ກອງປະຊຸມສົ່ງເສີມທຸລະກິດກະສິກຳສຳລັບ MSME

ກອງປະຊຸມສົ່ງເສີມທຸລະກິດກະສິກຳສຳລັບ MSME

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໄດ້ຈັດກອງປະຊຸມສົ່ງເສີມທຸລະກິດກະສິກຳ ສຳລັບ MSME , ທີ່ຫ້ອງປະຊຸມ ສຄອຊ ແລະ ຜ່ານລະບົບວິດີໂອທາງໄກ , ເຊິ່ງໃຫ້ກຽດເປັນທານ ໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ຜູ້ປະຈຳການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ແລະມີຜູ້ເຂົ້າຮ່ວມຈາກຄະນະບໍລິຫານງານ, ຄະນະທີ່ປຶກສາ ສຄອຊ ແລະ ຜູ້ປະກອບການທຸລະກິດກະສິກໍາ ຈາກ ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ.

ໃນຕອນເຊົ້າ ວັນທີ 21 ກໍລະກົດ 2022 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການແລກປ່ຽນຂໍ້ມູນ ແລະ ປະສົບການຈາກຜູ້ປະກອບການທຸລະກິດກະສິກໍາ ແລະ ເພື່ອປຶກສາຫາລືສົ່ງເສີມທຸລະກິດກະສິກຳຂອງ ສປປ ລາວ ໃຫ້ມີປະສິດທິຜົນ ແລະ ມີຄວາມຍືນຍົງ. ເຊິ່ງໃນກອງປະຊຸມໄດ້ມີການແນະນໍາວິທີການນໍາໃຊ້ຝຸ່ນຊີວະພາບທີ່ມີ ມາດຕະຖານ ແລະ ວິທີການນໍາໃຊ້ຝຸ່ນດັ່ງກ່າວໃຫ້ໄດ້ຮັບປະສິດທິຜົນສູງສຸດໃນວຽກງານສົ່ງເສີມການຜະລິດກະສິກຳ ເຊັ່ນ: ການປູກເຂົ້າ, ຜັກ, ໝາກໄມ້ ແລະ ອື່ນໆ ຈາກ ທ່ານນາງ Nguyen Thi Thu Trang ຮອງປະທານ ບໍລິສັດ ໄບໂອເອບວກ ຈຳກັດ. ນອກຈາກນີ້ຍັງໄດ້ຮັບຟັງການນໍາສະເໜີວິທີການນໍາໃຊ້ທໍນ້ຳທີ່ມີປະສິດທິພາບ ແລະ ເໝາະສົມໃນການສ້າງລະບົບສະໜອງນ້ຳຮັບໃຊ້ການຜະລິດກະສິກຳ ຈາກ ທ່ານລັງກອນ ໄຊຍະວົງ ປະທານ ແລະ ຜູ້ຮ່ວມກໍ່ຕັ້ງກຸ່ມບໍລິສັດໄຊຍະວົງ, ປະທານ ໂຮງງານອຸດສາຫະກຳໂຕໂຍລາວ ຈຳກັດຜູ້ດຽວ.
ກອງປະຊຸມໄດ້ມີການສົນທະນາແລກປ່ຽນກັນຢ່າງສ້າງສັນ ແລະ ກົງໄປກົງມາ ເຊິ່ງຜູ້ປະກອບການມີຄວາມສົນໃຈທີ່ສຸດຕໍ່ວິທີການນໍາໃຊ້ຝຸ່ນຊີວະພາບທີ່ຖືກຕ້ອງ ແລະ ການນໍາໃຊ້ທໍ່ນໍ້າເພື່ອສະໜອງລະບົບນໍ້າໃຫ້ການຜະລິດ ເຊິ່ງສາມາດຫຼຸດຜ່ອນຕົ້ນທຶນ ແລະ ມີປະສິດທີຜົນສູງຂື້ນ. ສໍາລັບລາຍລະອຽດເພີ່ມເຕີມ ກ່ຽວກັບວຽກງານສົ່ງເສີມທຸລະກິດກະສິກຳ ລວມເຖິງ ການຊອກຫາແຫລ່ງທຶນ ແລະ ຕະຫຼາດ ສາມາດຕິດຕໍ່ພົວພັນ ຄະນະສົ່ງເສີມທຸລະກິດກະສິກຳ ປະຈໍາ ສຄອຊ ໃນເວລາໂມງລັດຖະການ

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword