ພິທີມອບຮັບ ການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ

ພິທີມອບຮັບ ການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ

ພິທີມອບຮັບ ການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ ໃນວັນທີ 11 ຕຸລາ 2024 ທີ່ ໂຮງແຮມແລນມາກ
ທ່ານ ອຸເດດ ສຸວັນນະວົງ,

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມທັງເປັນ ປະທານສະພາທີ່ປຶກສາທຸລະກິດອາຊຽນລາວ ໃນນາມ ປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ໄດ້ໃຫ້ກຽດມອບ-ຮັບທຸງ ໃຫ້ແກ່ທ່ານ Tan Sri Nazir Razak, ປະທານສະພາທີ່ປຶກສາທຸລະກິດອາຊຽນ ປະເທດ ມາເລເຊຍ ທີ່ຈະປະຕິບັດຫນ້າທີ່ຕໍ່ໃນການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ 2025.
ການມອບ-ຮັບການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນແມ່ນໄດ້ຈັດຂື້ນໃນມື້ສຸດທ້າຍຂອງກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024, ເຊິ່ງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນການມອບໃນຄັ້ງນີ້ໂດຍ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຂອງ ສປປລາວ.
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໃນນາມການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ໄດ້ຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຂື້ນເປັນເວລາ 4 ວັນ, ເຊິ່ງນັບເເຕ່ວັນທີ 8-11 ຕຸລາ 2024, ທີ່ ໂຮງແຮມເເລນມາກ,
ໃນໄລຍະການດຳເນີນກອງປະຊຸມດັ່ງກ່າວໄດ້ເຊື້ອເຊີນນຳເອົາຜູ້ນຳຂອງໂລກ, ອົງການຈັດຕັ້ງສາກົນຕ່າງໆ ແລະ ຜູ້ບໍລິຫານລະດັບສູງຈາກຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດມາຮ່ວມພາຍໃນງານ ເພື່ອຮ່ວມປຶກສາຫາລື ແລະ ແລກປ່ຽນທາງດ້ານຂໍູ້ມນຂ່າວສານ ເສດຖະກິດ-ການຄ້າ, ການລົງທຶນ, ເຊິ່ງກອງປະຊຸມດັ່ງກ່າວແມ່ນກອງປະຊຸມປະຈໍາປີອັນດັບໜຶ່ງຂອງອາຊີຕາເວັນອອກສ່ຽງໃຕ້ ທີ່ ເປັນເວທີທີ່ເຕົ້າໂຮມປະມຸກລັດ, ນາຍົກລັດຖະມົນຕີ, ປະເທດຄູ່ເຈລະຈາອາຊຽນ, ອົງກອນ INGO ພ້ອມທັງພາກທຸລະກິດໃນພາກພື້ນ ແລະ ທົ່ວໂລກ.
ຫົວຂໍ້ການສົນທະນາທີ່ຫນ້າສົນໃຈ ແລະ ການປຶກສາຫາຕ່າງໆໃນໄລຍະ 4 ວັນຂອງການຈັດກອງປະຊຸມປະກອບດ້ວຍຫົວຫລາຍຫົວຂໍ້ຫນ້າສົນໃຈດັ່ງນີ້:
• ຈຸດຢືນຂອງອາຊຽນຕໍ່ກັບເສດຖະກິດພາກພື້ນ ແລະ ພູມສາດການເມືອງ ເສດຖະກິດໂລກ
• ຈາກອາຊຽນເຖິງອາຊຽນ: ເພີ່ມທະວີການຄ້າ ແລະ ການລົງທຶນພາຍໃນພາກພື້ນ
• ການເຊື່ອມຕໍ່ອາຊຽນ – ເພີ່ມທະວີຄວາມເຂັ້ມແຂງການເຊື່ອມໂຍງເຊື່ອມຈອດ ແລະ ການສະໜອງຕ່ອງໂສ້ໃນຂົງເຂດຊາຍແດນ
• ການຫັນເປັນດິຈິຕອລຂອງອາຊຽນ
• ການຫັນເປັນພະລັງງານອາຊຽນ
• ຄວາມໝັ້ນຄົງດ້ານສະບຽງອາຫານອາຊຽນ
• ຍົກລະດັບການຮ່ວມມືອາຊຽນ-ຈີນ ພາຍໃຕ້ກອບສັນຍາການຮ່ວມມື FTA ແລະ RCEP
• ຕະຫຼາດທີ່ເປັນທ່າແຮງຂອງອາຊຽນ ແລະ ການເຊື່ອມໂຍງເສດຖະກິດຮ່ວມກັບ ພາກພື້ນຢູເອເຊຍ:
• ຕະຫຼາດທີ່ເປັນທ່າແຮງຂອງອາຊຽນ ແລະ ການເຊື່ອມໂຍງເສດຖະກິດອາຊຽນ-ອິນເດຍ ແລະ ພາກພື້ນອາຊີໃຕ້
• ການຈັດຕັ້ງປະຕິບັດທັດສະນະຂອງອາຊຽນຕໍ່ກັບອິນໂດປາຊີຟິກໃນຂະແຫນງການຕ່າງໆ
ໃນໄລຍະຂອງການກອງປະຊຸມຍັງໄດ້ມີຜູ້ນຳທີ່ສຳຄັນເຂົ້າຮ່ວມດັ່ງນີ້:
– ນາຍົກລັດຖະມົນຕີແຫ່ງສປປລາວ
– ປະທານປະເທດຟີລິບປິນ
– ນາຍົກລັດຖະມົນຕີ ສສ. ຫວຽດນາມ
– ປະທານສະພາແຫ່ງສະຫະພາບເອີຣົບ
– ນາຍົກລັດຖະມົນຕີ ນີວຊີເເລນ
– ນາຍົກລັດຖະມົນຕີ ການາດາ
– ຮອງປະທານປະເທດອິນໂດເນເຊຍ

Related Posts

ພິທີມອບຮັບ ການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ

ພິທີມອບຮັບ ການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ

ພິທີມອບຮັບ ການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ ໃນວັນທີ 11 ຕຸລາ 2024 ທີ່ ໂຮງແຮມແລນມາກ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more
ກຸ່ມບໍລິສັດ AIF ສະໜັບສະໜູນ ການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ກຸ່ມບໍລິສັດ AIF ສະໜັບສະໜູນ ການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນ ການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 1 ຕຸລາ 2024,…Read more

Enter your keyword