ແຈ້ງການ ປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະໜາມໄຊ, ແຂວງອັດຕະປື.

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຂໍຖືເປັນກຽດແຈ້ງມາຍັງບັນດາສະມາຊິກ ແລະ ຜູ້ປະກອບການ ທຸກທົ່ວໜ້າຊາບວ່າ ສຄອຊ ຂອງພວກເຮົາ ໄດ້ຈັດຕັ້ງໜ່ວຍງານເພື່ອລະດົມການຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງສະໜາມໄຊ, ແຂວງອັດຕະປື ຂື້ນ ທີ່ ຫ້ອງການ ສຄອຊ ເພື່ອຊ່ວຍເຫຼືອ ແລະ ບັນເທົາທຸກແກ່ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກການປ່ອຍນໍ້າອອກຈາກເຂື່ອນເຊນໍ້ານ້ອຍ ໃນວັນທີ 23 ກໍລະກົດ 2018 ນີ້.
**ສະພາບປັດຈຸບັນ:
– ກອງທັບ ແລະ ອຳນາດ ການປົກຄອງຂອງແຂວງ, ເມືອງກຳລັງຄົ້ນຫາ ແລະ ກູ້ໄພ ປະຊາຊົນທີ່ຍັງຕົກຄ້າງຢູ່ທີ່ຖຶກນໍ້າຖ້ວມ.
– ເຈົ້າໜ້າທີ່ຂອງແຂວງ ໄດ້ຍົກຍ້າຍປະຊາຊົນທີ່ຖຶກນໍ້າຖ້ວມຫຼາຍກ່ວາ 1000 ຄອບຄົວໄປຢູ່ເຂດທີ່ປອດໄພ.
– ຄວາມຕ້ອງການທີ່ຮີບດ່ວນສຸກເສີນ:
(1) ທີ່ພັກຊົ່ວຄາວສຸກເສີນ ເຕັ້ນ.
(2) ເຄື່ອງນຸ່ງຫົ່ມ, ທີ່ນອນ, ໝອນ, ມຸ້ງ.
(3) ເຄື່ອງໃຊ້ຄົວເຮືອນ.
(4) ອາຫານ,ນໍ້າດື່ມ, ວິດຖ່າຍ.
(5) ຢ່າປົວພະຍາດ ແລະ ອື່ນໆ…
– ເຈົ້າໜ້າທີ່ຂອງແຂວງ ດ້ານກຳລັງ ແລະ ພາຫະນະ: ຕ້ອງການເຮຶອ ແລະ ລົດຂົນສົ່ງເພື່ອຄົ້ນຫາ ແລະ ກູ້ໄພ.
ດັ່ງນັ້ນ ສຄອຊ ຈຶ່ງສະເໜີມາຍັງບັນດາບໍລິສັດ ເພື່ອປະກອບສ່ວນ ດ້ານງົບປະມານ, ເຄື່ອງອຸປະໂພກ ແລະ ພາຫະນະຕາມຄວາມເໝາະສົມ ເພື່ອໄປຊ່ວຍຜູ້ປະສົບໄພ ທີ່ກ່າວມາຂ້າງເທິງນັ້ນ.
ກະລຸນາແຈ້ງການປະກອບສ່ວນຂອງທ່ານມາຍັງຫ້ອງການ ສຄອຊ ບ້ານໂພນພະເນົາ, ຫຼັກ 05, ຖະໜົນໄກສອນ ພົມວິຫານ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ໂທ: 021 453 312-4
ມືຖື: 020 5581 3681, 020 5555 3929, 020 5517 3030
ຫຼື ປະກອບສ່ວນເປັນເງີນມາຍັງໝາຍເລກບັນຊີລຸ່ມນີ້:
ຊື່ເຈົ້າຂອງບັນຊີ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ທະນາຄານພັດທະນາລາວ)
ໝາຍເລກບັນຊີ: 0300100010000014

ຊື່ເຈົ້າຂອງບັນຊີ: LNC OF COM-IND SAPHAKANKHAHENGSA (ທະນາຄານການຄ້າຕ່າງປະເທດລາວ)
ໝາຍເລກບັນຊີ: 010110000223345001

ລົບກວນ ຂຽນລາຍລະອຽດ ໃນການປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້

Related Posts

ເຊີນເຂົ້າຮ່ວມຝືກອົບຮົມ ໃນຫົວຂໍ້ “ຄວາມປອດໄພ ແລະ ສຸຂະພາບແຮງງານ  ແລະ ການປັບປຸງໃນສະຖານທີ່ເຮັດວຽກ

ເຊີນເຂົ້າຮ່ວມຝືກອົບຮົມ ໃນຫົວຂໍ້ “ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການປັບປຸງໃນສະຖານທີ່ເຮັດວຽກ “The Program on Occupational Safety and Health Management…Read more

ການຄຸ້ມຄອງ ແລະ ການນໍາໃຊ້ການຊ່ວຍເຫຼືອທາງດ້ານການພັດທະນາໃນຂະແໜງອຸດສາຫະກໍາປຸງແຕ່ງ-ການຄ້າ ແລະ ພາກເອກະຊົນ

ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການນໍາໃຊ້ການຊ່ວຍເຫຼືອທາງດ້ານການພັດທະນາໃນຂະແໜງອຸດສາຫະກໍາປຸງແຕ່ງ-ການຄ້າ ແລະ ພາກເອກະຊົນ ສະບັບເລກທີ 0228/ອຄ, ລົງວັນທີ 21 ກຸມພາ 2024 ການຊ່ວຍເຫຼືອທາງດ້ານການພັດທະນາໃນຂະແໜງອຸດສາຫະກໍາປຸງແຕ່ງ-ການຄ້າ ແລະ ພາກເອກະຊົນ ແມ່ນການຊ່ວຍເຫຼືອທາງດ້ານເຕັກນິກ-ວິຊາການ,…Read more

Enter your keyword