ກອງປະຊຸມສົນທະນາແລກປ່ຽນກ່ຽວກັບການສົ່ງເສີມປະສິດທິພາບ ແລະ ຄຸນນະພາບການຝຶກອົບຮົມ

ກອງປະຊຸມສົນທະນາແລກປ່ຽນກ່ຽວກັບການສົ່ງເສີມປະສິດທິພາບ ແລະ ຄຸນນະພາບການຝຶກອົບຮົມ

ກອງປະຊຸມສົນທະນາແລກປ່ຽນກ່ຽວກັບການສົ່ງເສີມປະສິດທິພາບ ແລະ ຄຸນນະພາບການຝຶກອົບຮົມ∕ ການຝຶກງານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ).

ໄດ້ຈັດກອງປະຊຸມສົນທະນາແລກປ່ຽນກ່ຽວກັບການສົ່ງເສີມປະສິດທິພາບ ແລະ ຄຸນນະພາບການຝຶກອົບຮົມ∕ ການຝຶກງານ ໂດຍການເປັນປະທານຮ່ວມ ຂອງທ່ານ ປອ.ໄຊບັນດິດ ຣາຊພົນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຢູຕົງຫລິວ ຫົວໜ້າ ແລະ ຜູ້ປະສານງານໂຄງການຮ່ວມມື ILO China, ໃນວັນທີ 11-12 ສິງຫາ 2022 ທີ່ໂຮງແຮມທະວີສຸກ, ແຂວງວຽງຈັນ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອເປັນການຖອດຖອນບົດຮຽນ ພ້ອມທັງເປັນການສົນທະນາແລກປ່ຽນປະສົບການ ແລະ ການເພີ່ມຄວາມອາດສາມາດໃຫ້ຄູ່ຮ່ວມງານທາງສັງຄົມ ເພື່ອໃຫ້ນັກຮຽນນັກສຶກສາ ໄດ້ມີໂອກາດໄປຝຶກອົບຮົມ∕ ຝຶກງານ ໃນບໍລິສັດ ແລະ ສະຖານທີ່ເຮັດວຽກຕ່າງໆ ໃຫ້ໄດ້ຮັບການຖ່າຍທອດບົດຮຽນ, ຄວາມຮູ້, ທັກສະໃນການເຮັດວຽກຕົວຈິງຢ່າງມີປະສິດທິພາບ. ນອກນັ້ນ, ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ຄູ່ຮ່ວມງານ ນຳໄປຕໍ່ຍອດ ແລະ ນຳໄປປັບໃຊ້ ເພື່ອສັງຄົມ ໃນການສ້າງບຸກຄະລາກອນ ທີ່ມີຄຸນນະພາບເຂົ້້າສູ່ຕະຫລາດແຮງງານ

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword