ພິທີປະກາດການຈັດຕັ້ງສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ຊຸດໃໝ່ (ຊຸດທີ່ 4)

ພິທີປະກາດການຈັດຕັ້ງສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ຊຸດໃໝ່ (ຊຸດທີ່ 4)

ສະພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ ໄດ້ຈັດພິທີປະກາດການຈັດຕັ້ງສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນຊຸດໃໝ່ (ຊຸດທີ່ 4) ໃນວັນທີ່ 16 ມິຖຸນາ 2020 ທີ່ ສະໂມສອນກອງບັນຊາການກອງທັບປະຊາຊົນປະຕິວັດລາວແຂວງວຽງຈັນ.

ເຊິ່ງໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວໂດຍ ທ່ານ ຄຳພັນ ສິດທິດຳພາ, ເຈົ້າແຂວງ ແຂວງ ວຽງຈັນ, ທ່ານ ດາວເຮືອງ ນັນທາວົງ, ຮອງເຈົ້າແຂວງ ແຂວງ ວຽງຈັນ, ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ, ອົງການຈັດຕັ້ງລັດທີ່ກ່ຽວຂ້ອງ, ຄະນະບໍລິຫານງານ ສຄອ ແຂວງ ວຽງຈັນ, ນັກທຸລະກິດ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ.

ພາຍໃນການຈັດພິທີດັ່ງກ່າວ, ທ່ານ ບຸນທັນ ປັນຍາທິລາດ, ປະທານ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ຊຸດເກົ່າ (ຊຸດທີ 3) ໄດ້ລາຍງານການປະຕິບັດວຽກງານຂອງ ສຄອ ແຂວງໃນໄລຍະ 3 ປີຜ່ານມາເຊີ່ງໄດ້ມີຜົນສຳເລັດໃນຫຼາຍໆດ້ານ ແຕ່ກໍຍັງປາດສະຈາກບໍ່ໄດ້ໃນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ, ເຊິ່ງຄະນະບໍລິຫານງານຊຸດໃໝ່ຈະເປັນຜູ້ສຶບຕໍ່ພັດທະນາ, ແກ້ໄຂ, ແລະ ປັບປຸງໃຫ້ດີຂຶ້ນເລື້ອຍໆ.

ໃນພິທີດັ່ງກ່າວໄດ້ມີການເຊັນມອບຮັບຕຳແໜ່ງຢ່າງເປັນທາງການ ລະຫວ່າງ ຄະນະບໍລິຫານງານຊຸດທີ 3 ຕາງໜ້າໂດຍ ທ່ານ ບຸນທັນ ປັນຍາທິລາດ, ປະທານ ສຄອ ແຂວງ ວຽງຈັນ ຊຸດທີ 3 ແລະ ຄະນະບໍລິຫານງານຊຸດທີ 4 ຕາງໜ້າໂດຍ ທ່ານ ຄຳໄສ ສິດທິພອນ, ປະທານ ສຄອ ແຂວງ ວຽງຈັນ ຊຸດທີ 4 ໂດຍການເປັນສັກຂີພະຍານຂອງ ທ່ານ ຄຳພັນ ສິດທິດຳພາ, ເຈົ້າແຂວງ ແຂວງ ວຽງຈັນ ແລະ ຄະນະຜູ້ແທນທີ່ເຂົ້າຮ່ວມ.

ອີງຕາມຂໍ້ຕົກລົງຂອງເຈົ້າແຂວງ ແຂວງວຽງຈັນ ແມ່ນຕົກລົງແຕ່ງຕັ້ງຄະນະບໍລິຫານງານ ສຄອ ແຂວງ ວຽງຈັນຊຸດທີ4 ເຊິ່ງມີລາຍຊື່ລະອຽດດັ່ງລຸ່ມນີ້:

  1. ທ່ານ ຄຳໄສ ສິດທິພອນ ເປັນປະທານ
  2. ທ່ານ ຂັນທອງ ດວງປະເສີດ ເປັນຮອງ
  3. ທ່ານ ທັນໃຈ ວົງວຽງແກ້ວ ເປັນຮອງ
  4. ທ່ານ ວຽງໄຊ ອິນທະວົງສາ ເປັນຮອງ
  5. ທ່ານ ອາເຢົາ ເປັນຮອງ

ພ້ອມດຽວກັນນັ້ນ, ກໍ່ໄດ້ແຕ່ງຕັ້ງຄະນະກວດກາ, ເລຂາທິການ ແລະ ຄະນະທີ່ປຶກສາສຄອ ແຂວງ ວຽງຈັນ.

ເພື່ອເຮັດໃຫ້ເຂົ້າໃຈເລິກເຊິ່ງຂຶ້ນກ່ຽວກັບພາລະບົດບາດ ຂອງ ສຄອຊ, ທ່ານ ອຸເດດ ສຸວັນນະວົງ ໄດ້ນໍາສະເໜີໂດຍຫຍໍ້ກ່ຽວກັບ ຍຸດທະສາດ 5ປີ ຂອງ ສຄອຊ 2021-2025 ໂດຍເນັ້ນໜັກ 6 ຈຸດສຸມເຊັ່ນ:

  • ການພັດທະນາແວດລ້ອມທຸລະກິດ
  • ການສົ່ງເສີມແລະພັດທະນາທຸລະກິດ ຂະໜາດນ້ອຍ ແລະ ກາງ
  • ການພັດທະນາຕະຫຼາດຜະລິດຕະພັນລາວ
  • ການພັັດທະນາຜູ້ປະກອບການ ແລະ ວຽກຕາງໜ້າຜູ້ໃຊ້ແຮງງານ
  • ການເຊື່ອມໂຍງເສດຖະກິດຕ່າງປະເທດ ແລະ ການສົ່ງເສີມການລົງທຶນ
  • ການພັດທະນາອົງການຈັດຕັ້ງຂອງພາກທຸລະກິດ ແລະ ຂໍ້ມູນຂ່າວສານດ້ານທຸລະກິດ

ພ້ອມດຽວກັນນັ້ນ ກໍ່ໄດ້ ໃຫ້ທິດຊີ້ນໍາຕໍ່ ກັບ ຄະນະບໍລິຫານງານຊຸດໃໝ່ ສຄອ ວຽງຈັນ ໃນບາງຈຸດເຊັ່ນ:

  • ສຄອ ແຂວງ ວຽງຈັນ ຕ້ອງພະຍາຍາມລະດົມເຕົ້າໂຮມຫົວໜ່ວຍທຸລະກິດເຂົ້າເປັນສະມາຊິກໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ແລະ ໃຫ້ສ້າງກິດຈະກຳຮ່ວມກັນກັບສະມາຊິກ, ເຮັດໃຫ້ຫົວໜ່ວຍທຸລະກິດເຫັນເຖິງຜົນປະໂຫຍດໃນການເຂົ້າເປັນສະມາຊິກ.
  • ປັບປຸງການຈັດຕັ້ງຂອງ ສຄອ ແຂວງໃຫ້ເຂັ້ມແຂງຂຶ້ນໄປເລື້ອຍໆເພື່ອເປັນເສນາທິການປະກອບຄຳຄິດເຫັນໃຫ້ແກ່ພະແນກອຸດສາຫະກຳ ແລະ ການຄ້າ ກໍ່ຄືອຳນາດການປົກຄອງແຂວງ ແລະ ການບໍລິການສະມາຊິກໃຫ້ມີປະສິດຕິຜົນ.
  • ຄົ້ນຄວ້າພິຈາລະນາສ້າງໂຄງການຂອງ ສຄອ ແຂວງ ເພື່ອສ້າງໃຫ້ມີລາຍຮັບເພື່ອມາຮັບໃຊ້ສ້າງຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດແລະການປະຕິບັດວຽກງານຕ່າງໆ.
  • ສຄອຊ ຈະຄົ້ນຄວ້າພິຈາລະນາຊອກວິທີທາງຕ່າງໆ ເພື່ອສະໜັບສະໜຸນສ້າງຄວາມເຂັ້ມແຂງໃຫ້ ສຄອ ແຂວງວຽງຈັນຢ່າງເຕັມທີ່

ກ່ອນການປິດກອງປະຊຸມ, ທ່ານ ຄຳພັນ ສິດທິດຳພາ, ເຈົ້າແຂວງ ແຂວງ ວຽງຈັນ ກໍ່ໄດ້ໃຫ້ຄຳໂອວາດ ແລະ ໃຫ້ທິດຊີ້ນຳແກ່ ສຄອ ແຂວງວຽງຈັນໂດຍໃຫ້ ສຄອ ແຂວງ ວຽງຈັນ ເອົາໃຈໃສ່ບາງຈຸດເຊັ່ນ:

  • ປຸກລະດົມຫົວໜ່ວຍທຸລະກິດໃນດ້ານການເມືອງແນວຄິດໃຫ້ມີຈິດໃຈຮັກຊາດ, ຮັກລະບອບໃໝ່ຂອງຊາດ ແລະ ເຊື່ອໝັ້ນຕໍ່ການຊີ້ນຳຂອງພັກ.
  • ປັບປຸງການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ຄົ້ນຄ້ວາພິຈາລະນາແບບແຜນການເຮັດວຽກ ເພື່ອຮອງຮັບວຽກງານ ແລະ ປະຕິບັດໃຫ້ໄດ້ຮັບຜົນດີຕາມພາລະບົດບາດຂອງ ສຄອ ແຂວງ.
  • ສົ່ງເສີມຜູ້ປະກອບການ, ຫົວໜ່ວຍທຸລະກິດໃນການດຳເນີນທຸລະກິດໃຫ້ຖືກກົດໝາຍ, ມີຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນແລະກັນ
  • ຊຸກຍູ້ສົ່ງເສີມການຜະລິດສິນຄ້າທີ່ມີທ່າແຮງຂອງແຂວງໃຫ້ມີຄຸນນະພາບ, ສາມາດສົ່ງອອກໄດ້. ພ້ອມດຽວກັນນັ້ນ, ພະຍາຍາມສົ່ງເສີມປ່ຽນແປງແນວຄິດການຜະລິດແບບເກົ່າຂອງປະຊາຊົນໃຫ້ຫັນເປັນການຜະລິດແບບໃໝ່ ທີ່ ທັນສະໄໝແລະມີປະສິດທີຜົນ.
  • ສຄອ ແຂວງວຽງຈັນຄວນຄົ້ນຄວ້າການສ້າງໂຄງການໃນຂະແໜງກະສິກຳ, ທ່ອງທ່ຽວ ແລະ ໂຄງການອື່ນໆຕາມແລວທາງລົດໄຟ ລາວ – ຈີນ ເພື່ອປະກອບສ່ວນສ້າງສາພັດທະນາປະເທດຊາດກໍ່ຄືແຂວງວຽງຈັນໃຫ້ພັດທະນາຂຶ້ນໄປເລື້ອຍໆ.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword