ກອງປະຊຸມປືກສາຫາລືຂອງຄະນະຊີ້ນຳໂຄງການສ້າງຄວາມເຂັ້ມແຂງການພັດທະນາ ສີມືແຮງງານໃນ ສປປ ລາວ

ກອງປະຊຸມປືກສາຫາລືຂອງຄະນະຊີ້ນຳໂຄງການສ້າງຄວາມເຂັ້ມແຂງການພັດທະນາ ສີມືແຮງງານໃນ ສປປ ລາວ

ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ(ສຄອຊ), ໄດ້ເຂົ້າເປັນປະທານຮ່ວມໃນກອງປະຊຸມປືກສາຫາລືຂອງຄະນະຊີ້ນຳໂຄງການສ້າງຄວາມເຂັ້ມແຂງການພັດທະນາ ສີມືແຮງງານໃນ ສປປ ລາວ ໃນວັນທີ 04 ເມສາ 2024, ທີ່ ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ,

ກອງປະຊຸມປືກສາຫາລືຂອງຄະນະຊີ້ນຳໂຄງການສ້າງຄວາມເຂັ້ມແຂງການພັດທະນາ ສີມືແຮງງານໃນ ສປປ ລາວ ໃນວັນທີ 04 ເມສາ 2024, ທີ່ ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕິກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສຄອຊ, ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ທ່ານ ທຽນເຟີງ, ຫົວໜ້າໂຄງການ ແລະ ຜູ້ປະສານງານ ແຜນການຮ່ວມມື ILO-China, ຮັບຜິດຊອບ ປະເທດກຳປູເຈຍ, ສປປ ລາວ ແລະ ມຽນມ້າ, ທ່ານ ວຽງປະສິດ ທິບພະສຸດາ, ຜູ້ປະສານງານອົງການແຮງງານສາກົນ ປະຈຳ ສປປ ລາວ ມີບັນດາທ່ານ ຫົວໜ້າກົມ, ຮອງກົມ, ຈາກພາກລັດ, ຈາກສະຖານບັນຝຶກວິຊາຊີບ, ຕາງໜ້າ ຈາກຜູ້ອອກແຮງງານ, ຜູ້ໃຊ້ແຮງງານ, ພາກທຸລະກິດ ແລະ ຜູ້ປະກອບການ ເຂົ້າຮ່ວມ
ຈຸດປະສົງຂອງກອງປະຊຸມແມ່ນເພື່ອປືກສາຫາລື ລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດກິດຈະກຳປີ 2023 ແລະ ຜົນສຳເລັດທີ່ຜ່ານມາ ແລະ ນຳສະເໜີແຜນວຽກໂຄງການ 2024

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ໃນນາມຕາງໜ້າຜູ້ໃຊ້ແຮງງານ ຈະສືບຕໍ່ຊຸກຍູ້ໃຫ້ພາກທຸລະກິດ ມີສ່ວນຮ່ວມໃນການສ້າງ ແລະ ພັດທະນາສີມືແຮງງານ ເພື່ອໃຫ້ສາມາດ ມີທັກສະ, ມີຄຸນນະພາບ ແລະ ສັກກະຍະພາບ ເທົ່າທຽມກັບພາກພື້ນ ແນໃສ່ດຶງດູດການລົງທຶນ ໃຫ້ເພີ່ມຂຶ້ນເລື້ອຍໆ.

ໃນໄລຍະ 10ກວ່າປີ ຜ່ານມານີ້, ສຄອຊ ແມ່ນໄດ້ຈິງຈັງ ເອົາໃຈໃສ່ ວຽກງານ ພັດທະນາ ສີມືແຮງງານ ແລະ ວຽກງານອາຊີວະສືກສາ ເພື່ອຕອບສະໜອງແຮງງານ ໃນການຂັບເຄື່ອນທຸລະກິດ ໂດຍການຈັດ ການຮຽນ-ການສອນ ອາຊີວະສືກສາ ແບບຄວບຄູ່ ຊຶ່ງໃນປີ 2020 ໄດ້ມີການສ້າງຕັ້ງ ສູນບໍລິການ ອາຊີວະສືກສາແບບຄວບຄູ່ ທີ່ມີຫ້ອງການຕັ້ງຢູ່ ສຄອຊ ນີ້ເອງ. ຜ່ານການດຳເນີນສູນ ມາໄດ້ 3 ປີກວ່າໆ ພວກເຮົາ ສາມາດສ້າງໃຫ້ມີຄູຝືກ ໃນສະຖານປະກອບການ (In-Company Trainers) ຊຶ່ງເປັນບູລິມະສິດນຶ່ງ ທີ່ຕ້ອງຜັນຂະຫຍາຍ ແລະ ຊຸກດັນໃຫ້ຜູ້ປະກອບການ ຍອມຮັບ ແລະ ໃຫ້ໂອກາດ ນັກຮຽນ-ນັກສຶກສາ ໄດ້ເຂົ້າຝຶກແອບວຽກ ແລະ ປະຕິບັດຕົວຈິງ ໃນສະຖານ ປະກອບການ ຂອງຕົນ ເພື່ອຈະໄດ້ບົດຮຽນ ແລະ ທັກສະທີ່ຕ້ອງການ ທັງແທດເໝາະ ກັບວິຊາຊີບນັ້ນ ຊຶ່ງເມື່ອຮຽນຈົບຫຼັກສູດແລ້ວ ຜູ້ປະກອບການ ກໍສາມາດວ່າຈ້າງເປັນ ພະນັກງານ ຖາວອນໄດ້ເລີຍ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword