ກອງປະຊຸມພົບປະ ລະຫວ່າງ ຄະນະລັດຖະບານ ກັບ ພາກທຸລະກິດ

ກອງປະຊຸມພົບປະ ລະຫວ່າງ ຄະນະລັດຖະບານ ກັບ ພາກທຸລະກິດ

ໃນຕອນເຊົ້າຂອງວັນທີ 16 ທັນວາ 2021 ທີ່ຫໍປະຊຸມແຫ່ງຊາດ,​ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະລັດຖະບານ ກັບພາກທຸລະກິດ ຂຶ້ນ,

ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີ,​ ຕາງໜ້າຈາກພາກທຸລະກິດ, ​ຜູ້ປະກອບການ ແລະ ແຂກຖືກເຊີນ ເຂົ້າຮ່ວມ ແລະ ຈຳນວນໜຶ່ງ ແມ່ນໄດ້ເຂົ້າຮ່ວມ ແລະ ຕິດຕາມ ຜ່ານລະບົບກອງປະຊຸມທາງໄກ.

ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ສ້າງຄວາມເປັນເອກະພາບກັນ ລະຫວ່າງ ພາກລັດຖະບານ ກັບພາກທຸລະກິດ ໃນແຜນປະຕິບັດຕົວຈິງ ເພືີ່ອສືບຕໍ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຄົງຄ້າງຕ່າງໆ ທີີ່ເປັນອຸປະສັກຕໍ່ການດໍາເນີນທຸລະກິດ ຂອງບັນດາຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ແນໃສ່ເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນການຈັດຕັັ້ງປະຕິບັດ 2 ວາລະແຫ່ງຊາດ ໃນເງື່ອນໄຂໂຄວິດ-19 ໄດ້ຈັດຕັັ້ງປະຕິບັດຕົວຈິງ ແລະ ປະສົບຜົນສໍາເລັດ.

ກອງປະຊຸມພົບປະລະຫວ່າງ ຄະນະລັດຖະບານ ກັບພາກທຸລະກິດ ໃນຄັັ້ງນີ້ ຈະດໍາເນີນໄປເປັນເວລາ 2 ວັນ ຄືວັນທີ 16-17 ທັນວາ 2021, ໃນນີ້ ກອງປະຊຸມຈະໄດ້ຮັບຟັງການລາຍງານ ແລະ ປຶກສາຫາລື ໃນ 6 ວາລະສໍາຄັນ ຄື:

1) ແຜນການປະຕິບັດງານຕົວຈິງ ກ່ຽວກັບການປັບປຸງການບໍລິການລົງທຶນປະຕູດຽວ ຕິດພັນກັບການແບ່ງ ຂັັ້ນຄຸ້ມຄອງ;

2) ແຜນການປະຕິບັດຕົວຈິງໃນການຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກໍາເປັນສິນຄ້າ;

3) ແຜນການປະຕິບັດຕົວຈິງໃນການຊຸກຍູ້ ແລະ ສົ່ງເສີມອຸດສາຫະກໍາປຸງແຕ່ງ ເພືີ່ອສະໜອງໃຫ້ແກ່ການຊົມໃຊ້ພາຍໃນ ແລະ ສົ່ງອອກ;

4) ແຜນການຈັດຕັັ້ງປະຕິບັດຕົວຈິງ ກ່ຽວກັບການສົ່ງເສີມຊຸກຍູ້ໂຄງການທີີ່ຕິດພັນກັບຂົງເຂດການບໍລິການ ແລະ ການສ້າງລາຍຮັບ;

5) ແຜນການຈັດຕັັ້ງປະຕິບັດຕົວຈິງ ໃນການສໍາຫຼວດທີີ່ດິນ ແລະ ການກໍານົດຂອບເຂດ ຢູ່ບັນດາແຂວງລຽບຕາມທາງລົດໄຟ ລາວ-ຈີນ ເພືີ່ອກໍານົດເປັນເຂດກະສິກໍາ, ເຂດອຸດສາຫະກໍາ ແລະ ເຂດການບໍລິການ ເພືີ່ອດຶງດູດການລົງທຶນ ເຂົ້າໃນເຂດດັ່ງກ່າວ;

6) ແຜນການຈັດຕັັ້ງປະຕິບັດຕົວຈິງ ກ່ຽວກັບການພັດທະນາ, ຝຶກອົບຮົມສີມືແຮງງານ, ຈັດຫາວຽກເຮັດງານທໍາໃຫ້ບັນດາແຮງງານທັງພາຍໃນ ແລະ ຕ່າງປະເທດ.

ໃນໂອກາດກ່າວໄຂກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນ ວ່າ: ກອງປະຊຸມ ຄັ້ງນີ້ໄດ້ດໍາເນີນໄປໃນສະພາບການສາກົນ ແລະ ພາກພື້ນ ທີີ່ຍັງສືບຕໍ່ຜັນແປໄປຢ່າງສະຫຼັບສັບຊ້ອນ, ບັນຫາເງິນເຟີ້, ການລະບາດຂອງພະຍາດໂຄວິດ-19 ທີີ່ຍັງສືບຕໍ່ເປັນໄພຄຸກຄາມຕໍ່ສັງຄົມ ແລະ ໄດ້ເຮັດໃຫ້ສາຍພົວພັນ ລະຫວ່າງ ການພົວພັນການຜະລິດ ກັບກໍາລັງການຜະລິດ, ລະຫວ່າງ ຕ່ອງໂສ້ການສະໜອງ ກັບຄວາມຕ້ອງການ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ສໍາຄັນແມ່ນໄດ້ເຮັດໃຫ້ລາຄາສິນຄ້າ ແລະ ນໍ້າມັນເຊື້ອໄຟ ມີການເໜັງຕີງ ແລະ ອືີ່ນໆ. ສໍາລັບຢູ່ປະເທດພວກເຮົາ, ການຈັດຕັັ້ງປະຕິບັດແຜນພັດທະນາເສດຖະກິດ-ສົງຄົມແຫ່ງຊາດ ໃນປີ 2022 ທີີ່ຈະມາເຖິງນີ້ ຍັງຈະສືບຕໍ່ພົບຄວາມຫຍຸ້ງຍາກໃນຫຼາຍດ້ານ ອັນເນືີ່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ຍັງຈະສືບຕໍ່ແຜ່ຂະຫຍາຍໃນຊຸມຊົນເປັນວົງກ້ວາງ ແລະ ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ການຜະລິດ, ການດໍາເນີນທຸລະກິດ, ການຈັດເກັບລາຍຮັບງົບປະມານ, ການແກ້ໄຂບັນຫາໜີ້ສິນ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ອືີ່ນໆ. ຄຽງຄູ່ກັບການປະເຊີນກັບສິ່ງທ້າທາຍດັ່ງກ່າວ ປະເທດເຮົາກໍມີກາລະໂອກາດທີີ່ດີຈໍານວນໜຶ່ງ ເຊັ່ນ: ໃນໄຕມາດທີ 1 ຂອງປີ 2022 ອັດຕາການສັກວັກຊີນ ຢູ່ພາຍໃນປະເທດ ຈະບັນລຸໄດ້ຕາມຄາດໝາຍທີີ່ລັດຖະບານໄດ້ກໍານົດໄວ້, ການແຜ່ລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ໃນທ້າຍປີ 2021 ໄດ້ເຮັດໃຫ້ປະຊາຊົນລາວຈໍານວນບໍ່ໜ້ອຍ ໄດ້ຮັບຮູ້, ເຂົ້າໃຈ ແລະ ມີທັດສະນະໃໝ່ ທີີ່ຖືກຕ້ອງກວ່າເກົ່າ ກ່ຽວກັບການຢູ່ຮ່ວມກັບພະຍາດໂຄວິດ. ນອກຈາກນັັ້ນ, ຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ວິທະຍາສາດການແພດ ຂອງບັນດາປະເທດຈໍານວນໜຶ່ງ ທີີ່ພົວພັນເຖິງການສະກັດກັັ້ນ ແລະ ຄວບຄຸມ ພະຍາດໂຄວິດ-19 ໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ.

ການເປີດເສັັ້ນທາງລົດໄຟລາວ-ຈີນ ກໍເປັນກາລະໂອກາດ ແລະ ເປັນທ່າແຮງສໍາຄັນ ທີີ່ຈະຊ່ວຍຂັບເຄືີ່ອນໃຫ້ຂະແໜງບໍລິການຂົນສົ່ງສິນຄ້າ ແລະ ທ່ອງທ່ຽວ ທີີ່ໄດ້ຮັບຜົນກະທົບຢ່າງ ໜັກໜ່ວງ ແຕ່ປີ 2020 ເປັນຕົ້ນມາ ໄດ້ຮັບການຟື້ນຕົວຄືນໃໝ່. ສິ່່ງທີີ່ສໍາຄັນແມ່ນ ໃນປີ 2021 ລັດຖະບານ ຊຸດທີ IX ໄດ້ສ້າງ ແລະ ຈັດຕັັ້ງປະຕິບັດ ບາດກ້າວເບື້ອງຕົ້ນກ່ຽວກັບວາລະແຫ່ງຊາດ ທີີ່ພົວພັນເຖິງການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໂດຍໄດ້ຜ່ານການຮັບຮອງຂອງສະພາແຫ່ງຊາດ ຊຸດທີ IX ໄປຄຽງຄູ່ກັບການປັບປຸງນິຕິກໍາຈໍານວນໜຶ່ງ ທີີ່ເປັນອຸປະສັກຕໍ່ແຜນດໍາເນີນທຸລະກິດໃນໄລຍະຜ່ານມາ ແລະ ຈະເປັນພື້ນຖານໃຫ້ແກ່ການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ຄັັ້ງທີ XI ຂອງພັກທີີ່ກໍານົດໄວ້. ສະນັ້ນ ບັນດາຫົວຂໍ້ທີ່ຈະລາຍງານ ແລະ ປຶກສາຫາລື ໃນກອງປະຊຸມຄັ້ງນີ້ມີຄວາມສໍາຄັນຫຼາຍ ເພາະຈະປຶກສາກັນໃນແງ່ການຈັດຕັ້ງປະຕິບັດຕົວຈິງ ກໍຄືການແບ່ງຄວາມຮັບຜິດຊອບກັນລະຫວ່າງຂະແໜງການດ້ວຍກັນ, ລະຫວ່າງພາກລັດກັບພາກທຸລະກິດ. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ກໍຄື ຄະນະບໍລິຫານສະພາການຄ້າ-ອຸດສາຫະກໍາ ຂັັ້ນສູນກາງ ຊຶ່ງເປັນຕົວແທນໃຫ້ແກ່ພາກທຸລະກິດ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄ້ວາ, ປະກອບຄໍາເຫັນຢ່າງກົງໄປກົງມາ ໃຫ້ກະທັດຮັດ, ມີຈຸດສຸມ, ສ້າງສັນ ແລະ ມີທາງອອກທີີ່ຈະແຈ້ງ ເພືີ່ອເຮັດໃຫ້ກອງປະຊຸມໃນຄັັ້ງນີ້ ບັນລຸຕາມຄາດໝາຍທີີ່ກໍານົດໄວ້.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword