ກອງປະຊຸມປຶກສາຫາລື ລະຫວ່າງ ຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ຕໍ່ຮ່າງ 3 ກົດໝາຍອາກອນ

ກອງປະຊຸມປຶກສາຫາລື ລະຫວ່າງ ຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ແລະ ພາກທຸລະກິດ ຕໍ່ຮ່າງ 3 ກົດໝາຍອາກອນ

ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ, ໂດຍຮ່ວມກັບກະຊວງການເງີນ( ຄະນະຄົ້ນຄວ້າ 3 ຮ່າງກົດໝາຍອາກອນ) ພາຍໃຕ້ການສະໜັບສະໜູນດ້ານງົບປະມານໃນການຈັດກອງປະຊຸມ ໂດຍໂຄງການພັດທະນາການຄ້າໄລຍະ 2 ຫຼື TDF2,

ໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລື ເພື່ອ ທາບທາມຄຳຄິດຄຳເຫັນ ຂອງ ພາກທຸລະກິດ ຕໍ່ 3 ຮ່າງກົດໝາຍ ອາກອນ ເຊີ່ງປະກອບມີ : ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍອາກອນຊົມໃຊ້ ແລະ ກົດໝາຍ ອາກອນລາຍໄດ້. ກອງປະຊຸມດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 01 ສິງຫາ 2018 ທີ່ ໂຮງແຮມ ເມີຄິວ, ນະຄອນຫຼວງວຽງຈັນ. ເປັນກຽດເປັນປະທານ ໃນພິທີເປີດ ກອງປະຊຸມ ໂດຍ ປອ ອາດສະພັງທອງ ສີພັນດອນ, ຮອງ ລັດຖະມົນຕີ ກະຊວງການເງີນ, ແລະ ກ່າວມີຄຳເຫັນຕໍ່ ການຈັດກອງປະຊຸມ ໂດຍ ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສະພາການຄ້າ ແລະ ອຸດສະຫະກໍາ ແຫ່ງຊາດລາວ. ກອງປະຊຸມໃນຄັ້ງນີ້, ໄດ້ມີແຂກເຂົ້າຮ່ວມກອງປະຊຸມ ທີ່ມາຈາກຫຼາຍຂະ ແໜງການ ທີ່ມາຈາກພາກລັດ ແລະ ພາກທຸລກິດເຊັ່ນ: ຕາງໜ້າ ກົມກອງ ທີ່ກ່ຽວຂ້ອງຈາກກະຊວງ ການເງີນ, ສະພາແຫ່ງຊາດ, ທະນາຄານ ແຫ່ງ ສປປ ລາວ, ຕາງໜ້າ ບັນດາສະມາຄົມ ແລະ ກຸ່ມທຸລະກິດ, ສະພາການຄ້າຕ່າງປະເທດ ແລະ ຫົວໜ່ວຍທຸລະກິດ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງ ຂອງ ການຈັດກອງປະຊຸມໃນຄັ້ງນີ້, ກໍ່ເພື່ອເປັນການເປີດໂອກາດໃຫ້ ພາກທຸລະກິດ ໄດ້ປະກອບຄຳຄິດເຫັນຕໍ່ 3 ຮ່າງກົດໝາຍຢ່າງກົງໄປກົງມາ, ພ້ອມດຽວກັນນັ້ນ, ກໍ່ຍັງເປັນການຊ່ວຍໃຫ້ພາກລັດ ແລະ ພາກທຸລະກິດ ໄດ້ນຳສະເໜີບັນຫາ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດບັນດາ ນິຕິກຳ ທີ່ຕິດພັນກັບອາກອນ ໃນທີ່ຜ່ານມາ ເພື່ອເຮັດແນວໃດໃຫ້ຮ່າງ 3 ກົດໝາຍ ອາກອນ ທີ່ ຈະນຳສະເໜີຕໍ່ຄະນະລັດຖະບານ ເພື່ອພິຈາລະນາ ແລະ ນຳສະເໜີຕໍ່ ສະພາແຫ່ງຊາດ ເພື່ອຮັບຮອງນັ້ນມີຄວາມ ສອດຄ່ອງ, ແທດເໝາະ ແລະ ເອື້້ອອຳນວຍກັບການດຳເນີນທຸລະກິດ, ພ້ອມດຽວກັນນັ້ນ ກໍ່ເພື່ອເປັນການຮັບປະກັນການເກັບງົບປະມານໃຫ້ໄດ້ປະສິດທິພາບທີ່ສຸດ.

ທ່ານ ວັນທອງ ສິດທິກຸນ ຮອງປະທານ ສຄອ ແຫ່ງຊາດລາວ ໄດ້ກ່າວທີ່ປະຊຸມວ່າ: “ຂ້າພະເຈົ້າ, ຂໍລາຍງານ ຕໍ່ທີ່ປະຊຸມ ກ່ຽວກັບຄວາມຄືບໜ້າຂອງຂະບວນການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ພາຍໃຕ້ກອບຂອງເວທີທຸລະກິດລາວ ທີ່ ສຄອ ແຫ່ງຊາດລາວ ພ້ອມດ້ວຍກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖືກມອບໝາຍໃຫ້ເປັນຜູ້ປະສານງານ ແລະ ກອງເລຂາ ໂດຍໄດ້ຮັບການສະໜັບສະໝູນຈາກໂຄງການ TDF2. ໃນນີ້ ກອງປະຊຸມທຸລະກິດ ລາວ ແມ່ນຂະບວນການປຶກສາຫາລື ທີ່ ປະກອບມີ 4 ລະດັບຄື ລະດັບ ຫນ່ວຍງານປຶກສາຫາລື ພາກເອກະຊົນ, ລະດັບວິຊາການກະຊວງກ່ຽວຂ້ອງ, ລະດັບຄະນະຊີ້ນໍາ ແລະ ລະດັບຊາດ ເຊິ່ງ ພວກເຮົາກໍ່ໄດ້ສໍາເລັດ ການຈັດກອງປະຊຸມທຸລະກິດລາວ ຄັ້ງທີ 11 ໃນວັນທີ 5 ກໍລະກົດ ທີ່ຜ່ານມານີ້. ກອງປະຊຸມທຸລະກິດລາວຄັ້ງທີ 11 ໄດ້ຍົກເອົາ 3 ກຸ່ມບັນຫາໃຫຍ່ ເພື່ອມາປຶກສາຫາລື ເຊິ່ງໜຶ່ງໃນສາມກຸ່ມບັນຫາ ດັ່ງກ່າວ ກໍ່ແມ່ນກຸ່ມບັນຫາອາກອນທີ່ຕິດພັນກັບທຸລະກິດ. ສະນັ້ນ ກອງປະຊຸມປຶກສາຫາລື ໃນມື້ນີ້ ກໍ່ຖືໄດ້ວ່າເປັນໜຶ່ງໃນຂະບວນການ ພາຍໃຕ້ກອບຂອງກອງປະຊຸມທຸລະກິດລາວ ເພື່ອ ຮວບຮວມເອົາຄໍາຄິດເຫັນຂອງພາກທຸລະກິດ ເຂົ້າໃນການປັບປຸງຮ່າງກົດໝາຍທີ່ຕິດພັນກັບວຽກງານອາກອນ.”

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword