ກອງປະຊຸມສຳມະນາ ການຄຸ້ມຄອງລະບົບຕ່ອງໂສ້ຄວາມເຢັນ ແລະ ສີນຄ້າກະສິກຳໃນ ສປປ ລາວ ເພື່ອສົ່ງອອກໄປ ສປ ຈີນ- ສຳລັບ ສປປ ລາວ

ກອງປະຊຸມສຳມະນາ ການຄຸ້ມຄອງລະບົບຕ່ອງໂສ້ຄວາມເຢັນ ແລະ ສີນຄ້າກະສິກຳໃນ ສປປ ລາວ ເພື່ອສົ່ງອອກໄປ ສປ ຈີນ- ສຳລັບ ສປປ ລາວ

ກອງປະຊຸມສຳມະນາ ການຄຸ້ມຄອງລະບົບຕ່ອງໂສ້ຄວາມເຢັນ ແລະ ສີນຄ້າກະສິກຳໃນ ສປປ ລາວ ເພື່ອສົ່ງອອກໄປ ສປ ຈີນ- ສຳລັບ ສປປ ລາວ, ໃນວັນທີ 30 ພະຈິກ 2022, ທີ່ ໂຮງແຮມ ລາວພຣາຊາ, ນະຄອນຫລວງວຽງຈັນ
ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຂົ້າຮ່ວມ, ເຊິງກອງປະຊຸມ ໃຫ້ກຽດເປັນປະທານກ່າວເປີດໂດຍ ທ່ານ ອິດທິລິດ ຍັງນຸວົງ ຮອງຫົວຫນ້າກົມນະໂຍບາຍການຕ່າງປະເທດ

 ຈຸດປະສົງຫລັກຂອງກອງປະຊຸມໃນມື້ນີ້ແມ່ນເພື່ອ ສະຫນັບສະຫນູນຂອບເຂດການຮ່ວມມືໃນລະຫວ່າງປະເທດໃນຂອບເຂດອາຊີທາງດ້ານການບໍລິການສົ່ງເສີມການສົ່ງອອກໃນຂະແຫນງການກະສິກຳ – ອາຫານ ແລະ ພ້ອມຮັບມືກັບສິ່ງທ້າທາຍຕໍ່ລະບົບຕ່ອງໂສຄວາມເຢັນດັ່ງກ່າວໃຫ້ໄດ້ປະສິດທິພາບຂື້ນໃນເວລາສົ່ງອອກຜະລິດຕະພັນກະສິກຳອອກໄປທີ່ ສປ ຈີນ, ສປປ ລາວເປັນຫນື່ງປະເທດທີ່ມີການສົ່ງອອກຂອງສີນຄ້າກະສິກຳທີຕິດພັນກັບລະບົບດັ່ງກ່າວນີ້
ກອງປະຊຸມດັ່ງກ່າວ ໄດ້ຈັດເປັນ02ພາກ ພາກນຳສະເຫນີ ແລະ ພາກເວທີສົນທະນາ
– ພາກສະເຫນີ ແມ່ນໄດ້ສະເຫນີກ່ຽວກັບ ນະໂຍບາຍການນຳເຂົ້າຂອງ ສປ ຈີນ ຕໍ່ຜະລິດຕະພັນສະບຽງອາຫານທີ່ຫລາກຫລາຍໃນລະບົບຕ່ອງໂສຄວາມເຢັນ ແລະ ສະເຫນີກ່ຽວກັບ ການນຳໃຊ້ເຄື່ອງມືດິຈິຕໍ ເຂົ້າໃນລະບົບຕ່ອງໂສຄວາມເຢັນຂອງສີນຄ້າກະສິກຳເພື່ອສົ່ງເສີມການສົ່ງອອກ
– ພາກເວທີສົນທະນາ ໄດ້ສົນທະນາໃນຫົວຂໍ ໂອກາດ ແລະ ຄວາມທ້າທາຍໃນການນຳໃຊລະບົບຕ່ອງໂສ້ຄວາມເຢັນໃນສີນຄ້າກະສິກຳລາວໃນການສົ່ງອອກສຳລັບຂໍ້ມູນເພີມເຕີມຕິດຕາມໃນໄວໆນີ້.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword