ກອງປະຊຸມປຶກສາຫາລືພາກທຸລະກິດຂະແໜງການທ່ອງທ່ຽວ

ກອງປະຊຸມປຶກສາຫາລືພາກທຸລະກິດຂະແໜງການທ່ອງທ່ຽວ

ວັນທີ 22 ມີນາ 2022, ທີ່ ນະຄອນຫລວງວຽງຈັນ.  ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພາຍໃຕ້ການສະໜັບສະໜູນຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ, ໄດ້ຈັດກອງປະຊຸມພາກທຸລະກິດ ສໍາລັບຂະແໜງການທ່ອງທ່ຽວຂື້ນ ພາຍໃຕ້ກົນໄກ ທຸລະກິດລາວ ທີ່ໂຮງແຮມລາວພຣາຊ່າ.

ຈຸດປະສົງຂອງກອງປະຊຸມກໍ່ເພື່ອເປັນເວທີເປີດກວ້າງສໍາລັບຫົວໜ່ວຍທຸລະກິດໃນຂະແໜງການທ່ອງທ່ຽວ ໃນການປຶກສາຫາລື ກໍານົດບັນຫາທີ່ເປັນບັນຫາບູລິມະສິດຂອງຂະແໜງການ ແລະ ວິທີແກ້ໄຂ ທີ່ຈະສະເໜີໃຫ້ບັນດາກະຊວງ ແລະ ກົມກອງທີ່ກ່ຽວຂ້ອງ ເພື່ອພິຈາລະນາແກ້ໄຂ.

ກອງປະຊຸມດັ່ງກ່າວແມ່ນໄດ້ຮັບກຽດ ເປັນປະທານຮ່ວມໂດຍ ທ່ານ ຄໍາຫລ້າ ພົມມະວັນ, ປະທານ ຄະນະໜ່ວຍງານປຶກສາຫາລື ພາກທຸລະກິດຂະແໜງການທ່ອງທ່ຽວ, ທ່ານ ປະກາສິດ ຈັນທະປັນຍາ, ປະທານສະມາຄົມ ໂຮງແຮມ ແລະ ຮ້ານອາຫານ, ແລະ ທ່ານ ພູໄຊ ເທບພະວົງ, ເລຂາທິການສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ. ນອກນັ້ນ, ຍັງມີບັນດາຜູ້ເຂົ້າຮ່ວມກໍຄື ຕາງໜ້າ ຈາກ ສະມາຄົມທຸລະກິດທ່ອງທ່ຽວ ແລະ ສະມາຊິກ, ສະມາຄົມໂຮງແຮມ ແລະ ຮ້ານອາຫານ, ສະມາຄົມໄກ໋ນໍາທ່ຽວ, ກຸ່ມບໍລິການເຊົ້າລົດ, ແລະ ສາຍການບິນ.

ທ່ານ ຄໍາຫລ້າ ພົມມະວັນ, ປະທານ ຄະນະໜ່ວຍງານປຶກສາຫາລື ພາກທຸລະກິດຂະແໜງການທ່ອງທ່ຽວ ໄດ້ກ່າວໃນບົດເປີດກອງ ປະຊຸມ ໂດຍໄດ້ເນັ້ນຢໍ້າເຖິງຄວາມສໍາຄັນຂອງກອງປະຊຸມພາກທຸລະກິດ ແລະ ໝູນໃຊ້ເວທີນີ້ໃນການສະເໜີບັນຫາຕ່າງໆທີ່ເປັນຜົນກະທົບຕໍ່ການເຕີບໃຫ່ຍຂອງທຸລະກິດຂອງພວກເຂົາ.

ປະທານ ສະມາຄົມໂຮແຮມ ແລະ ຮ້ານອາຫານ, ທ່ານ ປະກາສິດ ຈັນທະປັນຍາ, ຍັງໄດ້ ຮຽກຮ້ອງໃຫ້ສະມາຊິກຂອງຕົນທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ແລກປ່ຽນສົນທະນາຢ່າງຫ້າວຫັນ, ແລະ ກົງໄປກົງມາ ເພື່ອພ້ອມກັນສະເໜີບັນຫາຕໍ່ພາກລັດໃຫ້ແກ້ໄຂຢ່າງຈິງຈັງ.

ທ່ານ ພູໄຊ ເທບພະວົງ, ຫົວໜ້າກອງເລຂາກົນໄກກອງປະຊຸມທຸລະກິດລາວ ທັງເປັນ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ອະທິບາຍໃຫ້ຜູ້ເຂົ້າຮ່ວມເຂົ້າໃຈໃນກົນໄກກອງປະຊຸມທຸລະກິດລາວ ໂດຍສະເພາະ ກອງປະຊຸມພາກທຸລະກິດ ແລະ ຂັ້ນຕອນໃນຕໍ່ໜ້າພາຍຫລັງທີ່ມີກອງປະຊຸມພາກທຸລະກິດ.

ບັນຫາທີ່ຖືກຍົກຂື້ນໃນກອງປະຊຸມມື້ນີ້ລວມມີ: ຂັ້ນຕອນການນໍານັກທ່ອງທ່ຽວເຂົ້າມາ, ການນໍາໄຊ້ລະບົບດີຈີຕອລແທນເອກະສານນໍາເຂົ້ານັກທ່ອງທ່ຽວ, ການສໍາປະທານແຫລ່ງທ່ອງທ່ຽວຂອງລັດ, ຂັ້ນຕອນການແລ່ນເອກະສານ, ແຫລ່ງຂໍ້ມູນຂ່າວສານທີ່ໜ້າເຊື່ອຖື, ການສ້າງຕັ້ງສະພາສົ່ງເສີມການທ່ອງທ່ຽວ, ແລະ ຄ່າທໍານຽມຜູ້ໂດຍສານຂາເຂົ້າ.

ຫລັງຈາກກອງປະຊຸມຄັ້ງນີ້, ກອງເລຂາກອງປະຊຸມທຸລະກິດລາວ ປະຈໍາ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ຈະໄດ້ລວບລວມ ສະຫລຸບບັນຫາທີ່ທາງພາກທຸລະກິດໄດ້ສະເໜີ ແລະ ກະກຽມບົດສະເໜີບັນຫາ ໄປຫາກະຊວງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າປຶກສາຫາລືໃນກອງປະຊຸມພາກລັດ-ທຸລະກິດ ຄັ້ງຕໍ່ໄປ.

Write a Message

Your email address will not be published.

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword