ກອງປະຊຸມຝຶກອົບຮົມ ແລະ ເຜີຍແຜ່ຄວາມຮູ້ ກ່ຽວກັບອາກອນມູນຄ່າເພີ່ມ (ອມພ)  ​

 ​ວັນທີ 18 ແລະ 19 ມັງກອນ 2018 ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ຈັດກອງປະຊຸມຝຶກອົບຮົມ ແລະ ເຜີຍແຜ່ຄວາມຮູ້ ກ່ຽວກັບອາກອນມູນຄ່າເພີ່ມ (ອມພ) ຂຶ້ນ ໂດຍ ການເປັນປະທານຂອງທ່ານນາງ ດາວວະດິງ ພິລະໄຊພິທັກ ຮອງເລຂາທິການ ສຄອ ແຫ່ງຊາດລາວ,  ໃນນີ້ ມີບັນດາຜູ້ເຂົ້າຮ່ວມກໍ່ຄືພາກທຸລະກິດຂະແໜງຕ່າງໆ ເປັນຕົ້ນແມ່ນ ຂະແໜງ ຕັດຫຍິບ, ຂົນສົ່ງ, ການຜະລິດ, ບໍລິການ,ການຄ້າ,ໄອຊີທີ, ທະນາຄານ ແລະ ທຸລະກິດຂະໜາດນ້ອຍ ແລະ ກາງ ເຂົ້າຮ່ວມຢ່າງຟົດຟື້ນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອ ຝຶກອົບຮົມ ແລະ ເຜີຍແຜ່ຄວາມຮູ້ ກ່ຽວກັບວຽກງານອາກອນມູນຄ່າເພີ່ມ ຈາກຜູ້ຊ່ຽວຊານຕ່າງປະເທດ ທ່ານ ອັງເດຣ ວິ້ງ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ  ໂດຍສະເພາະບັນດາສະມາຊິກຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ໜ່ວຍງານປຶກສາຫາລືພາກທຸລະກິດຂະແໜງການຕ່າງໆ. ເພື່ອໃຫ້ເຂົ້າໃຈວິທີການຈັດຕັ້ງປະຕິບັດ ກົດໝາຍ ອາກອນມູນຄ່າເພີ່ມ ຢ່າງເລິກເຊິ່ງ ແລະ ເປັນເອກະພາບກັນ. ພ້ອມກັນນັ້ນ ກໍ່ເປັນການເປີດໂອກາດໃຫ້ແກ່ພາກທຸລະກິດ ປະກອບຄໍາເຫັນ, ສອບຖາມ, ປຶກ​ສາ​ຫາ​ລື​ຂໍ້ຂອງໃຈ ແລະ ບັນ​ຫາ​ທີ່​ຄ້າງ​ຄາ ດ້ານອາກອນມູນຄ່າເພີ່ມ ທີ່ຕິດພັນກັບການດໍາເນີນທຸລະກິດ .ທ່ານ ຮອງເລຂາທິການ ສ​ຄອຊ ແຫ່ງຊາດລາວ ​ຍັງໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ແມ່ນຂັ້ນຕອນໜຶ່ງໃນກົນໄກກອງປະຊຸມທຸລະກິດລາວ ເຊິ່ງ ກອງປະຊຸມທຸລະກິດລາວ ແມ່ນເປັນເວທີທີ່ສຳຄັນ ສໍາລັບການປຶກສາຫາລືຂອງ ພາກທຸລະກິດ ເພື່ອປັບປຸງສະພາບແວດລ້ອມ ທີ່ເອື້ອອຳນວຍ ໃຫ້ແກ່ການດຳເນີນທຸລະກິດ ແນໃສ່ສົ່ງເສີມ ການເຕີບໃຫຍ່ ຂະຫຍາຍຕົວຂອງພາກທຸລະກິດ ແລະການປະກອບສ່ວນ ຂອງພາກທຸລະກິດເຂົ້າໃນການບັນລຸ ເປົ້າໝາຍການພັດທະນາ ຂອງປະເທດເຮົາ. ສະນັ້ນ ການຝຶກອົບຮົມໃນຄັ້ງນີ້ ກໍ່ເປັນການຝຶກອົບຮົມໜຶ່ງທີ່ສໍາຄັນ ເພື່ອ ສ້າງຄວາມເຂົ້າໃຈໃຫ້ແກ່ພາກທຸລະກິດ ກ່ຽວກັບດ້ານອາກອນ ກ່ອນຈະກ້າວໄປເຖິງກອງປະຊຸມທຸລະກິດລາວ ຄັ້ງທີ 11 ທີ່ຄາດວ່າຈະຈັດຂຶ້ນໃນເດືອນມີນາ 2018 ນີ້.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword