ພິທີມອບຮັບ ການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ
ພິທີມອບຮັບ ການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ ໃນວັນທີ 11 ຕຸລາ 2024 ທີ່ ໂຮງແຮມແລນມາກ
ທ່ານ ອຸເດດ ສຸວັນນະວົງ,
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມທັງເປັນ ປະທານສະພາທີ່ປຶກສາທຸລະກິດອາຊຽນລາວ ໃນນາມ ປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ໄດ້ໃຫ້ກຽດມອບ-ຮັບທຸງ ໃຫ້ແກ່ທ່ານ Tan Sri Nazir Razak, ປະທານສະພາທີ່ປຶກສາທຸລະກິດອາຊຽນ ປະເທດ ມາເລເຊຍ ທີ່ຈະປະຕິບັດຫນ້າທີ່ຕໍ່ໃນການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ 2025.


ໃນໄລຍະການດຳເນີນກອງປະຊຸມດັ່ງກ່າວໄດ້ເຊື້ອເຊີນນຳເອົາຜູ້ນຳຂອງໂລກ, ອົງການຈັດຕັ້ງສາກົນຕ່າງໆ ແລະ ຜູ້ບໍລິຫານລະດັບສູງຈາກຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດມາຮ່ວມພາຍໃນງານ ເພື່ອຮ່ວມປຶກສາຫາລື ແລະ ແລກປ່ຽນທາງດ້ານຂໍູ້ມນຂ່າວສານ ເສດຖະກິດ-ການຄ້າ, ການລົງທຶນ, ເຊິ່ງກອງປະຊຸມດັ່ງກ່າວແມ່ນກອງປະຊຸມປະຈໍາປີອັນດັບໜຶ່ງຂອງອາຊີຕາເວັນອອກສ່ຽງໃຕ້ ທີ່ ເປັນເວທີທີ່ເຕົ້າໂຮມປະມຸກລັດ, ນາຍົກລັດຖະມົນຕີ, ປະເທດຄູ່ເຈລະຈາອາຊຽນ, ອົງກອນ INGO ພ້ອມທັງພາກທຸລະກິດໃນພາກພື້ນ ແລະ ທົ່ວໂລກ.
ຫົວຂໍ້ການສົນທະນາທີ່ຫນ້າສົນໃຈ ແລະ ການປຶກສາຫາຕ່າງໆໃນໄລຍະ 4 ວັນຂອງການຈັດກອງປະຊຸມປະກອບດ້ວຍຫົວຫລາຍຫົວຂໍ້ຫນ້າສົນໃຈດັ່ງນີ້:
• ຈຸດຢືນຂອງອາຊຽນຕໍ່ກັບເສດຖະກິດພາກພື້ນ ແລະ ພູມສາດການເມືອງ ເສດຖະກິດໂລກ
• ຈາກອາຊຽນເຖິງອາຊຽນ: ເພີ່ມທະວີການຄ້າ ແລະ ການລົງທຶນພາຍໃນພາກພື້ນ
• ການເຊື່ອມຕໍ່ອາຊຽນ – ເພີ່ມທະວີຄວາມເຂັ້ມແຂງການເຊື່ອມໂຍງເຊື່ອມຈອດ ແລະ ການສະໜອງຕ່ອງໂສ້ໃນຂົງເຂດຊາຍແດນ
• ການຫັນເປັນດິຈິຕອລຂອງອາຊຽນ
• ການຫັນເປັນພະລັງງານອາຊຽນ
• ຄວາມໝັ້ນຄົງດ້ານສະບຽງອາຫານອາຊຽນ
• ຍົກລະດັບການຮ່ວມມືອາຊຽນ-ຈີນ ພາຍໃຕ້ກອບສັນຍາການຮ່ວມມື FTA ແລະ RCEP
• ຕະຫຼາດທີ່ເປັນທ່າແຮງຂອງອາຊຽນ ແລະ ການເຊື່ອມໂຍງເສດຖະກິດຮ່ວມກັບ ພາກພື້ນຢູເອເຊຍ:
• ຕະຫຼາດທີ່ເປັນທ່າແຮງຂອງອາຊຽນ ແລະ ການເຊື່ອມໂຍງເສດຖະກິດອາຊຽນ-ອິນເດຍ ແລະ ພາກພື້ນອາຊີໃຕ້
• ການຈັດຕັ້ງປະຕິບັດທັດສະນະຂອງອາຊຽນຕໍ່ກັບອິນໂດປາຊີຟິກໃນຂະແຫນງການຕ່າງໆ

– ນາຍົກລັດຖະມົນຕີແຫ່ງສປປລາວ
– ປະທານປະເທດຟີລິບປິນ
– ນາຍົກລັດຖະມົນຕີ ສສ. ຫວຽດນາມ
– ປະທານສະພາແຫ່ງສະຫະພາບເອີຣົບ
– ນາຍົກລັດຖະມົນຕີ ນີວຊີເເລນ
– ນາຍົກລັດຖະມົນຕີ ການາດາ
– ຮອງປະທານປະເທດອິນໂດເນເຊຍ