ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂອງໂຄງການສົ່ງເສີມຜະລິດຕະພັນຍີ່ຫໍ້ລາວ-ເພື່ອຊິວິດການເປັນຢູ່ທີ່ດີຂຶ້ນ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂອງໂຄງການສົ່ງເສີມຜະລິດຕະພັນຍີ່ຫໍ້ລາວ-ເພື່ອຊິວິດການເປັນຢູ່ທີ່ດີຂຶ້ນ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂອງໂຄງການສົ່ງເສີມຜະລິດຕະພັນຍີ່ຫໍ້ລາວ-ເພື່ອຊິວິດການເປັນຢູ່ທີ່ດີຂຶ້ນ ໄດ້ຖືກຈັດຂຶ້ນໃນວັນທີ 31 ມັງກອນ 2022 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ,

ພາຍໃຕ້ການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ການເປັນປະທານຮ່ວມຂອງ ທ່ານ ນ ລິຄາດ້າ ລິສເກີ້ ຜູ້ຕາງໜ້າຈາກອົງການສະຫປະຊາຊາດ ເພື່ອການພັດທະນາ. ພ້ອມດຽວກັນນີ້ ຍັງໃຫ້ກຽດເຂົ້າຮ່ວມຈາກ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ ແລະ ຄະນະເລຂາທິການ ລວມທັງໝົດ 15 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບການຈັດຕັ້ງປະຕິບັດຂອງໂຄງການໃນປີ 2021 ແລະ ສະຫຼຸບຜົນສໍາເລັດຂອງໂຄງການນັບແຕ່ສ້າງຕັ້ງມາຈົນເຖິງປະຈຸບັນ ມີຄວາມຫຍຸ້ງຍາກ, ມີສິ່ງທ້າທາຍ ແລະ ມີບົດຮຽນທີ່ຖອດຖອນໄດ້ຄືແນວໃດ ເພື່ອນຳໄປປັບປຸງ ແລະ ຕໍ່ຍອດໃຫ້ເກີດຜົນປະໂຫຍດສູງສຸດໂດຍສະເພາະແມ່ນການສົ່ງເສີມກຸ່ມຜະລິດຕະພັນ ຊາ, ກາເຟ ແລະ ເຂົ້າ ໃຫ້ສາມາດສົ່ງອອກສິນຄ້າທີ່ມີຄຸນນະພາບ ແລະ ໄດ້ມາດຕະຖານໃນລາຄາທີ່ສູງຂຶ້ນແບບຍືນຍົງ ແລະ ພ້ອມທັງຍົກສູງລະດັບຊິວິດການເປັນຢູ່ທີ່ດີຂຶ້ນເທື່ອລະກ້າວ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword