ສຳເລັດຝຶກອົບຮົມຫົວຂໍ້: “ເຕັກນິກໃນການຈັດຕັ້ງປະຕິບັດວຽກງານ ຂອງ ສູນບໍລິການ ອາຊີວະສຶກສາແບບຄວບຄູ່ (ອສຄ)”

ສຳເລັດຝຶກອົບຮົມຫົວຂໍ້: “ເຕັກນິກໃນການຈັດຕັ້ງປະຕິບັດວຽກງານ ຂອງ ສູນບໍລິການ ອາຊີວະສຶກສາແບບຄວບຄູ່ (ອສຄ)”

ໃນລະຫວ່າງ ​ວັນ​ທີ 24-26 ມິ​ຖຸ​ນາ 2020 ຜ່ານມາ ທີ່​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​​ກຳແຫ່ງ​ຊາດ​ລາວ ໄດ້​ຈັດຊຸດ​ຝຶກ​ອົບ​ຮົມ​ຫົວຂໍ້: “ເຕັກນິກໃນການຈັດຕັ້ງປະຕິບັດວຽກງານ ຂອງ ສູນບໍລິການ ອາຊີວະສຶກສາແບບຄວບຄູ່ (ອສຄ)”.

ໃຫ້ກຽດເປັນປະທານ ການເປີດຊຸດຝຶກອົບຮົມໂດຍ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສຄອຊ ແລະ ທ່ານ ພິມມະສອນ ທອງພະໄຕສັກ ຊ່ຽວຊານອາວຸໂສໂຄງການພັດທະນາອາຊີວະສຶກສາ (VELA-GIZ) ພ້ອມນີ້ຍັງມີ ທ່ານ ປອ ໄຊບັນດິດ ຣາຊພົນ ຮອງປະທານກວດກາ ສອຄຊ,​ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຄະນະທີ່ປຶກສາ ສອຄຊ ແລະ ທ່ານພູໄຊ ເທບພະວົງ ເລຂາທິການ ສອຄຊ ເຂົ້າຮ່ວມນໍາຢ່າງພ້ອມພຽງ. ເຊິ່ງການຝຶກອົບຮົມຫົວຂໍ້ “ເຕັກນິກໃນການຈັດຕັ້ງປະຕິບັດວຽກງານ ຂອງ ສູນບໍລິການ ອາຊີວະສຶກສາແບບຄວບຄູ່” ໄດ້ດໍາເນີນເປັນເວລາທັງໝົດສາມວັນ ໂດຍໄດ້ຮັບການສະໜັບສະໜູນທາງດ້ານງົບປະມານໃນການຈັດຝຶກອົບຮົມ ແລະ ຄູຝຶກຈາກໂຄງການພັດທະນາອາຊີວະສຶກສາ (VELA-GIZ) ໂດຍແມ່ນທ່ານ ຮາຊັນ ຊິດດິຄິວ (Mr. Hasan Siddiqui) ແລະ ທ່ານ ສັນຕິ ອິນທະວົງ ເປັນຄູຝຶກ. ມີຜູ້ເຂົ້າຮ່ວມຈາກ ສຄອ ແຂວງວຽງຈັນ, ສຄອ ນະຄອນຫລວງພະບາງ, ສຄອ ນະຄອນຈໍາປາສັກ ແລະ ຜູ້ເຂົ້າຮ່ວມຈາກຂະແໜງການຕ່າງໆພາຍໃນສະພາການຄ້າແລະ ອຸດສາຫະກໍາ ແຫ່ງຊາດລາວ.

ຈຸດປະສົງຂອງການຈັດຝຶກອົບຮົມ ແມ່ນເພື່ອສ້າງຄວາມເຂົ້າໃຈຂອງພະນັກງານ ແລະ ປັບປຸງການດຳເນີນງານຂອງ ສຄອຊ ໃນດ້ານການສະໜອງບໍລິການ ໃຫ້ແກ່ບັນດາສະມາຊິກ, ເພື່ອຮຽນຮູ້ເຕັກນິກໃນການປະຕິບັດງານຂອງ ສູນບໍລິການອາຊີວະສຶກສາແບບຄວບຄູ່ ໃນການຊຸກຍູ້ບັນດາສະຖານປະກອບການເຂົ້າມາມີສ່ວນຮ່ວມຈັດຕັ້ງປະຕິບັດໃນວຽກງານອາຊີວະສຶກສາແບບຄວບຄູ່ ແລະ ເພື່ອການຖອດຖອນບົດຮຽນ ແລະ ຮູ້ເຖິງສະພາບການຈັດຕັ້ງປະຕິບັດອາຊີວະສຶກສາແບບຄວບຄູ່ ໃນປັດຈຸບັນ.

ທ່ານ ວັນທອງ ສິດທິກຸນ  ຮອງປະທານ ສຄອຊ ໄດ້ກ່າວວ່າ:  “ຂ້າພະເຈົ້າເຊື່ອວ່າການຝຶກອົບຮົມໃນຄັ້ງນີ້, ຈະເປັນໂອກາດທີ່ດີໃຫ້ແກ່ບັນດາທ່ານໄດ້ສົນທະນາ ແລະ ແລກປ່ຽນບົດຮຽນ ກັບທ່ານວິທະຍາກອນທີ່ຄວາມຮູ້, ປະສົບການສູງ ແລະ  ຫັວງຢ່າງຍີ່ງວ່າບັນດາທ່ານຈະປະກອບສ່ວນຢ່າງຕັ້ງໜ້າໃນການຖອດຖອນບົດຮຽນ, ແລກປ່ຽນ ແລະ ສົນທະນາ ກັບ ທ່ານວິທະຍາກອນ ແລະ ທ່ານຍັງໄດ້ກ່າວຂອບໃຈໂດຍສະເພາະມາຍັງ ໂຄງການພັດທະນາອາຊີວະສຶກສາ (VELA-GIZ)  ທີ່ໄດ້ໃຫ້ການສະໜັບສະໜູນ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ ດ້ວຍດີຕະຫຼອດມາ”.

ຊຸດຝຶກອົບຮົມຄັ້ງນີ້ໄດ້ເນັ້ນໜັກກ່ຽວກັບ ແນວທາງການຈັດຕັ້ງປະຕິບັດ ສູນບໍລິການອາຊີວະສຶກສາ ແບບຄວບຄູ່  ພອ້ມທັງເຕັກນິກການສື່ສານທີ່ມີປະສິດທິພາບ. ໂດຍນໍາໃຊ້ວິທີການຝຶກອົບຮົມຮູບແບບທຸກຄົນມີສ່ວນຮ່ວມ, ມີການສະແດງບົດບາດສົມມຸດ, ມສົນທະນາເປັນກຸ່ມ ແລະ ໄດ້ລົງຢ້ຽມຢາມ ຜູ້ຈັດຕັ້ງປະຕິບັດອາຊີວະສຶກສາແບບບຄວບຄູ່ ທັງພາກທິດສະດີຢູ່ ວິທະຍາໄລ (ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ) ແລະ ພາກປະຕິບັດຢູ່ສະຖານປະກອບການ (ບໍລິສັດ ພັນເພັດ ຈໍາກັດ).

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword