ການຝຶກອົບຮົມກ່ຽວກັບຫົວຂໍ້: “ການສ້າງ ແລະ ພັດທະນາແບນຍີ້ຫໍ້ສິນຄ້າຂອງລາວ ແລະ ການສ້າງຂີດຄວາມສາມາດໃຫ້ກັບກຸ່ມຜູ້ຜະລິດ ໃນຂະແໜງກະສິກຳ ຕໍ່ກັບວຽກງານການຄ້າທາງເອເລັກໂຕຣນິກ

ການຝຶກອົບຮົມກ່ຽວກັບຫົວຂໍ້: “ການສ້າງ ແລະ ພັດທະນາແບນຍີ້ຫໍ້ສິນຄ້າຂອງລາວ ແລະ ການສ້າງຂີດຄວາມສາມາດໃຫ້ກັບກຸ່ມຜູ້ຜະລິດ ໃນຂະແໜງກະສິກຳ ຕໍ່ກັບວຽກງານການຄ້າທາງເອເລັກໂຕຣນິກ

ວັນທີ 24 ກໍລະກົດ 2020 ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ຈັດການຝຶກອົບຮົມກ່ຽວກັບຫົວຂໍ້: “ການສ້າງ ແລະ ພັດທະນາແບນຍີ້ຫໍ້ສິນຄ້າຂອງລາວ ແລະ ການສ້າງຂີດຄວາມສາມາດໃຫ້ກັບກຸ່ມຜູ້ຜະລິດ ໃນຂະແໜງກະສິກຳ ຕໍ່ກັບວຽກງານການຄ້າທາງເອເລັກໂຕຣນິກ (Training on Branding Development and E-commerce Capacity Building for Potential Producer in Agriculture Sector)”

ໂດຍການເປັນປະທານເປີດຝຶກອົບຮົມ ຂອງ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ Jerome Dubois-Mercent, ຕ່າງໜ້າ United Nations Development Programme (UNDP), ທ່ານ ໄຊສົມເພັດ ນໍລະສິງຣ໌ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການສ້າງ ແລະ ພັດທະນາແບນສິນຄ້າຂອງລາວ ພ້ອມທັງຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຈຳເປັນໃນການສ້າງ ແບນຍີ້ຫໍ້ສິນຄ້າ ໃຫ້ກັບພາກທຸລະກິດ, ເພື່ອຮຽນຮູ້ ແລະ ແລກປ່ຽນປະສົບການຈາກພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ພາກເອກະຊົນ, ເພື່ອຝຶກອົບຮົມໃຫ້ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບຂະແໜງການເຂົ້າ, ຊາ ແລະ ກາເຟ ເພື່ອນຳໃຊ້ ແລະ ຈັດຕັ້ງປະຕິບັດຕົວຈິງໂດຍສະເພາະແມ່ນການນຳເອົາວຽກງານການຄ້າດ້ານເອເລັກໂຕຣນີກເຂົ້າມາຊ່ວຍ, ເພື່ອປຶກສາຫາລື ແລະ ການສ້າງຄວາມພ້ອມໃຫ້ກັບພາກທຸລະກິດໃນການຮັບມືກັບສິ່ງທ້າທາຍ ແລະ ໝູນໃຊ້ກາລະໂອກາດໃຫ້ເກີດປະໂຫຍດສູງສຸດ.

ໃນການຝຶກອົບຮົມ ກໍ່ໄດ້ມີການນຳສະເໜີທີ່ສຳຄັນ ແລະ ເປັນປະໂຫຍດຈາກ ພາກລັດ ແລະ ບັນດາບໍລິສັດ ເຊັ່ນ: ການສ້າງ ແລະ ພັດທະນາແບນສິນຄ້າທ້ອງຖິ່ນຂອງລາວໃຫ້ກາຍເປັນແບນສິນຄ້າສາກົນ, ປະສົບການສ້າງ ແລະ ພັດທະນາຍີ່ຫໍ້ສິນຄ້າຂອງບໍລິສັດ ດາວເຮືອງ, ຄວາມສໍາຄັນໃນການສ້າງ ແລະ ພັດທະນາຍີ່ຫໍ້ສິນຄ້າ, ຄວາມສໍາຄັນໃນວຽກງານການຄ້າດ້ານເອເລັກໂຕຣນິກ, ແນະນຳເວັບໄຊ ພຣາວມີ (www.plaosme.com) ແລະ ວິທີການນຳໃຊ້ເວທີການຄ້າທາງອີເລັກໂຕຣນິກ, ແລະ ການນຳສະເໜີກ່ຽວກັບການດຶງດູດລູກຄ້າ Online to Offline.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword