ພິທີເປີດງານຜະລິດຕະພັນລາວ 2023

ພິທີເປີດງານຜະລິດຕະພັນລາວ 2023

ໃນຕອນບ່າຍວັນທີ 15 ກຸມພາ 2023,ເວລາ 14:00 ໂມງ ໄດ້ຈັດງານພິທີເປີດງານວາງສະແດງຜະລິດຕະພັນລາວ ປະຈໍາປີ 2023 ທີ່ ສູນວາງສະແດງສິນຄ້າລາວ-ໄອເຕັກ . ໂດຍການໃຫ້ກຽດເປີດງານໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ,
ທ່ານ ປອ ວິໄລວົງ ບຸດດາຄຳ, ເຈົ້າແຂວງແຂວງຈຳປາສັກ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ນາງ ບູນເຮືອງ ແຄລໍ ລິດດັງ, ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈຳປາສັກ ພ້ອມດ້ວຍບັນດາທ່ານ ຕາງໜ້າ ຈາກພາກລັດຖະບານ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເຂົ້າຮ່ວມງານຫຼາຍກວ່າ 200ທ່ານ.
ໃນງານ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຜູ້ຊີ້ນຳວຽກງານດັ່ງກ່າວໄດ້ຂື້ນລາຍງານການຈັດກຽມງານ ຈັດວາງສະແດງ ຜະລິດຕະພັນລາວ ປະຈໍາປີ 2023 (Made in Laos 2023 ) ໂດຍການຈັດຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ ຈໍາປາສັກ ແລະ ສຄອ ແຂວງທົ່ວປະເທດ ຈັດຂຶ້ນໃນລະຫວ່າງວັນທີ 10– 19 ກຸມພາ 2023 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ. ງານວາງສະແດງຜະລິດຕະພັນລາວ ໄດ້ຈັດຂື້ນຄັ້ງທຳອິດ ໃນປີ 2011 ຈົນເຖິງປັດຈຸບັນ ເຊິ່ງ ແຕລະປີຈະມີ ສະພາການຄ້າ ແລະ ອຸດສາຫະກໍາແຂວງ ເປັນເຈົ້າພາບຮ່ວມ ແລະ ປີນີ້ ແມ່ນ ສຄອ ແຂວງ ຈຳປາສັກ ເປັນເຈົ້າພາບຮ່ວມຫຼັກໃນການຈັດງານ, ເຊິ່ງ ສຄອ ແຂວງ ຈຳປາສັກ ໄດ້ມີການອອກແບບຕົບແຕ່ງ Booth pavilion ເປັນພິເສດ ແລະ ສວຍງາມເພື່ອສື່ໃຫ້ເຫັນ ວິທີຊີວິດການເປັນຢູ່, ຮີດຄອງປະເພນີ, ວັດທະນະທຳທີ່ສວຍງາມ ແລະ ບັນດາແຫລ່ງທ່ອງທ່ຽວຕ່າງໆ ທາງດ້ານ ວັດທະນະທຳ ແລະ ທຳມະຊາດ ທີ່ຕິດພັນກັບການດຳລົງຊີວິດ ຂອງຊາວ ແຂວງຈຳປາສັກ ນອກຈາກນັ້ນຍັງໄດ້ເຫັນເຖິງການຂະຫຍາຍຕົວທາງດ້ານເສດຖະກິດ ບໍ່ວ່າຈະເປັນເຂດເສດຖະກິດພິເສດ ແລະ ສະຖານທີ່ທ່ອງທ່ຽວ ທາງວັດະທານໍາ, ທຳມະຊາດ ທີ່ສວຍງາມ ແລະ ສິນຄ້າອື່ນໆ ທີ່ເປັນທ່າແຮງຂອງແຂວງ ຈຳປາສັກ.
ງານວາງສະແດງໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຫຼັກຈາກຄູ່ຮ່ວມຍຸດທະສາດ ຈາກ 2 ບໍລິສັດຄື: ບໍລິສັດ ປີໂຕຣລ້ຽມເທຣດດີງລາວ ມະຫາຊົນ ແລະ ບໍລິສັດ ເບຍລາວ, ນອກຈາກນັ້ນກໍ່ມີ ບັນດາບໍລິສັດ ແລະ ໂຄງການ ທີ່ໃຫ້ການສະໜັບສະໜູນ ງານອີກດ້ວຍ
ຈຸດປະສົງຫຼັກໃນການຈັດງານ ເພື່ອຊຸກຍູ້ສົ່ງເສີມໃຫ້ຄົນລາວຫັນມານໍາໃຊ້ຜະລິດຕະພັນລາວໃຫ້ຫຼາຍຂື້ນ ພ້ອມດຽວກັນນັ້ນກໍ່ເປັນການປຸກລະດົມຂົນຂວາຍເພີ່ມທະວີການຜະລິດໃນລະດັບຄອບຄົວໃຫ້ກາຍເປັນສິນຄ້າ ທີ່ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວໄດ້, ອີກທັງເພື່ອສົ່ງເສີມການຜະລິດຂະໜາດນ້ອຍ ໃຫ້ກ້າວສູ່ຂະໜາດກາງ ແລະ ໃຫ້ກາຍເປັນຂະໜາດໃຫ່ຍ ໃຫ້ກາຍເປັນອຸດສາຫະກຳການຜະລິດທາງດ້ານປະລິມານ ແລະ ຄຸນນະພາບທີ່ໄດ້ມາດຕະຖານ ທີ່ພຽບພ້ອມແຂ່ງຂັນຈຳໜ່າຍຕະຫລາດພາຍໃນແລະສົ່ງອອກສູ່ສາກົນໄດ້. ພ້ອມດຽວກັນນີ້, ການຈັດງານໃນຄັ້ງນີ້ ຍັງຈະເປັນການເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດທີ່ກຳລັງຊອກຫາຄູ່ຄ້າໃໝ່ໆ ແລະ ຕ້ອງການເປີດຕົວສິນຄ້າ ແລະ ບໍລິການໃໝ່ໆຂອງບໍລິສັດ ໃຫ້ບັນດາແຂກທີ່ມາຊົມງານທັງພາຍໃນ ແລະ ສາກົນໄດ້ຮັບຊາບ, ອີກທັງຍັງເປັນການແລກປ່ຽນຄວາມຮູ້, ເຕັກນີກດ້ານວິຊາການ, ວິທີການຜະລິດ ເພື່ອນຳມາພັດທະນາການຜະລິດສິນຄ້າຂອງຕົນ. ພ້ອມທັງເປັນການໂຄສະນາຄວາມອຸດົມສົມບູນທາງດ້ານຮີດຄອງປະເພນີ-ວັດທະນະທຳ, ການຄ້າ-ການລົງທືນ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ເປັນເອກະລັກ ຂອງແຂວງທີ່ເປັນເຈົ້າພາບຮ່ວມຈັດງານ ຕະຫຼອດເຖີງທຸກແຂວງທີ່ເຂົ້າຮ່ວມງານໃນຄັ້ງນີ້ອີກດ້ວຍ.
ງານວາງສະແດງໃນຄັ້ງນີ້ ມີຫຼາກຫຼາຍຜະລິດຕະພັນ, ທີ່ຜະລິດ ແລະ ປະກອບ ຢູ່ ສປປ ລາວ, ເຂົ້າຮ່ວມຫຼາຍກ່ວາ 200 ຫ້ອງວາງສະແດງ ຈາກຫລາຍກ່ວາ 130 ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດ, ແລະ ມີຫຼາກຫຼາຍຂະແໜງການເຊັ່ນ:
1. ຂະແໜງ ຜະລິດຕະພັນ ສິນຄ້າໜື່ງເມືອງໜື່ງຜະລິດຕະພັນ (ໂອດັອບ)
2. ຂະແໜງ ຜະລິດຕະພັນ ເມດອີນລາວ
3. ຂະແໜງ ຜະລິດຕະພັນ ຫັດຖະກຳ
4. ຂະແໜງ ຜະລິດຕະພັນ ອາຫານ ແລະ ເຄື່ອງດື່ມ
5. ຂະແໜງ ຜະລິດຕະພັນອຸດສາຫະກໍາ
6. ຂະແໜງ ຜະລິດຕະພັນ ໄອທີ, ຂົນສົ່ງ, ທະນາຄານ ແລະ ການບໍລິການ
7. ຂະແໜງ ຜະລິດຕະພັນລາວ ຫັດຖະກຳໄມ້ປ່ອງ
8. ຂະແຫນງ ຜະລິດຕະພັນ ເຟິນິເຈີ
9. ຂະແໜງ ຜະລິດຕະພັນ ກະສິກໍາ
ພິເສດ ປີນີ້ ບັນດາທ່ານ ຍັງຈະໄດ້ພົບກັບສິນຄ້າຫລາກຫລາຍຈາກ 3 ປະເທດ ສປ ຈີນ, ລາຊາອານາຈັກໄທ ແລະ ສ ສ. ຫວຽດນາມ ເຊີ່ງປີນີ້ເປັນປີທຳອິດທີ່ ສຄອຊ ໄດ້ເຊີນນັກລົງທືນ 3 ປະເທດ ເຂົ້າຮ່ວມງານໃນຄັ້ງນີ້.
ນອກຈາກນີ້, ພາຍໃນງານມີຫຼາກຫລາຍກິດຈະກໍາເຊັ່ນ : ການວາງສະແດງສິນຄ້າ, ງານປະຊຸມສຳມະນາຕ່າງໆ ໃຫ້ຄວາມຮູ້, ງານພົບປະທຸລະກິດ, ກິດຈະກຳແຈກຂອງລາງວັນ ແລະ ກິດຈະກຳບັນເທີງອື່ນໆ ຕະຫລອດໄລຍະການຈັດງານ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword