ກອງປະຊຸມທຸລະກິດລາວ ຄັ້ງທີ 13

ກອງປະຊຸມທຸລະກິດລາວ ຄັ້ງທີ 13

ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2021 ທີ່ຫໍປະຊຸມແຫ່ງຊາດ(ຫຼັກ 6), ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມທຸລະກິດລາວ ຄັ້ງທີ 13 (Lao Business Forum) ເພື່ອທົບທວນການຈັດຕັ້ງປະຕິບັດການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ, ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນ ສປປ ລາວ.

ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ.

ໃນບົດກ່າວເປີດກອງປະຊຸມ, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການສົ່ງເສີມຄວາມຫຼາກຫຼາຍທາງເສດຖະກິດ ເພື່ອສົ່ງເສີມການປັບຕົວທາງເສດຖະກິດເພື່ອຮັບມືກັບຜົນກະທົບຂອງການລະບາດ ໂຄວິດ-19 ກໍຄື ການພັດທະນາເສດຖະກິດຂອງ ສປປ ລາວ ຢ່າງຍືນຍົງ ແລະ ມີສ່ວນຮ່ວມ. ທ່ານ ນາຍົກລັດຖະມົນຕີ ຍັງໄດ້ສະຫຼຸບນະໂຍບາຍ ແລະ ແຜນຍຸດທະສາດທີ່ສໍາຄັນຂອງລັດຖະບານ ເພື່ອສົ່ງເສີມການລົງທຶນຂອງພາກເອກະຊົນເຂົ້າໃນຂະແໜງການທີ່ບໍ່ເອື້ອອີງໃສ່ ຊັບພະຍາກອນທໍາມະຊາດ, ລວມທັງຂະແໜງອຸດສາຫະກໍາປຸງແຕ່ງທົ່ວໄປ, ການທ່ອງທ່ຽວ ແລະ ການປຸງແຕ່ງຜະລິດຕະພັນກະສິກໍາ.

ຈຸດປະສົງຂອງກອງປະຊຸມທຸລະກິດລາວໃນຄັ້ງນີ້ ແມ່ນເພື່ອລາຍງານໝາກຜົນ ແລະ ຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດຕັ້ງແຕ່ ກອງປະຊຸມທຸລະກິດລາວ ຄັ້ງທີ 12 ເປັນຕົ້ນມາ ແລະ ລາຍງານການສະໜັບສະໜູນກົນໄກການປຶກສາຫາລື ພາຍໃຕ້ກອງປະຊຸມທຸລະກິດລາວ ເພື່ອຍົກໃຫ້ເຫັນບັນຫາ ແລະ ການແກ້ໄຂບັນຫາທີ່ມີຜົນກະທົບຕໍ່ພາກທຸລະກິດໃນ ສປປ ລາວ. ຜູ້ຕາງໜ້າຈາກພາກທຸລະກິດ ຍັງໄດ້ກ່າວຊົມເຊີຍລັດຖະບັນ ໃນການເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະຖານເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງ ໂຄວິດ-19 ກໍຄື ການການຈັດຕັ້ງປະຕິບັດມາດຕະການອັນຮີບດ່ວນ ເພື່ອປົກປ້ອງແຮງງານ ແລະ ທຸລະກິດ ຈາກຜົນກະທົບທີ່ຮ້າຍແຮງທີ່ສຸດ ເຊິ່ງເກີດມາຈາກການຖົດຖອຍຂອງເສດຖະກິດ, ລວມທັງ ການຍົກເວັ້ນ ແລະ ການເລື່ອນຊໍາລະພາສີ-ອາກອນ, ມາດຕະການປ່ອຍເງິນກູ້ດອກເບ້ຍຕໍ່າ, ການຈ່າຍເງິນຊົດເຊີຍໃຫ້ແຮງງານໃຫ້ແກ່ຜູ້ຫວ່າງງານໃນລະບົບປະກັນສັງຄົມ ແລະ ອື່ນໆ.

ຕັ້ງແຕ່ ກອງປະຊຸມທຸລະກິດລາວ ຄັ້ງທີ 12 ເປັນຕົ້ນມາ, ໜ່ວຍງານປຶກສາຫາລືພາກທຸລະກິດ ແລະ ຂະແໜງການກ່ຽວຂ້ອງຂອງພາກລັດ ໄດ້ກໍານົດບັນຫາບູລິມະສິດ ທັງໝົດ 40 ບັນຫາສະເພາະ, ເຊິ່ງຕິດພັນກັບຂົງເຂດຕ່າງໆເຊັ່ນ: ການກໍ່ຕັ້ງວິສາຫະກິດ, ການອໍານວຍຄວາມສະດວກທາງການຄ້າ, ການເຂົ້າເຖິງແຫຼ່ງທຶນ, ການຈັດຕັ້ງປະຕິບັດກົດໝາຍ ແລະ ກົດລະບຽບ, ການສົ່ງເສີມການທ່ອງທ່ຽວທີ່ຍືນຍົງ ແລະ ທຸລະກິດກະສິກໍາ, ເຊິ່ງ 08 ບັນຫາບູລິມະສິດໄດ້ຮັບການແກ້ໄຂແລ້ວ, ແລະ ບັນຫາອື່ນໆທີ່ຍັງຄົງຄ້າງກໍມີຄວາມຄືບໜ້າໃນການປຶກສາຫາລື ແລະ ແກ້ໄຂເທື່ອລະກ້າວ.

ກອງປະຊຸມຍັງໄດ້ຕົກລົງເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂບັນຫາສໍາລັບ 32 ບັນຫາບູລິມະສິດທີ່ຄົງຄ້າງໃນອີກ 12 ເດືອນຕໍ່ມາ.

ພະນະທ່ານ ນາຍົກລັດຖະມົນຕີ ໄດ້ກ່າວໂອ້ລົມໃນຕອນທ້າຍຂອງກອງປະຊຸມ ໂດຍໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ໂດຍການເພີ່ມມາດຕະການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ, ການລົງທຶນຂອງລັດໃນໂຄງລ່າງພື້ນຖານ ເພື່ອສ້າງໃຫ້ມີສິນຄ້າສົ່ງອອກທີ່ຫຼາກຫຼາຍ, ເພີ່ມຜະລິດຕະພາບຂອງພາກທຸລະກິດ ແລະ ຫຼຸດຜ່ອນຕົ້ນທຶນຄ່າໃຊ້ຈ່າຍໃນການດໍາເນີນທຸລະກິດ ດ້ວຍການປັບປຸງກົນໄກການຄຸ້ມຄອງຂອງພາກລັດ ແລະ ປັບປຸງຂັ້ນຕອນການອະນຸຍາດຕ່າງໆໃຫ້ສະດວກ, ວ່ອງໄວ ແລະ ໂປ່ງໃສ.

ຮູບພາບ: ໜັງສືພິມເສດຖະກິດການຄ້າ

ແບບສອບຖາມ :

ສຳລັບ ພາສາລາວ : https://www.surveymonkey.com/r/L3LC8HR
ສຳລັບ ພາສາອັງກິດ : https://www.surveymonkey.com/r/VCLXPFK

ສຳລັບວິດີໂອ ແລະ ສຽງ : https://drive.google.com/drive/folders/1o-Mt-SISLVkIm2veuGxD7BpX79lcxZwb?usp=sharing

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword