ສຄອຊ ຢ້ຽມຢາມ ແລະ ປຶກສາຫາລືວຽກງານຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກຳ ຄາວາສະກິ, ປະເທດ ຍີ່ປຸ່ນ

ສຄອຊ ຢ້ຽມຢາມ ແລະ ປຶກສາຫາລືວຽກງານຮ່ວມມືກັບສະພາການຄ້າ ແລະ ອຸດສາຫະກຳ ຄາວາສະກິ, ປະເທດ ຍີ່ປຸ່ນ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ໄດ້ນຳພາຄະນະບໍລິຫານງານ ພ້ອມດ້ວຍນັກທຸລະກິດ ຈຳນວນ 54 ທ່ານ

ເດີນທາງຕິດຕາມຄະນະທາງການ ຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໃນການເດີນທາງຢ້ຽມຢາມຢ່າງເປັນທາງການ, ທີ່ ປະເທດ ຍີ່ປຸ່ນ, ໃນລະຫວ່າງວັນທີ 20-23 ທັນວາ 2024
ໃນໂອກາດດັ່ງກ່າວນີ້ ຄະນະປະທານ ແລະ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ໄປຢ້ຽມຢາມ ແລະ ພົບປະກັບສະພາການຄ້າ ແລະ ອຸດສາຫະກຳ ຄາວາສະກິ ໃນວັນທີ 21 ມັງກອນ 2025, ທີ່ ສະພາການຄ້າຄາວາສະກິ, ເມືອງຄາວາສະກິ, ປະເທດ ຍີ່ປຸ່ນ, ເຊິ່ງຕ້ອນຮັບໂດຍ ທ່ານ goro kusakabe ປະທານ ສະພາການຄ້າ ແລະ ອຸດສາຫະກຳ ຄາວາສະກິ ພ້ອມດ້ວຍຄະນະ, ຝ່າຍລາວນໍາໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍ ຄະນະບໍລິຫານງານ ສຄອຊ
ຈຸດປະສົົງຂອງການພົບປະຢ້ຽມຢາມໃນຄັ້ງນີ້ແມ່ນເພື່ອສືບຕໍ່ປຶກສາຫາລືວຽກງານລະຫວ່າງສອງສະພາການຄ້າ ໃນປີ 2025 ແລະ ລົງເລິກປຶກສາຫາລືການເພີ່ມທະວີການຮ່ວມກັນມືຈັດຕັ້ງປະຕິບັດການຝຶກອົບຮົມ Bookkeeping, ລວມເຖິງການອອກໃບຢັ້ງຢືນໃຫ້ແກ່ວິສາຫະກິດ ຫຼື ຜູ້ທີ່ມີຄວາມສົນໃຈຂອງລາວໃນອານາຄົດ ເຊິງເປັນການຮ່ວມມື ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳ ຄາວາສະກິ, ມະຫາວິທະຍາໄລ ແຫ່ງຊາດລາວ ແລະ ມະຫາວິທະຍາໄລເຊັນຊູ, ພ້ອມດຽວກັນນັ້ນກໍ່ເພື່ອເປັນການສົ່ງເສີມການຮ່ວມມື ແລະ ແລກປ່ຽນກັນໃນອານາຄົດໃຫ້ຫຼາຍຂຶ້ນຂອງທັງສອງສະພາການຄ້າ ກໍຄືທັງສອງທຸລະກິດລາວ-ຍີ່ປຸ່ນ.

Related Posts

ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ນະຄອນຫຼວງວຽງຈັນ, 03 ເມສາ 2025. ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16 ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອທົບທວນຄືນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນປີຜ່ານມາ ທີ່ແນໃສ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດຢູ່ ສປປ ລາວ.…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more

Enter your keyword