ້ງ ແລະ ການແຕ່ງຕັ້ງຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກໍາເມືອງສີງ ໃນຄັ້ງນີ້ພ້ອມທັງເໜັນໜັກໃຫ້ຜູ້ທີຖືກແຕ່ງຕັ້ງເປັນ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກໍາເມືອງສີງ ຈົ່ງຖືເອົາວຽກງານການເມືອງແນວຄິດເປັນບັນຫາທີສໍາຄັນມີແບບແຜ່ນວິທີການເຮັດວຽກເຮັດວຽກເປັນໝູ່ຄະນະຕ້ອງມີຄວາມສະມັກຄີມີຄວາມເສຍສະລະສູງ ທ່ານຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ໃນການສືກສາຄົ້ນຄວ້າລະບຽບກົດໝາຍ ແລະ ນິຕິກໍາຕ່າງໆເພືອນໍາໄປຕັ້ງປະຕິບັດເຂົ້າໃນວຽກງານໂຕຈີງ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມນັກທຸລະກິດຕ່າງໆ ພາຍໃນເມືອງສີງໃຫ້ໄດ້ຜົນດີຕາມລະດັບຄາດໝາຍທີວາງໄວ້ເຮັດໃຫ້ເມືອງສີງມີຄວາມສີວິໄລຮຸ່ງເຮືອງຂື້ນໄປເລື່ອຍໆ

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword