ກອງປະຊຸມປຶກສາຫາລື ລະຫວ່າງ ຂະແໜງການກ່ຽວຂ້ອງຂອງພັກລັດ ແລະ ພາກ ທຸລະກິດ ບັນຫາທີ່ຕິດພັນກັບການຜະລິດກະສິກຳ

ກອງປະຊຸມປຶກສາຫາລື ລະຫວ່າງ ຂະແໜງການກ່ຽວຂ້ອງຂອງພັກລັດ ແລະ ພາກ ທຸລະກິດ ບັນຫາທີ່ຕິດພັນກັບການຜະລິດກະສິກຳ

ໃນວັນ​ທີ 1 ທັນ​ວາ 2020, ຕອນ​ບ່​າຍ 13:30 – 16:30, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອ​ຊ) ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງ ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຂອງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ

ໃນຫົວຂໍ້ບັນຫາທີ່ຕິດພັນ ການຜະລິດກະສິກຳ ຢູ່ທີ່ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອ​ຊ) ໂດຍ ການເປັນປະທານຮ່ວມກັນ ຂອງທ່ານ ຈັນ​ທາ ທິບ​ພະ​ວົງ​ພັນ, ຫົວໜ້າກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້, ແລະ ທ່ານນາງ ວາ​ລີ ເວດ​ສະ​ພົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ນ​ອກ​ນັ້ນ ຍັງ​ມີ ບັນດາຜູ້ເຂົ້າຮ່ວມຕາງໜ້າພາກລັດທີ່ກ່ຽວຂ້ອງຈາກ ພະແນກມາດຕະຖານ, ສູນປ້ອງກັນພືດ, ສູນມາດຕະຖານກະສິກໍາສະອາດ ຈາກ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້, ກົມມາດຕະຖານ ແລະ ວັດແທກ ຈາກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ແລະ ກົມການນໍາເຂົ້າ ແລະ ສົ່ງອອກ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ. ພ້ອມກັນນີ້ ຍັງມີຜູ້ປະກອບການໃນຂະແໜງການຜະລິດກະສິກໍາ ທັງລາວ ແລະ ຕ່າງ​ປະ​ເທດ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອໃຫ້ຜູ້​ເຂົ້າ​ຮ່ວມໄດ້ປຶກສາຫາລື ບັນຫາ ແລະ ວິທີແກ້ໄຂ ຂໍ້ຫຍຸຸ້ງຍາກ ທີີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຜະລິດກະສິກຳ ໂດຍ​ເຈາະ​ຈົງ​ໃສ່ ບັນຫາ ຂັ້ນຕອນ ແລະ ເງືີ່ອນໄຂໃນການຂໍການຢັໍ້ງຢືນກະສິກຳສະອາດ (ກະສິກຳອິນຊີ, ກະສິກຳທີີ່ດີ ແລະ ອືີ່ນໆ), ແລະ ການເຂົ້າຫາຖານຂໍ້ມູນການຜະລິດກະສິກໍາ ໃນ ສປປ ລາວ. ໃນກອງປະຊຸມດັ່ງກ່າວ ຜູ້ຕາງໜ້າຈາກກົມປູກຝັງ ​ໄດ້​ອະ​ທິບ​າຍ​ເງື່ອນ​ໄຂ ແລະ ຂັ້ນ​ຕອນ​ການ​ຢັ້ງ​ຢືນກະສິກໍາສະອາດ (ກະ​ສິກຳອິນ​ຊີ ແລະ ກະ​ສິກຳທີ່​ດີ) ພ້ອມທັງໄດ້ແຈກຢາຍປຶ້ມຄູ່ມື ​ເງື່ອນ​ໄຂ ແລະ ຂັ້ນ​ຕອນ​ການ​ຢັ້ງ​ຢືນກະສິກໍາສະອາດ ໃຫ້ແກ່ບັນດາຜູ້ເຂົ້າຮ່ວມ. ພ້ອມ​ດຽວ​ກັນ​ນີ້ ຕໍ່​ກັບ​ປັນ​ຫ​າ ການ​ເຂົ້​າ​ຫາ​ຂໍ້​ມູນກະ​ສິ​ກຳ​ທີ່ ຜູ້​ປະ​ກອບການ​ໄດ້​ຍົກ​ຂຶ້ນ, ກົມ​ປູກ​ຝັ​ງ​ກໍ​ໄດ້​ຊີ້​ແຈງຄື ສໍາລັບຂໍ້​ມູນ ການ​ຜະ​ລິດກະ​ສິກຳ ແລະ ການນໍາເຂົ້າ ແລະ ສົ່ງອອກ ຜົນຜະລິດກະສິກໍາ ໃນແຕ່ລະປີ ແມ່ນສາ​ມາດ​ຂໍ​ໄດ້ຢູ່​ທີ່​ຫ້ອງການຂອງກົມ​ປູກ​ຝັງ. ນອກ​ຈາກ​ນີ້, ສະພາການຄ້າແຫ່ງຊາດລາວ (ສ​ຄອ​ຊ), ໂດຍໄດ້ຮັບການເຫັນດີຈາກຂະແໜງກະສິກໍາ ແລະ ປ່າໄມ້, ກໍ​ໄດ້​ນໍາເອົາ​ຂໍ້​ມູນ​ດັ່ງ​ກ່າວ​ລົງ​ເວັບ​ໄຊທ ​ຂອງ ສ​ຄອ​ຊ ເພື່ອ​ໃຫ້​ຜູ້​ປະ​ກອບ​ການ​ສາ​ມາດ​ເຂົ້າ​ເຖິງ​ຂໍ້​ມູນ​ດັ່ງ​ກ່າວ​ໄດ້ຢ່າງທົ່ວເຖິງ​.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword