ສຄອຊ ໄດ້ເປີດເຝິກອົບຮົມໃນຫົວຂໍ້: “ການບໍລິຫານຈັດການ Management Training Program ໂດຍເນັ້ນທັກສະຍຸກໃໝ່”

ສຄອຊ ໄດ້ເປີດເຝິກອົບຮົມໃນຫົວຂໍ້: “ການບໍລິຫານຈັດການ Management Training Program ໂດຍເນັ້ນທັກສະຍຸກໃໝ່”

ໃນຕອນເຊົ້າຂອງວັນທີ 24 ກຸມພາ 2021 ທີ່ ໂຮງແຮມເສດຖາພາເລດ, ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດການເຝິກອົບຮົມໃນຫົວຂໍ້: “ການບໍລິຫານຈັດການ Management Training Program ໂດຍເນັ້ນທັກສະຍຸກໃໝ່”

ໃຫ້ກຽດເປີດພິທີໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ແລະ ສະມາຄົມດ້ານວິຊາການຕ່າງປະເທດ ຫຼື AOTS ໄດ້ຮ່ວມມືກັນຈັດການເຝິກອົບຮົມໃນຫົວຂໍ້: “ການບໍລິຫານຈັດການ Management Training Program ໂດຍເນັ້ນທັກສະຍຸກໃໝ່” ໃຫ້ແກ່ບັນດາຜູ້ບໍລິຫານທຸລະກິດລາວເພື່ອແນ່ໃສ່ໃຫ້ການບໍລິຫານທຸລະກິດໃນ ສປປ ລາວ ກໍ່ຄືຂະແໜງທຸລະກິດຕ່າງໆໃຫ້ເປັນຜູ້ບໍລິຫານມືອາຊີບໃນການເພີ່ມປະສິດທິພາບໃນການເຮັດວຽກການບໍລິຫານຈັດ ການອົງກອນ.

 ນອກຈາກນີ້, ສະມາຄົມເພື່ອການສົ່ງເສີມດ້ານວິຊາການຕ່າງປະເທດ ຫຼື AOTS ຍັງໄດ້ໃຫ້ທຶນເຝິກອົບຮົມໄລຍະສັ້ັນຢູ່ປະເທດຢີ່ປຸ່ນແກ່ບັນດາຂະແໜງທຸລະກິດທີ່ເປັນສະມາຊິກຂອງ ສຄອຊ, ໃນການຍົກລະດັບຜູ້ບໍລິຫານທຸລະກິດ ໃນການບໍລິຫານທຸລະກິດ ແລະ ບໍລິຫານບຸກຄະລາກອນ, ການປັບປຸງຄຸນນະພາບຂອງຜະລິດຕະພັນ, ວຽກງານສຸຂະພາບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກທີ່ເປັນການເພີ່ມປະສິດທິພາບໃນການເຮັດວຽກຄຽງຄູ່ກັບຄຸນນະພາບຂອງການຜະລິດ.

 ການເຝິກອົບຮົມໃນຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 3 ວັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 74 ກວ່າທ່ານ ທີ່ມາຈາກຫຼາຍຂະແໜງການທຸລະກິດທັງທີ່ເປັນສະມາຊິກ ແລະ ບໍ່ເປັນສະມາຊິກຂອງ ສຄອຊ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນບົດຮຽນຈາກອາຈານທີ່ມີປະສົບການສູງດ້ານການບໍລິຫານ ແລະ ການຈັດການຈາກປະເທດຍີ່ປຸ່ນເພື່ອນຳໃຊ້ບົດຮຽນດັ່ງກ່າວເຂົ້າໃນການພັດທະນາອົງກອນກໍ່ຄືຫົວໜ່ວຍທຸລະກິດພາຍໃນປະເທດ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword