ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ເຂົ້້າຮ່ວມ ກອງປະຊຸມສະພາບໍລິຫານ ຄັ້ງທີ XIII
ຂອງ ອົງການປະກັນສັງຄົມແຫ່ງຊາດ

ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII, ໃນວັນທີ 30 ເມສາ 2024ຜ່ານມາ, ທີ່ອົງການປະກັນສັງຄົມແຫ່ງຊາດ (ອປຊ). ໂດຍພາຍໃຕ້ການເປັນປະທານ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ແລະ ທັງເປັນປະທານສະພາບໍລິຫານ ຂອງ ອປຊ, ມີຮອງປະທານສະພາບໍລິຫານ, ບັນດາຄະນະກໍາມະການ, ຄະນະອົງການປະກັນສັງຄົມແຫ່ງຊາດ ພ້ອມດ້ວຍຄະນະວິຊາການເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ຍັງໄດ້ຮັບຟັງການສະຫຼຸບລາຍງານການຈັດຕັ້ງປະຕິບັດໜ້າວຽກຕາມທິດຊີ້ນຳຂອງກອງປະຊຸມຄັ້ງທີ XII ທີ່ຜ່ານມາ, ປະຈຳງວດ I ແລະ ທິດທາງແຜນການປະຈໍາງວດ II ປີ 2024 ພ້ອມທັງຜ່ານແຜນງົບປະມານປະຈໍາປີ 2025 ແລະ ແຜນງົບປະມານໂຄງການ 5 ປີ (ປີ 2026-2030).
ໃນກອງປະຊຸມ, ທ່ານ ນາງ ແກ້ວ ຈັນທະວີໄຊ ຫົວໜ້າອົງການປະກັນສັງຄົມແຫ່ງຊາດ ໄດ້ລາຍງານຜົນຜົນສຳເລັດ, ດາ້ນອອ່ນ, ຂໍ້ຄົງຄ້າງ, ບັນຫາສິງທ້າທາຍ ແລະ ບົດຮຽນທີທອດຖອນໄດ້ ໃນການຈັດຕັ້ງປະຕິບັດ ໄລຍະຜ່ານມາ ເຊັ່ນ: ການປະຕິບັດຕົວເລກຄາດໝາຍສູ້ຊົນປີ 2024 ແມ່ນໄດ້ເອົາຕົວເລກຂອງແຜນ 05 ປີ (2021-2025) ມາສະເລ່ຍ ເປັນຕົວເລກຄາດໝາຍສຸ້ຊົນໃນແຕ່ລະປີ, ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະ 03 ປີ ສາມາດບັນລຸຕົວເລກຄາດໝາຍສູ້ຊົນ ດັ່ງນີ້: ໜວ່ຍງານໃນທົ່ວປະເທດ ໄດ້ໂຄສະນາປະຊາສໍາພັນ ໄດ້ 1.841 ຄັ້ງ ເທົ່າກັບ 46% ຂອງແຜນການ 5 ປີ, ວຽກງານທະບຽນ ແລະ ເງິນສົມທົບ ບັນລຸ 139.768 ຄົນ ເທົ່າກັບ 88% ຂອງແຜນການ 05 ປີ, ແລະ ວຽກງານຫົວໜ່ວຍວິສາຫະກິດຂື້ນທະບຽນໃໝ່ ບັນລຸ 1.060 ຫົວໜ່ວຍ ເທົ່າກັບ 84% ຂອງແຜນການ 05 ປີ; ພ້ອມນີ້ຍັງຈະໄດ້ສືບຕໍ່ພັດທະນາປັບປຸງລະບົບຖານຂໍ້ມູນປະກັນສັງຄົມຫັນໄປສູ່ທັນສະໄໝ, ພັດທະນາ Application, ພັດທະນາລະບົບເຊື່ອມຕໍ່ຖານຂໍ້ມູນ API ກັບພາກສ່ວນກ່ຽວຂ້ອງ; ສືບຕໍ່ພັດທະນາໂປຣແກຣມການຈ່າຍເງິນອຸດໜູນປະກັນສັງຄົມພາກວິສາຫະກິດ, ຂະຫຍາຍຕາໜ່າງການບໍລິການປະກັນສັງຄົມ ແບບເຄື່ອນທີ່ໃຫ້ແກ່ແຮງງານນອກລະບົບ, ເປີດນໍາໃຊ້ລະບົບຊຳລະເງິນສົມທົບພາກວິສາຫະກິດ ຜ່ານລະບົບທະນາຄານຮ່ວມທຸລະກິດ ລາວ-ຫວຽດ. ສໍາລັບການປັບປຸງແກ້ໄຂການຈັດຕັ້ງປະຕິບັດອຸດໜູນປະກັນສຸຂະພາບທີ່ິຕິດພັນກັບການຂະຫຍາຍອັດຕາປົກຄຸມຂອງລະບົບປະກັນສັງຄົມ ໄດ້ສົມທົບກັບກະຊວງສາທາລະນະສຸກ ໃນການປຶກສາຫາລືຮີບຮ້ອນເພື່ອແກ້ໄຂບັນຫາການຈັດຕັ້ງປະຕິບັດວຽກງານປະກັນສຸຂະພາບ ເພື່ອລາຍງານຂໍທິດຊີ້ນຳຕໍ່ລັດຖະບານໃນໄວໆນີ້.
ພາຍໃນກອງປະຊຸມ ບັນດາຜູ້ເຂົ້າຮວ່ມຍັງໄດ້ພ້ອມກັນປະກອບຄໍາຄິດ ຄໍາເຫັນ, ປຶກສາຫາລືຄົ້ນຄວ້າ ຫລາຍບັນຫາສຳຄັນ ຢ່າງກົງໄປກົງມາດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງຂອງຄະນະ ເປັນຕົ້ນ ສະເໜີໃຫ້ມີການແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອຊ່ວຍຊຸກຍູ້ວຽກງານໂຄສະນາປະຊາສໍາພັນ ຢູ່ຂັ້ນແຂວງທ່ອງຖິ່ນ, ການລົງທຶນທີ່ຕິດພັນກັບການຄຸ້ມຄອງກອງທຶນ ແລະ ວຽກອື່ນໆ. ດວ້ຍການສ້າງຄວາມເຂັ້ມແຂງວຽກງານໂຄສະນາປະຊາສໍາພັນຂັ້ນທ້ອງຖິ່ນໂດຍການປະສານສົມທົບກັບອໍານາດການປົກຄອງຂັ້ນແຂວງ ແລະ ພາກສວ່ນທີ່ກຽ່ວຂ້ອງ ເພື່ອເຮັດໃຫ້ການຂະຫຍາຍອັດຕາການປົກຄຸມປະກັນສັງຄົມໄປທົ່ວສັງຄົມຢ່າງມີປະສິດທິຜົນ;
ກອງປະຊຸມຄັ້ງນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ໃນນາມປະທານ ຍັງໄດ້ຮຽກຮ້ອງໃຫ້ ຄະນະສະພາບໍລິຫານ ອປຊ ທີ່ກຽ່ວຂ້ອງຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ, ເສີມຂະຫຍາຍປະຊາທິປະໄຕ, ສຸມສະຕິປັນຍາເຂົ້າໃນການຄົ້ນຄ້ວາປະກອບຄຳເຫັນຕໍ່ກັບບັນຫາຕ່າງໆຢ່າງເລິກເຊິ່ງ, ພ້ອມກັນຊອກໃຫ້ເຫັນດ້ານດີທີ່ຈະຕ້ອງໄດ້ເສີມຂະຫຍາຍ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດຕົ້ນຕໍ ພ້ອມກັນແກ້ໄຂຢ່າງຖືກຕ້ອງ, ບົນຈິດໃຈຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບຂອງຄະນະສະພາບໍລິຫານ ເພື່ອເຮັດໃຫ້ເນື້ອໃນບົດສະຫຼຸບ, ແຜນການ, ແຜນວຽກ ແລະ ແຜນງົບປະມານ ໃຫ້ມີເນື້ອໃນທີ່ອຸດົມສົມບູນ, ຄົບຖ້ວນ ເປັນແນວທາງໃຫ້ແກ່ ອົງການປະກັນສັງຄົມແຫ່ງຊາດ ສາມາດນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດໃນຕໍ່ໜ້າຢ່າງມີຜົນສຳເລັດ, ວຽກປັບປຸງກົດໝາຍວ່າດ້ວຍການປະກັນສັງຄົມ ກໍເຊັ່ນກັນຕ້ອງຄົ້ນຄວ້າໃຫ້ມີຄຸນນະພາບ ແລະ ສາມາດນໍາໃຊ້ໄດ້ຍາວນານ ເພື່ອປົກປ້ອງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ລວມທັງຜູ້ປະກັນຕົນພາກສະໝັກໃຈໃຫ້ໄດ້ຮັບບໍລິການເກີດຜົນປະໂຫຍດສູງສຸດນຳອີກ.
ຂໍ້ມູນຈາກ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ-ຮສສ

Related Posts

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)…Read more
ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ເຂົ້້າຮ່ວມ ກອງປະຊຸມສະພາບໍລິຫານ ຄັ້ງທີ…Read more

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more
ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

Enter your keyword