ກອງປະຊຸມປຶກສາຫາລືພາກທຸລະກິດ ຂອງຂະແໜງການເງິນ ແລະ ທະນາຄານ

ກອງປະຊຸມປຶກສາຫາລືພາກທຸລະກິດ ຂອງຂະແໜງການເງິນ ແລະ ທະນາຄານ

ກອງປະຊຸມປຶກສາຫາລືພາກທຸລະກິດ ຂອງຂະແໜງການເງິນ ແລະ ທະນາຄານ ໄດ້ຈັດຂຶ້ນ ໃນວັນທີ 15 ພຶດສະພາ 2019 ເວລາ 08:00 ຫາ 12:00 ໂມງ ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ

ໂດຍການເປັນ ປະທານ ຂອງ ທ່ານ ນາງ ວາລີ ເວດສະພົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ ໃນນີ້ໄດ້ມີຜູ້ປະກອບການຈາກສະຖາບັນການເງິນຈຸລະພາກ, ທະນາຄານ, ບໍລິສັດສິນເຊື່ອ ລວມທັງກອງເລຂາຂອງກອງປະຊຸມທຸລະກິດລາວ ເຂົ້າຮ່ວມ ທັງໝົດເປັນຈໍານວນ 62 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອໃຫ້ບັັນດາທ່ານໄດ້ຮັບຟັງບົດສະເໜີຈາກຊ່ຽວຊານສາກົນດ້ານການເງິນ ແລະ ການທະນາຄານ ທ່ານ Rob Kaanen ກ່ຽວກັບບັນຫາບູລິມະສິດຂອງຂະແໜງການ ແລະ ຂໍ້ສະ  ເໜີ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມໄດ້ມີຄໍາເຫັນເປັນເອກະພາບກັນເພື່ອຈະນຳໄປສະເໜີໃນກອງປະຊຸມທຸລະກິດລາວໃນຂັ້ນຕໍ່ໄປ.

ທ່ານ ຣອບ ຄາເນັນ ຊ່ຽວສານດ້ານສາກົນດ້ານການເງິນ ແລະທະນາຄານ ໄດ້ນຳສະເໜີ 2 ບັນຫາບູລິມະສິດທີ່ຈະນໍາສະເໜີລວມມີ:

I. ກົດລະບຽບ ແລະຂັ້ນຕອນການຈົດທະບຽນຫລັກຊັບ ແລະ ສັນຍາການກູ້ຢືມ:

    1. ບັນຫາ
  • ການກູ້ຢືມສ່ວນຫຼາຍແມ່ນໃຊ້ໃບຕາດິນເປັນຫຼັກຊັບ
  • ໃບຕາດິນຂອບທອງ ແມ່ນອອກໃຫ້ໂດຍກົມຄຸ້ມຄອງທີ່ດິນຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
  • ທຫລ ໄດ້ອອກແຈ້ງການເລກທີ 818/ຫກ ວັນທີ 27/11/2017 ເຊີ່ງຈໍາກັດການນໍາໃຊ້ໃບຢັ້ງຢືນທີ່ດິນຈາກນາຍບ້ານ (ໃບຕາດີນສີຂາວ)
  • ສັນຍາເງິນກູ້ ແລະ ຫຼັກຊັບຄໍ້່າປະກັນຕ້ອງໄດ້ຮັບການຢັ້ງຢືນຈາກຫ້ອງການທະບຽນສານ ເພື່ອເປັນເອກະສານອ້າງອີງເວລາມີກໍລະນີເກີດຂໍ້ຂັດແຍ່ງຮ້ອງຟ້ອງໃນອະນາຄົດ
  • ເອກະສານຄໍ້າປະກັນຫຼັກຊັບຕ້ອງໄດ້ຮັບການຢັ້ງຢືນຈາກຫ້ອງການທະບຽນສານເພື່ອໃຫ້ມີສິດພິເສດໃນຂັ້ນຕອນສານ.
  • ເວລາທີ່ໃຊ້ໃນຂັ້ນຕອນທັງໝົດແມ່ນ ປະມານ 2 ຫາ 4 ອາທິດ
  • ຄ່າບໍລິການຕາງໜ້າຜູ້ກູ້ຢືມ ແມ່ນ 2 to 4 ລ້ານກີບ
  • ການເກັບຄ່າທໍານຽມທີ່ບໍ່ເປັນເອກະພາບ
    1. ຂໍສະເໜີ ແລະ ວິທີແກ້ໄຂ
  • ຫຼຸດຜ່ອນຂັ້ນຕອນໃຫ້ງ່າຍດາຍລົງ
  • ສ້າງແບບຟອມ/ຄໍາຮ້ອງ ແລະ ຂັ້ນຕອນແບບອອນໄລນ ໃນການກວດເບີ່ງຖານຂໍ້ມູນໃບຕາດິນ
  • ການສະມັກຈົດທະບຽນສານຂອງສັນຍາກູ້ຢືມ ແລະ ຫຼັກຊັບຄໍ້າປະກັນຜ່ານລະບົບອອນໄລນ
  • ສ້າງລະບົບການຈ່າຍຄ່າທໍານຽມຜ່ານລະບົບທະນາຄານ ແທນການຈ່າຍເປັນເງິນສົດ
  • ພິຈາລະນາຄືນຄວາມຈໍາເປັນໃນການຈົດທະບຽນສານສັນຍາກູ້ຢືມ ແລະ ຫຼັກຊັບຄໍ້າປະກັນ
  • ຮັບຮອງເອົາການເກັບຄ່າທໍານຽມແບບໃຫມ່ ສໍາລັບການຈົດທະບຽນສານເອກະສານສິນເຊື່ອ
  • ສ້າງຖານຂໍ້ມູນສູນກາງກ່ຽວກັບຂະບວນການສານ ແລະ ຄະດີຄວາມຕ່າງໆທີ່ຕິດພັນກັບຫຼັກຊັບສິນເຊື່ອ
  • ການເກັບຄ່າທໍານຽມທີ່ເປັນເອກະພາບກັນທົ່ວປະເທດສໍາລັບການຢັ້ງຢືນຈາກນາຍບ້ານຕໍ່ການປະກອບເອກະສານກູ້ຢືມ
  • ພິຈາລະນາຄືນຄວາມຈໍາເປັນທີ່ຕ້ອງຈົດທະບຽນສັນຍາເງິນກູ້ ແລະ ຫຼັກຊັບຄໍ້າປະກັນຢູ່ທີ່ກົມຄຸ້ມຄອງຊັບສິນແຫ່ງລັດ
  • ໃຫ້ຄວາມກະຈ່າງແຈ້ງຕື່ມກ່ຽວກັບແຈ້ງການເລກທີ 818/ຫກ ໂດຍໃຫ້ອະນຸຍາດນໍາໃຊ້ໃບຢັ້ງຢືນທີ່ດິນຈາກນາຍບ້ານໄດ້ໃນກໍລະນີສະເພາະໃດໜຶ່ງໄດ້

II. ການປັບປຸງລະບົບຂໍ້ມູນຂ່າວສານສິນເຊື່ອທີ່ຍັງບໍ່ທັນທົ່ວເຖິງ ແລະ ບໍ່ເປັນເອກະພາບກັນລະຫວ່າງສະຖາບັນການເງິນ:

  1. ບັນຫາ
  • ຂໍ້ຈໍາກັດໃນການຄົ້ນຫາ ແລະ ການລາຍງານຂໍ້ມູນສິນເຊື່ອ
    • ການຄົ້ນຫາຂໍ້ມູນໂດຍຜ່ານລະບົບຄູ່ມື ແຕ່ບໍ່ສາມາດເຮັດຜ່ານລະບົບຫາລະບົບໄດ້
    • ຍັງບໍ່ມີການລາຍງານຂໍ້ມູນສິນເຊື່ອທີ່ເປັນຮູບແບບມາດຖານ
  • ຍັງບໍ່ມີການໃຫ້ບໍລິການທີ່ເພີ່ມເຕີມທີ່ເປັນປະໂຫຍດດ້ານອື່ນເຊັ່ນ
    • ການໃຫ້ຄະແນນສິນເຊື່ອ ແລະ ບົດລາຍງານແບບສັງລວມຂໍ້ມູນສິນເຊື່ອ
    • ບົດລາຍງານຂໍ້ມູນສິນເຊື່ອຂອງຂະແໜງການສະເພາະ
    • ບົດລາຍງານການປ່ຽນແປງຂໍ້ມູນຂອງຄະແນນສິນເຊື່ອ (A/B/C)
  1. ຂໍສະເໜີ ແລະວິທີແກ້ໄຂ
    • ຕ້ອງມີການວາງແຜນຈັດຕັ້ງປະຕິບັດການຍົກລະດັບສູນຂໍ້ມູນສິນເຊື່ອເພື່ອຂະຫຍາຍການຄວບຄຸມຂໍ້ມູນໃຫ້ທົ່ວເຖິງ ແລະ ການເຊື່ອມໂຍງຂໍ້ມູນ
    • ເພີ່ມການບັງຄັບໃຊ້ກົດລະບຽບໃຫ້ເຂັ້ມງວດໃນການກວດກາມາດຕາຖານການລາຍງານຂໍ້ມູນສິນເຊື່ອໂດຍກົມຄຸ້ມຄອງທະນາຄານທຸລະກິດ
    • ການປຶກສາຫາລືກັບບັນດາສະມາຊິກເປັນໄລຍະ ເພື່ອລາຍງານຄວາມຄືບໜ້າໃນການປັບປຸງຖານຂໍ້ມູນສິນເຊື່ອ ຜ່ານຊ່ອງທາງຕ່າງໆເຊັ່ນ ຈົດໝາຍຂ່າວ ແລະ ແຈ້ງການ
    • ຄວນມີການປຶກສາກັບບັນດາຜູ້ໃຊ້ລະບົບຂໍ້ມູນສິນເຊື່ອໃນການສ້າງລະບົບຂໍ້ມູນໃໝ່
    • ການມີສ່ວນຮ່ວມຂອງຜູ້ໃຊ້ຕົວຈິງໃນການເກັບຂໍ້ມູນເພື່ອນໍາມາປັບປຸງ ໂດຍຜ່ານການສັງລວມ ແລະ ວິເຄາະຂໍ້ມູນ, ການສໍາມະນາ, ສໍາພາດ ແລະ ການເຮັດບົດສໍາຫຼວດ.
    • ໃຫ້ມີຕົວແທນຈາກຜູ້ໃຊ້ໃຫ້ມີສ່ວນຮ່ວມໃນຂະບວນການສ້າງລະບົບຂໍ້ມູນສິນເຊື່ອ ໃນການຢັ້ງຢືນຄວາມຖືກຕ້ອງຄວາມຕ້ອງການ ແລະ ເຫັນດີເປັນເອກະພາບ
    • ມີສ່ວນຮ່ວມໃນການຄັດເລືອກບໍລິສັດຜູ້ພັດທະນາ, ການສ້າງລະບົບຈໍາລອງ, ການທົດລອງໃຊ້ ແລະ ການທົດສອບການຮັບຮອງຂອງຜູ້ໃຊ້
    • ປະກອບຄໍາເຫັນຕໍ່ແຜນການຍ້າຍຂໍ້ມູນ ແລະ ການປັບປ່ຽນລະບົບໃໝ່

ພາຍຫຼັງໄດ້ຮັບຟັງຄໍາອະທິບາຍຂໍ້ຂ້ອງໃຈຕ່າງໆຈາກຊ່ຽວຊານ ທາງຜູ້ເຂົ້າຮ່ວມກອງປະຊຸມກໍ່ຄືພາກທຸລະກິດກໍ່ໄດ້ຕັ້ງໜ້າຮ່ວມກັນປະກອບຄໍາຄິດຄຳເຫັນ ແລະ ທາງຊ່ຽວຊານພ້ອມດ້ວຍກອງເລຂາ ຈະນຳໄປພິຈາລະນາ ແລະ ຄົ້ນຄວ້າຕື່ມກັບພາກສ່ວນກ່ຽວຂ້ອງ. ກອງປະຊຸມປິດລົງໃນເວລາ 12:00ໂມງ ຂອງວັນດຽວກັນ.

ດາວໂຫຼດເອກະສານ:

ບົດສະເໜີ

FinSector WG workshop (Eng)

Related Posts

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຕອນຮັບການມາພົບປະຢ້ຽມຢາມ ຂອງຜູ້ອຳນວຍການອົງການແຮງງານສາກົນ ໃນວັນທີ 09 ເມສາ 2024, ທີ່ຫ້ອງຮັບແຂກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ…Read more

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ສປປ ລາວ ສຸ່ມໃສ່ ການໂຄສະນາເຜີຍແຜ່ກ່ຽວກັບ ນະໂຍບາຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ

ກອງປະຊຸມວຽກງານ ”ການທູດເສດຖະກິດ ເພື່ອສົ່ງເສີມການລົງທືນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ” ໃນວັນທີ 5 ເມສາ 2024 ທີ່…Read more

Enter your keyword