ກອງປະຊຸມ ຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

ກອງປະຊຸມ ຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ

ກອງປະຊຸມ ຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ໃນວັນທີ 4 ຕຸລາ 2022, ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ.ທ່ານ ມະນິດໂຕ ພົມໂພທິ ຮອງເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)

ໄດ້ເຂົ້າຮ່ວມກອງປະຊຸມ ຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ 71/ນຍ) ເຊິ່ງໃນກອງປະຊຸມໃຫ້ກຽດເປັນປະທານໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ແລະມີຄະນະຜູ້ແທນ ເຂົ້າຮ່ວມຈາກຂະແໜງການຕ່າງໆ ທີ່ກ່ຽວຂ້ອງເຊັ່ນ: ຂະແໜງອຸດສາຫະກຳ ແລະ ການຄ້າ, ຂະແໜງກະສິກຳ ແລະ ປ່າໄມ້, ຂະແໜງໂຍທາທິການ ແລະ ຂົນສົ່ງ, ຂະແໜງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ຂະແໜງສາທາລະນະສຸກ, ຂະແໜງເຕັກໂນ ແລະການສື່ສານ, ຂະແໜງພະລັງງານ ແລະ ບໍ່ແຮ່ ແລະ ອື່ນໆ,ພາຍໃນກອງປະຊຸມໄດ້ມີການປຶກສາຫາລືໂດຍສຸມໃສ່ການຄົ້ນຄວ້າຕີລາຄາການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ສັງລວມຈຸດດີ, ສິ່ງທ້າທາຍ, ວິທີທາງແກ້ໄຂ ແລະ ທິດທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີປະສິດທິຜົນ ແລະ ສໍາເລັດຕາມເປົ້າໝາຍທີ່ວາງໄວ້ໂດຍສຸມໃສ່ຄົ້ນຄວ້າວາງແຜນປັບປຸງແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆຂອງວຽກງານທີ່ເປັນບຸລິມະສິດ, ວຽກງານທີ່ຮີບດ່ວນ ແລະ ວຽກງານອື່ນໆໃນໄລຍະສັ້ນ, ກາງ ແລະ ໄລຍະຍາວ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ສະຫຼຸບ ແລະ ໃຫ້ທິດຊີ້ນຳຕໍກອງປະຊຸມ ໂດຍສະເພາະແມ່ນໄດ້ສະເໜີຄຳຖາມເຈາະຈີ້ມໃຫ້ແຕ່ລະຂະແໜງການນຳໄປຄົ້ນຄວ້າ ແລະ ສົ່ງບົດລາຍງານຄືນໃຫ້ຄະນະກອງເລຂາເພື່ອສັງລວມ ແລະ ວາງແຜນຈັດຕັ້ງປະຕິບັດ ໃຫ້ໄດ້ຢ່າງມີປະສິດທິຜົນ. ກອງປະຊຸມໄດ້ປິດລົງໃນ ເວລາ 12:00ໂມງ ຂອງວັນດຽວກັນ.
ສຳລັບລາຍລະອຽດເພິ່ມເຕີມຈະໄດ້ລາຍງານຕື່ມຕາມພາຍຫລັງ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword