ຄະນະພັດທະນາທຸລະກິດກະສິກຳ ປະຈຳ ສຄອຊ ລົງຢ້ຽມຢາມ ແລະ ເຮັດວຽກນຳ ປະຊາຊົນ 3ບ້ານ

ຄະນະພັດທະນາທຸລະກິດກະສິກຳ ປະຈຳ ສຄອຊ ລົງຢ້ຽມຢາມ ແລະ ເຮັດວຽກນຳ ປະຊາຊົນ 3ບ້ານ

ຄະນະພັດທະນາທຸລະກິດກະສິກຳ ປະຈຳ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ນໍາໂດຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)

ທ່ານ ບຸນທ່ຽງ ລັດຕະນະວົງ,ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ ແລະ ກຸ່ມຜະລິດກະສິກຳ ເມືອງຫາດຊາຍຟອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກນໍາປະຊາຊົນ ບ້ານນາຄັນທຸງ, ບ້ານຫົວນາ, ບ້ານໂນນສະອາດ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃນວັນທີ 31 ກໍລະກົດ 2021, ຈຸດປະສົງ ຕົ້ນຕໍ ແມ່ນເພື່ອເປັນການລົງເກັບກຳ ແລະ ແລກປ່ຽນຂໍ້ມູນ ເພື່ອຮັບຮູ້ເຖິງ ສະພາບການຜະລິດ,ໂດຍສະເພາະແມ່ນທ່າແຮງ ແລະ ບັນຫາຕ່າງໆ ເພື່ອຊອກຫາວິທີທາງໃນການສົ່ງເສີມປະຊາຊົນໃນເຂດບ້ານດັ່ງກ່າວກ່ຽວກັບການປູກເຫັດ ແລະ ລ້ຽງໄກ່ລາດ, ເພີ່ມການສ້າງວຽກເຮັດງານທໍາ ແລະການສ້າງລາຍຮັບໃຫ້ນັບມື້ນັບຫຼາຍຂື້ນ, ຮັບປະກັນການສະໜອງສິນຄ້າເພື່ອຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ. ອີງຕາມສະພາບຕົວຈິງໃນປະຈຸບັນ ປະຊາຊົນເຂດບ້ານດັ່ງກ່າວຍັງຂາດປະສົບການດ້ານວິຊາສະເພາະ, ມີທຶນຮອນທີ່ຈຳກັດ, ມີການຜະລິດພໍໃຜພໍລາວກະແຈກກະຈາຍ ເຮັດໃຫ້ລາຄາສິນຄ້າມີການເໜັງຕີງສູງ ເພາະຜູ້ຄ້າຂົນກາງເປັນຜູ້ກຳນົດລາຄາ ສົ່ງຜົນກະທົບຕໍ່ລາຍຮັບຂອງຜູ້ຜະລິດ ແລະ ມີຄວາມຫຍຸ້ງຍາກສົມຄວນໃນການເຂົ້າຫາຕະຫຼາດ.

ອີງຕາມການປຶກສາຫາລືໃນກອງປະຊຸມ ກັບແຕ່ລະບ້ານຢ່າງກົງໄປກົງມາ, ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຫົວໜ້າຄະນະພັດທະນາທຸລະກິດກະສິກຳ ປະຈຳ ສຄອຊ ໄດ້ມີຄຳເຫັນ ແນະນຳ ປະຊາຊົນຜູ້ຜະລິດໃນໝູ່ບ້ານຕ້ອງມີຄວາມສາມັກຄີ ເປັນຈິດໜື່ງໃຈດຽວ, ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ຈັດຕັ້ງເປັນກຸ່ມ ຫຼື ສະຫະກອນ ໃນການສັງລວມຂໍ້ມູນຕົວຈິງແລະທ່າແຮງທີ່ຈະສາມາດຜະລິດໄດ້ ເຊິ່ງ ຄະນະພັດທະນາທຸລະກິດ ປະຈຳ ສຄອຊ ຈະພະຍາຍາມຊອກຫາວິທີທາງເພື່ອມາໃຫ້ການສະໜັບສະໜູນ ບໍ່ວ່າຈະເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມການຜະລິດ, ດ້ານວິຊາສະເພາະ, ການອຳນວຍຄວາມສະດວກໃນການເຂົ້າຫາແຫຼ່ງທືນ, ການເຂົ້າຫາຕະຫຼາດ ແລະ ອື່ນໆ ເພື່ອເຮັດໃຫ້ປະຊາຊົນຜູ້ຜະລິດສາມາດຫຼຸດຜ່ອນຕົ້ນທຶນ, ຮັບປະກັນທາງດ້ານປະລິມານແລະຄຸນນະພາບຂອງສິນຄ້າ, ສ້າງເສດຖະກິດຄອບຄົວທີ່ມີລາຍຮັບທີ່ສູງຂື້ນ, ປະກອບ ສ່ວນໃນການສ້າງສາພັດທະນາປະເທດຊາດໃຫ້ນັບມື້ນັບຂະຫຍາຍຕົວ.’

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword