ກອງປະຊຸມສຳມະນາ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ການເຊື່ອມສານບົດບາດຍິງ-ຊາຍ

ກອງປະຊຸມສຳມະນາ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ການເຊື່ອມສານບົດບາດຍິງ-ຊາຍ

ໃນຕອນເຊົ້າ ວັນທີ 23 ກໍລະກົດ 2021 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີ ກອງປະຊຸມສຳມະນາ “ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ການເຊື່ອມສານບົດບາດຍິງ-ຊາຍ”

ໃນກອງປະຊຸມ ເປັນກຽດເຂົ້າຮ່ວມຂອງແຂກກິຕິມາສັກຈາກ ຫລາຍພາກສ່ວນ ແລະ ໃຫ້ກຽດກ່າວເປີດງານ ໂດຍທ່ານ ປະລິນຍາເອກ ນາງ ວາລີເວດສະພົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມທັງເປັນ ສະມາຊິກ ສະພາແຫ່ງຊາດ, ຜູ້ຊີນຳໜ່ວຍແມ່ຍິງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ )

ກອງປະຊຸມສໍາມະນາໃນຄັ້ງນີ້ໄດ້ຈັດຂື້ນເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 66 ປີ ໂດຍມີຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ໜ່ວຍແມ່ຍິງ ແລະ ສະມາຊິກ ສຄອຊ ໃນດ້ານນິຕິກຳທີ່ຕິດພັນ ໃນການປົກປ້ອງແມ່ຍິງ ແລະ ເພື່ອສົົ່ງເສີມບົດບາດຍິງຊາຍທີ່ມີຄວາມເທົ່າທຽມກັນ.

ພ້ອມດຽວກັນນັ້ນ, ພາຍໃນງານຍັງມີການຮຽນຮູ້ກ່ຽວກັບການຕະຫຼາດຜ່ານຊ່ອງທາງລະບົບອອນລາຍໂດຍຜູ້ຊ່ຽວຊານທີ່ມີປະສົບການ ເພື່ອເປັນທິດທາງໄປປັບໃຊ້ໃນຊີວິດປະຈຳວັນ ແລະ ເປັນໄອເດຍໃນການຊອກຫາຊ່ອງທາງສ້າງລາຍໄດ້ເພີ່ມ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword