ສຄອຊ ຢ້ຽມຢາມ ແລະ ປຶກສາຫາລືວຽກງານຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກຳ ຄາວາສະກິ, ປະເທດ ຍີ່ປຸ່ນ
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ໄດ້ນຳພາຄະນະບໍລິຫານງານ ພ້ອມດ້ວຍນັກທຸລະກິດ ຈຳນວນ 54 ທ່ານ
ເດີນທາງຕິດຕາມຄະນະທາງການ ຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໃນການເດີນທາງຢ້ຽມຢາມຢ່າງເປັນທາງການ, ທີ່ ປະເທດ ຍີ່ປຸ່ນ, ໃນລະຫວ່າງວັນທີ 20-23 ທັນວາ 2024
ໃນໂອກາດດັ່ງກ່າວນີ້ ຄະນະປະທານ ແລະ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ໄປຢ້ຽມຢາມ ແລະ ພົບປະກັບສະພາການຄ້າ ແລະ ອຸດສາຫະກຳ ຄາວາສະກິ ໃນວັນທີ 21 ມັງກອນ 2025, ທີ່ ສະພາການຄ້າຄາວາສະກິ, ເມືອງຄາວາສະກິ, ປະເທດ ຍີ່ປຸ່ນ, ເຊິ່ງຕ້ອນຮັບໂດຍ ທ່ານ goro kusakabe ປະທານ ສະພາການຄ້າ ແລະ ອຸດສາຫະກຳ ຄາວາສະກິ ພ້ອມດ້ວຍຄະນະ, ຝ່າຍລາວນໍາໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍ ຄະນະບໍລິຫານງານ ສຄອຊ
