ງານມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ  ແລະ ລາງວັນການພັດທະນາສີມືແຮງງານ ປະຈຳປີ 2021

ງານມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ແລະ ລາງວັນການພັດທະນາສີມືແຮງງານ ປະຈຳປີ 2021

ງານມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ແລະ ລາງວັນການພັດທະນາສີມືແຮງງານ ປະຈຳປີ 2021 (ASEAN Business Awards Laos & Skill Development 2021)

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ພາຍໃຕ້ການສະໜັບສະໜູນໂດຍໂຄງການ ພັດທະນາອະຊີວະສຶກສາ (RECOTVET) ຂອງ ອົງການຮ່ວມມື ລາວ-ເຢຍລະມັນ (GIZ) ປະຈຳລາວ ໄດ້ຈັດງານ ມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ລາງວັນການພັດທະນາສີມືແຮງງານ ປະຈຳປີ 2021 ” (ASEAN Business Awards Laos and Skill Development)  ຂື້ນໃນຕອນຄໍ່າຂອງວັນສຸກ, ວັນທີ 4 ກຸມພາ 2022 ທີ່ຜ່ານມາເຊິ່ງກ່າວເປີດງານໂດຍ ທ່ານ ທະນົງສິນ ກັນລະຍາ ໃນນາມສະມາຊິກສະພາທີ່ປຶກສາທຸລະກິດອາຊຽນ ແລະ ທັງເປັນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ພະນະທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ປອ ຄຳເເພງ ໄຊສົມແພງ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານເອກອັກຄະລັດຖະທູດສະຫະພັນເຢຍລະມັນ ປະຈຳລາວ ແລະ ຜູ້ສື່ຂ່າວ ລວມເຖິງບັນດານັກທຸລະກິດ ທີ່ ຊະນະເລີດໄດ້ຮັບ ລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ ແລະ ລາງວັນການພັດທະນາສີມືແຮງງານ ປະຈຳປີ 2021  (ASEAN Business Awards Laos and Skill Development) .

ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ກ່າວວ່າຈຸດປະສົງຕົ້ນຕໍຂອງການຈັດງານມອບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ (ABA Laos) ລາວແມ່ນເພື່ອຮັບຮູ້ວິສາຫະກິດທີ່ມີຊື່ສຽງໃນລາວທີ່ມີຄວາມຄິດສ້າງສັນ ແລະ ຕອບສະຫນອງຕໍ່ຄວາມຕ້ອງການຂອງຕະຫຼາດລາວ ໄດ້ເນັ້ນໃຫ້ເຫັນວ່າຜູ້ຊະນະເລີດໃນຄ່ຳຄືນນີ້ມີຄວາມພ້ອມທີ່ຈະແຂ່ງຂັນບໍ່ພຽງແຕ່ຢູ່ໃນປະເທດລາວເທົ່ານັ້ນແຕ່ລວມເຖິງໃນລະດັບພາກພື້ນອີກດ້ວຍ.

ນອກນີ້ຍັງເປັນການສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍທຸລະກິດໃນແຕ່ລະຂະແໜງການ ແລະ ເພື່ອຍ້ອງຍໍຊົມເຊີຍຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າງານລາງວັນນີ້ແມ່ນຢູ່ພາຍໃຕ້ກອບວຽກລະດັບພາກພື້ນທີ່ເອີ້ນວ່າ ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແລະ ການຈັດງານທຸລະກິດດີເດັ່ນ ອາຊຽນ  (ASEAN-BIS), ບັນດາວຽກງານເຫລົ່ານີ້ແມ່ນຈະຢູ່ພາຍໃຕ້ການຊີ້ນໍາ ແລະ ຈັດຕັ້ງປະຕິບັດໂດຍສະພາທີ່ປຶກສາທຸລະກິດອາຊຽນ (ASEAN-BAC). ABA Laos 2021 ເປີດກວ້າງຕໍ່ສະມາຊິກ ສຄອ ແຫ່ງຊາດລາວ ແລະ ທຸກໆຫົວໜ່ວຍທຸລະກິດໃນລາວ ທີ່ລົງທະບຽນຖືກຕ້ອງຕາມກົດໝາຍ, ບໍ່ວ່ານ້ອຍ ຫຼື ໃຫຍ່ ກໍ່ສາມາດສົ່ງເຂົ້າມາສະໝັກຊິງລາງວັນໃນຂະແໜງການຕ່າງໆໄດ້.

ໃນປີນີ້ປະເພດຂອງ ABA Laos ທີ່ກໍານົດໄວ້ແມ່ນສອດຄ່ອງກັບຄວາມຕ້ອງການຂອງລາງວັນທຸລະກິດອາຊຽນ 2021 (ASEAN Business Award 2021) ເຊິ່ງຈັດຂຶ້ນ ທີ່ ປະເທດ ບູໄນ ໃນເດືອນພະຈິກປີ 2021 ນີ້. ເຊິ່ງໃນປີນີ້ພິເສດອີກ 1 ລາງວັນທີ່ທາງກອງເລຂາໄດ້ນຳມາເພີ່ມເຂົ້າໃນການມອບລາງວັນ ຂອງ ABA Laos ແມ່ນລາງວັນ ການພັດທະນາສີມືແຮງງານ (Skill Development) ເຊິ່ງພາຍໃຕ້ການສະໜັບສະໜູນ ຂອງ ໂຄງການພັດທະນາອະຊີວະສຶກສາ ຫລື (RECOTVET) ຂອງ GIZ ປະຈຳລາວ ເຊິ່ງລາງວັນຂະແໜງການດັ່ງກ່າວນີ້ຜ່ານມາແມ່ນຈັດຂື້ນໃນແຕ່ລະດັບອາຊຽນເທົ່ານັ້ນ, ດັ່ງນັ້ນ ສຄອຊ ເຮົາ ແລະ ໂຄງການພັດທະນາອະຊີວະສຶກສາ ຈຶ່ງໄດ້ເລັງເຫັນຄວາມຫມາຍຄວາມສຳຄັນ ຕໍ່ກັບລາງວັນດັ່ງກ່າວ ຈຶ່ງໄດ້ຮ່ວມກັນນຳເອົາລາງວັນສາຂາດັ່ງກ່າວເຂົ້າມາເປັນ 1 ໃນລາງວັນ ຂອງ ABA Laos ໃນປີ 2021 ນີ້. ຈຸດປະສົງແມ່ນເພື່ອເປັນການຍົກບົດບາດ ໃຫ້ກັບ ວິສາຫະກິດລາວໃຫ້ໂດດເດັ່ນຂື້ນໃນເວທີ ພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ນອກນີ້ຍັງເປັນການສະແດງໃຫ້ເຫັນການດຳເນີນທຸລະກິດທີ່ບົ່ງບອກເຖິງການປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາແຫຼ່ງຊັບພະຍາກອນມະນຸດການພັດທະນາແຮງງານທີ່ມີທັກສະ, ໂດຍສະເພາະແມ່ນສະໜອງແຮງງານເລົ່ານັ້ນໃຫ້ກັບທຸລະກິດຂະແໜງການຕ່າງໆ ແລະ ອຸດສາຫະກຳ 4.0 ເພື່ອໃຫ້ສາມາດເເຂ່ງຂັນທາງດ້ານກົນໄກການພັດທະນາເສດຖະກິດ ຂອງ ສປປ ລາວ ໂດຍສຸມໃສ່ຄວາມຕ້ອງການທີ່ຈະສ້າງຄວາມເຂັ້ມແຂງດ້ານວິຊາການ ແລະ ວິຊາຊີບດ້ານສີມືແຮງງານຂອງ ສປປລາວ.

ເຊິ່ງພາຍໃນງານຍັງໄດ້ເຊື້ອເຊີນ ນັກທຸລະກິດລາວຈຳນວນ 4 ບໍລິສັດ ເຊັ່ນ: ບໍລິສັດ ASEAN Contact Center Co., Ltd ກຸ່ມບໍລິສັດ ດາວເຮືອງ ຈຳກັດ, ບໍລິສັດ ອອກພົບຕົກ ແລະ ໂຮງແຮມ ອັງສານາ ເມຊົງ ສຸວັນນະພູມ ທີ່ໄດ້ຮັບລາງວັນຊະນະເລີດ ລາງວັນທຸລະກິດອາຊຽນດີເດັ່ນ ປະຈຳປີ 2021 ທີ່ ປະເທດ ບູໄນ ເປັນເຈົ້າພາບໃນປີ 2021 ມາເຂົ້າຮ່ວມຮ່ວມງານ ເພື່ອຮ່ວມຖ່າຍຮູບຮອບພິເສດ ຮ່ວມກັບ ພະນະທ່ານ ຮອງນາຍົກລັດຖະມົນ ແຫ່ງ ສປປລາວ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຄະນະສະພາທີ່ປຶກສາທຸລະກິດອາຊຽນລາວ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ຖ່າຍຮູບໄວ້ເປັນທີ່ລະນຶກ.

ງານຊິງລາງວັນຄັ້ງນີ້ໄດ້ຮັບການກວດສອບ ແລະ ຕັດສິນນອກຈາກຕົວແທນ ຈາກ ພາກລັດ, ຄະນະຜູ້ຕາງຫນ້າຂອງສະຖາບັນການສຶກສາລາວ, ຕາງໜ້າຈາກສື່ມວນຊົນ, ແລະ ພາກທຸລະກິດ ແມ່ນຍັງໄດ້ຮ່ວມມືກັບບໍລິສັດ KPMG ເພື່ອຮັບປະກັນຄວາມໂປ່ງໃສ, ຄວາມຍຸດຕິທໍາ ແລະ ຄວາມເປັນມືອາຊີບເຂົ້າໃນຂະບວນການຄັດເລືອກ ແລະ ຕັດສິນຜູ້ຊະນະເລີດລາງວັນ.

ເຊິ່ງ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເນັ້ນຫນັກກ່ຽວກັບຄວາມສໍາຄັນຂອງເວທີດັ່ງກ່າວນີ້ໃນການສົ່ງເສີມຄວາມຫມັ້ນໃຈໃຫ້ແກ່ຜູ້ປະກອບການ SMEs ລາວທີ່ໄດ້ປະສົບຜົນສໍາເລັດໃນການເຮັດທຸລະກິດທີ່ຫນ້າເຊື່ອຖື ແລະ ມີຄວາມຮັບຜິດຊອບໃນ ສປປ ລາວ. ການຮັບຮູ້ມາດຕະຖານສູງດັ່ງກ່າວຈະເຮັດໃຫ້ທຸລະກິດລາວມີຄວາມຫນ້າເຊື່ອຖືຫຼາຍ ແລະ ຈະກາຍເປັນຂົງເຂດທີ່ມີຄວາມຫມັ້ນໃຈໃນການນໍາໃຊ້ສະມາຄົມເສດຖະກິດອາຊຽນຢ່າງເຕັມສ່ວນ ໂດຍສະເພາະໃນສະພາບການເເຜ່ລະບາດ ຂອງ ພະຍາດໂຄວິດ-19 ໃນຫລາຍປະເທດສະມາຊິກອາຊຽນ.

ລາງວັນດັ່ງກ່າວຖືກຈັດເປັນ 3 ປະເພດໃຫຍ່ຄື: ລາງວັນຂະແໜງບູລິມະສິດບູດີເດັ່ນຂອງລາວ, ລາງວັນທຸລະກິດ SME ດີເດັ່ນ ແລະ ປະເພດລາງວັນພິເສດ.

 

ສະຫລຸບຈຳນວນປະເພດລາງວັນ ແລະ ທຸລະກິດ ທີ່ໄດ້ຮັບລາງວັນໃນປີນີ້

ລາຍຊື່ຜູ້ຊະນະເລີດໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ແລະ ລາງວັນພັດທະນາສີມືແຮງງານ ປະຈຳປີ 2021

(List of Winners of ASEAN Business Awards Laos & Skill Development)

ລ/ດ
No.
ຊື່ບໍລິສັດ
Company
ປະເພດລາງວັນທີ່ຊະນະເລີດ
Winning Categories
I ປະເພດລາງວັນຂະແໜງການບູລິມະສິດດີເດັ່ນ

Priority Integration Sectors Excellence Awards

1 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
Generation Public Company (EDL)
ລາງວັນປະເພດບຸລິມະສິດດີເດັ່ນ-ຂະແໜງການພະລັງງານ
Priority Integration Sectors Excellence Awards – Energy Sector
2 ສວນພຶກສາ
Pheuksa Garden
ລາງວັນປະເພດບຸລິມະສິດດີເດັ່ນ-ຂະແໜງທ່ອງທ່ຽວ
Priority Integration Sectors Excellence Awards – Tourism Sector
3 ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈໍາກັດຜູ້ດຽວ
HOUNG AH LOUN Logistics Sole Co., Ltd
ລາງວັນປະເພດບຸລິມະສິດດີເດັ່ນ-ຂະແໜງຂົນສົ່ງ-ຈັດສົ່ງສິນຄ້າ
Priority Integration Sectors Excellence Awards – Transportation & Logistics Sector
4 ບໍລິສັດ ປາກຊ່ອງພັດທະນາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ
Pakxong Development Export-Import Sole Co., Ltd
ລາງວັນປະເພດບຸລິມະສິດດີເດັ່ນ-ຂະແໜງການກະສິກຳ
Priority Integration Sectors Excellence Awards – Agriculture Sector
5 ໂຮງງານ ກະເບື້ອງ ກາສິງ
Lion Brand Roof Tiles Factory
ລາງວັນປະເພດບຸລິມະສິດດີເດັ່ນ-ຂະແໜງການຄ້າຍົກ-ຄ້າຍ່ອຍ
Priority Integration Sectors Excellence Awards – Wholesale/Retail Sector
II ປະເພດລາງວັນທຸລະກິດຂະຫນາດນ້ອຍ ແລະ ກາງດີເດັ່ນ
SME Excellence Awards
1 ບໍລິສັດ ຄຳມະນີ ເຈັນເນີຣອນເຊີວິກ ຈຳກັດ
Khammany General Service Co., Ltd
ລາງວັນປະເພດທຸລະກິດ SME ດີເດັ່ນ – ຂະແໜງການຂະຫຍາຍຕົວທຸລະກິດ ດີເດັ່ນ
SME Excellence Award – SME Growth Award
2 ບໍລິສັດ ວຽງຈັນ ຈິໂອເມຕິກ ເຊີວິດສ ຈໍາກັດ ຜູ້ດຽວ
Vientiane GEOMATIC Services Sole Co., Ltd
ລາງວັນປະເພດທຸລະກິດ SME ດີເດັ່ນ – ຂະແໜງການຫັນເປັນດິຈິຕອລ ດີເດັ່ນ
SME Excellence Award –  SME Digitalization Transformation Award
3 ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ
Star Fintech Sole Co.,Ltd
ລາງວັນປະເພດທຸລະກິດ SME ດີເດັ່ນ – ຂະແໜງການນະວັດຕະກຳ ດີເດັ່ນ
SME Excellence Award – SME Innovation Award
4 ບໍລິສັດ ແຫລ່ງທ່ອງທ່ຽວຕາດເຍືອງ
Phathana Tad Ngeuang Waterfall
ລາງວັນປະເພດທຸລະກິດ SME ດີເດັ່ນ – ຂະແໜງການນະວັດຕະກຳ ດີເດັ່ນ
SME Excellence Award – SME Employment Award
5 ໂຮງແຮມ ອັງສະມາ ເມຊົງສຸວັນນະພູມ
Angsana Maison Souvannaphoum”
ລາງວັນປະເພດທຸລະກິດ SME ດີເດັ່ນ – ຂະແໜງການນະວັດຕະກຳ ດີເດັ່ນ
SME Excellence Award – SME Corporate Social Responsibility (CSR)  Award
III ປະເພດລາງວັນພິເສດ
Special Awards
1 ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ເອກພັດທະນາ
Ekhphatthana Deposit-Taking Microfinance Institution
ລາງວັນພິເສດ-ລາງວັນທຸລະກິດເພື່ອສັງຄົມແບບຍືນຍົງ
(Special Award) – Sustainable Social Enterprise
2 ບໍລິສັດ ວຽງຈັນ ຈິໂອເມຕິກ ເຊີວິດສ ຈໍາກັດ ຜູ້ດຽວ
Vientiane GEOMATIC Services Sole Co., Ltd
ລາງວັນປະເພດພິເສດ-ລາງວັນທຸລະກິດສີຂຽວ ດີເດັ່ນ
(Special Award) – Green Enterprise Award
3 ທະນາຄານ ເອັສທີ ຈຳກັດ
ST Bank Co., Ltd
ລາງວັນປະເພດພິເສດ-ລາງວັນທຸລະກິດຄອບຄົວ ດີເດັ່ນ
(Special Award) –  Family Business Award
4 ບໍລິສັດ ປະກັນໄພ ພົງສະຫວັນ
Phongsavanh Insurance (APA) Co., Ltd
ລາງວັນປະເພດພິເສດ-ລາງວັນທຸລະກິດລິເລີ່ມ ດີເດັ່ນ
(Special Award) – Start-up Award
5 ທະນາຄານ ມາຣູຮານ ເຈແປນລາວ ຈ􀁩າກັດ
MARUHAN Japan Bank CO., LTD
ລາງວັນປະເພດພິເສດ-ລາງວັນເພື່ອນມິດ ສປປ ລາວ ດີເດັ່ນ
(Special Award) –  Friend of Laos Award
6 ວິສາຫະກິດ ຍອດຊຳ ສ່ວນບຸກຄົນ
Yodxam Enterprise
ລາງວັນປະເພດພິເສດ-ລາງວັນຜູ້ປະກອບການໜຸ່ມ ດີເດັ່ນ
(Special Award) – Young Entrepreneur Award
7 ບໍລິສັດ ຂົນສົ່ງສາກົນ ຈຳກັດ
Inter Transport Co., Ltd
ລາງວັນປະເພດພິເສດ-ລາງວັນຜູ້ປະກອບການຍິງ ດີເດັ່ນ
(Special Award) –  Women Entrepreneur Award
IV ລາງວັນການພັດທະນາສີມືແຮງງານດີເດັ່ນ
Skill Development Award
1 ບໍລິສັດ ຄຳມະນີ ເຈັນເນີຣອນເຊີວິກ ຈຳກັດ
Khammany General Service Co., Ltd
ລາງວັນການພັດທະນາສີມືແຮງງານ ດີເດັ່ນ
Skill Development Award
2 ທະນາຄານລາວຝລັ່ງ
BFL
ລາງວັນການພັດທະນາສີມືແຮງງານ ດີເດັ່ນ
Skill Development Award
3 ບໍລິສັດ ພູເບ້ຍ ມາຍນີງ
Phubia Mining
ລາງວັນການພັດທະນາສີມືແຮງງານ ດີເດັ່ນ
Skill Development Award
4 ໂຮງຮຽນ ເຕັກນິກ-ວິຊາຊີບ ບີເອສວີ (ບຸນເກີດ)
Bounkeuth Institute
ລາງວັນການພັດທະນາສີມືແຮງງານ ດີເດັ່ນ
Skill Development Award
5 ອູ່ຄຳປຸ່ນສ້ອມແປງຄົບວົງຈອນ
Khampoun Car repair Enterprise
ລາງວັນການພັດທະນາສີມືແຮງງານ ດີເດັ່ນ
Skill Development Award
6 ບໍລິສັດ ເຄທີ ຟາມ ຂາເຂົ້າ – ຂາອອກ ຈໍາກັດຜູ້ດຽວ
KT Farm Co., Ltd ຊື່ເກົ່າ UDA Farm
ລາງວັນການພັດທະນາສີມືແຮງງານ ດີເດັ່ນ
Skill Development Award
7 ໂຮງແຮມ ຢຸນນານເໜີງໂຖຈຸເຈິ້ງ ຫຼວງພະບາງ  (ໂຮງແຮມ ພູແມນ)
Yeig Juzheng LuangPrabang Hotel (Pullman Hotel)
ລາງວັນການພັດທະນາສີມືແຮງງານ ດີເດັ່ນ
Skill Development Award
8 ໂຮງແຮມ ຊຽງແກ້ວ ຫລວງພະບາງ
Xiengkeo Luangprbang Hotel
ລາງວັນການພັດທະນາສີມືແຮງງານ ດີເດັ່ນ
Skill Development Award
9 ໂຮງແຮມ ເມຊົວສຸວັນນະພູມ
Angsana Maison Souvannaphoum
ລາງວັນການພັດທະນາສີມືແຮງງານ ດີເດັ່ນ
Skill Development Award
10 ສູນພັດທະນາ ແລະ ທົດສອບສີມືແຮງງານ ເວດສະພົງ
Vestphong Skill Development and Testing Center Sole Co., Ltd
ລາງວັນການພັດທະນາສີມືແຮງງານ ດີເດັ່ນ
Skill Development Award

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more
ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword