ກອງປະຊຸມທົບທວນປະສິດທິຜົນຂອງກອງປະຊຸມທຸລະກິດລາວຄັ້ງທີ 13

ກອງປະຊຸມທົບທວນປະສິດທິຜົນຂອງກອງປະຊຸມທຸລະກິດລາວຄັ້ງທີ 13

ໃນວັນທີ 10 ກັນຍາ 2021, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໃນນາມກອງເລຂາກອງປະຊຸມທຸລະກິດລາວ (Lao Business Forum) ໄດ້ຈັດກອງປະຊຸມ ທົບທວນປະສິດທິຜົນຂອງກອງປະຊຸມທຸລະກິດລາວຄັ້ງທີ 13ໂດຍການເປັນປະທານຂອງ ທ່ານ ປອ ນາງ ວາລີ ເວດສະພົງ ຮອງປະທານ ສຄອຊ, ຮ່ວມກັບ ທ່ານ ພູວຽງ ພົງສາ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ໄດ້ຮັບການເຂົ້າຮ່ວມກ່າວເປີດກອງປະຊຸມ  (ຜ່ານລະບົບກອງປະຊຸມທາງໄກ) ໂດຍ ທ່ານ ອຸເດດ  ສຸວັນນະວົງ ປະທານ ສຄອຊ. ໃນນີ້ ໄດ້ມີຜູ້ເຂົ້າຮ່ວມຈາກ ກະຊວງອຸດສາຫະກໍາ ແລະ ການຄ້າ, ນໍາໂດຍ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມ ແຜນການ ແລະ ການຮ່ວມມື, ພ້ອມດ້ວຍຄະນະວິຊາການຈາກພະແນກ NIU ແລະ ຈາກ ສຄອຊ ນໍາໂດຍ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສຄອຊ, ພ້ອມດ້ວຍຄະນະວິຊາການຈາກພະແນກພົວພັນພາກລັດ ແລະ ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ, ເຂົ້າຮ່ວມທັງໝົດ ເປັນຈໍານວນ 15 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນ ຈຸດດີ ແລະ ຈຸດອ່ອນ ຕໍ່ກັບໂຄງຮ່າງ ແລະ ຂະບວນການປຶກສາຫາລືຂອງກອງປະຊຸມທຸລະກິດລາວ ໃນໄລຍະຜ່ານມາ ແລະ ລະດົມຂໍ້ຄິດເຫັນຕໍ່ວິທີການປັບປຸງກົນໄກດັ່ງກ່າວ ເພື່ອເຮັດໃຫ້ການຈັດ ຕັ້ງປະຕິບັດຂະບວນການປຶກສາຫາລື ແລະ ການແກ້ໄຂບັນຫາທີ່ສະເໜີໂດຍພາກທຸລະກິດ ມີປະສິດທິຜົນຍິ່ງຂຶ້ນ.

ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ໄດ້ລາຍງານ ແລະ ທົບທວນຄືນກ່ຽວກັບການຈັດຕັ້ງກອງປະຊຸມທຸລະກິດລາວໃນໄລຍະຜ່ານມາ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ປີ 2005 ເປັນຕົ້ນມາ ມີເປົ້າໝາຍໃນການອຳນວຍຄວາມສະດວກໃຫ້ແກ່ການປຶກສາຫາລື ລະຫວ່າງພາກລັດ-ພາກທຸລະກິດ ເພື່ອແກ້ໄຂບັນຫາທີ່ເປັນຂອດອຸດຕັນໃນການດຳເນີນທຸລະກິດຢູ່ ສປປ ລາວ ບໍ່ວ່າຈະເປັນການປະກອບຄຳເຫັນໃສ່ບັນດານິຕິກຳຕ່າງໆ, ການກຳຈັດ ຫຼື ຫຼຸດຜ່ອນຄ່າໃຊ້ຈ່າຍ ລວມທັງໄລຍະເວລາ ໃນການດຳເນີນເອກະສານ ເພື່ອສ້າງເງື່ອນໄຂ ແລະ ສະພາບການທີ່ເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ ຢູ່ພາຍໃນ ໃຫ້ມີບາດກ້າວທີ່ດີ ແລະ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດໃຫ້ນັບມື້ນັບສູງຂຶ້ນ. ນອກຈາກນີ້ ຍັງໄດ້ລາຍງານກ່ຽວກັບການຕີລາຄາການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເຊິ່ງໄດ້ມີບັນຫາ ແລະ ຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນ ດ້ານຄວາມເຂັ້ມແຂງຂອງໜ່ວຍງານປຶກສາຫາລື ພາກທຸລະກິດ ແລະ ດ້ານຄວາມມຸ່ງໝັ້ນຂອງພາກລັດ ໃນການແກ້ໄຂບັນຫາ ທີ່ຍັງຈໍາກັດ,  ເຊິ່ງເຮັດໃຫ້ຫຼາຍບັນຫາຍັງຄົງຄ້າງ ຫຼື ບໍ່ໄດ້ຮັບການແກ້ໄຂ.

ກອງປະຊຸມຍັງໄດ້ປຶກສາຫາລື ຫົວຂໍ້ຕ່າງໆສຳລັບການປັບປຸງໂຄງຮ່າງ ແລະ ຂະບວນການປຶກສາຫາລືຂອງກອງປະຊຸມທຸລະກິດລາວໃນຕໍ່ໜ້າ ໂດຍສະເພາະ ແມ່ນ ດ້ານການຮັບຮອງໂຄງຮ່າງຂອງກອງປະຊຸມທຸລະກິດລາວຢ່າງເປັນທາງການ, ດ້ານການປັບປຸງການດໍາເນີນງານຂອງກອງເລຂາ ແລະ ຈຸດປະສານງານພາກລັດ, ດ້ານການລາຍງານຜົນ ແລະ ຄວາມຄືບໜ້າ ຫາລັດຖະບານ ແລະ ດ້ານຄວາມຍືນຍົງຂອງກົນໄກກອງປະຊຸມທຸລະກິດລາວໂດຍລວມໃນຕໍ່ໜ້າ.

ຜົນຂອງກອງປະຊຸມປຶກສາຫາລືໃນຄັ້ງນີ້ ຈະຖືກລາຍງານຫາ ຄະນະນໍາ ຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ລາວ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອພິຈາລະນາການສະເໜີປັບປຸງໂຄງຮ່າງ ແລະ ຂະບວນການປຶກສາຫາລືຂອງກອງປະຊຸມທຸລະກິດລາວໃນຂັ້ນຕໍ່ໄປ.

Write a Message

Your email address will not be published.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword