ກອງປະຊຸມພົບປະລະຫວ່າງນັກທຸລະກິດລາວ ແລະ ສະຫະລັດອາເມລິກາ ພາຍໃຕ້ຫົວຂໍ້  “ກາລະໂອກາດທາງການຄ້າ ແລະ ການລົງທຶນ”

ກອງປະຊຸມພົບປະລະຫວ່າງນັກທຸລະກິດລາວ ແລະ ສະຫະລັດອາເມລິກາ ພາຍໃຕ້ຫົວຂໍ້ “ກາລະໂອກາດທາງການຄ້າ ແລະ ການລົງທຶນ”

ໃນວັນທີ 17 ສິງຫາ 2022 ຂອງອາທິດທີ່ຜ່ານມາ ທີ່ ໂຮງແຮມ ຄຣາວພາຊາ. ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ສະພາທຸລະກິດ ສ. ອາເມລິກາ-ອາຊຽນ ໄດ້ຈັດກອງປະຊຸມພົບປະລະຫວ່າງນັກທຸລະກິດລາວ ແລະ ສະຫະລັດອາເມລິກາ ພາຍໃຕ້ຫົວຂໍ້ “ກາລະໂອກາດທາງການຄ້າ ແລະ ການລົງທຶນ”

ໂດຍການເປັນປະທານຮ່ວມຂອງ ທ່ານ ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ສ. ອາເມລິກາ ປະຈຳ ສປປ ລາວ, ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ແລະ ທ່ານ ໄມເຄີນ ມິຄາລັກ, ຮອງປະທານອາວຸໂສ, ສະພາທຸລະກິດ ສ. ອາເມລິກາ-ອາຊຽນ.
ຈຸດປະສົງການຈັດກອງປະຊຸມດັ່ງກ່າວ ເພື່ອເປັນການປຶກສາຫາລື ແລກປ່ຽນຄຳຄິດເຫັນ ລະຫວ່າງ ສ.ອາເມລິກາ ແລະ ພາກທຸລະກິດຂອງລາວ ກ່ຽວກັບໂອກາດ ແລະ ສິ່ງທ້າທາຍໃນການລົງທຶນຢູ່ໃນ ສປປ ລາວ, ພ້ອມກັນນັ້ນ, ເພື່ອເປັນການສົ່ງເສີມການຮ່ວມມືລະຫວ່າງທຸລະກິດສອງຝ່າຍໃຫ້ແໜ້ນແຟ້ນ, ພັດທະນາສາຍພົວພັນໃຫ້ເຂັ້ມແຂງ ເພື່ອການພັດທະນາທຸລະກິດ, ພັດທະນາຄວາມອາດສາມາດໃຫ້ແກ່ບຸກຄະລາກອນຂອງ ສປປ ລາວ ໂດຍສະເພາະໃນຂະແໜງດິຈີຕອລ, ຂະແໜງໄອທີ, ການເງິນ-ການທະນາຄານ, ການຂົນສົ່ງ, ທຸລະກິດ SME ແລະ ທຸລະກິດ Start-up ເພື່ອຊ່ວຍໃຫ້ບັນດາຫົວໜ່ວຍທຸລະກິດສາມາດເຕີບໂຕ ແລະ ຟື້ນຟູຈາກພະຍາດໂຄວິດ ສ້າງວຽກເຮັດງານທຳ ພາຍໃຕ້ເຈດຈຳນົງໃນການສ້າງໂລກໃຫ້ດີຂຶ້ນກວ່າເກົ່າຫລັງຈາກໂຄວິດ 19.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword