ກອງປະຊຸມ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ວຽກງານຄຸ້ມຄອງໄພພິບັດ

ກອງປະຊຸມ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ວຽກງານຄຸ້ມຄອງໄພພິບັດ

ກອງປະຊຸມ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ວຽກງານຄຸ້ມຄອງໄພພິບັດ, ໃນວັນທີ 28 ພະຈິກ 2022, ທີ່ ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ແຂວງອັດຕະປື. ຄະນະຕາງໜ້າຈາກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ໄດ້ເຂົ້າຮ່ວມກອງປະຊຸມ ທັດສະນະສຶກສາ ແລະ ແລກ່ປ່ຽນບົດຮຽນ ວຽກງານຄຸ້ມຄອງໄພພິບັດ ໃຫ້ກຽດເປັນປະທານ ໂດຍ ທ່ານ ຈິດປະສົງ ສີສະຫວັດ, ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງອັດຕະປື, ທ່ານ ກິນດາວົງ ຫຼວງລາດ, ຮອງຫົວໜ້າກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມດ້ວຍວິຊາການຕາງໜ້າຈາກ ສຄອຊ, ອົງການຈັດຕັ້ງທາງສັງຄົມລາວ ແລະ ກະຊວງເຂົ້າຮ່ວມ
ຈຸດປະສົງ ຂອງ ກອງປະຊຸມ ແມ່ນ ແລກປ່ຽນບົດຮຽນ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດບັນດາໂຄງການຟື້ນຟູຫຼັງໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື, ພາຍໃນກອງປະຊຸມດັ່ງກ່າວ ໄດ້ມີການແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາໂດຍສະເພາະແມ່ນໄດ້ຮັບຟັງການລາຍງານສະພາບໄພພິບັດທີີ່ເກີດຂື້ນທີ່ເມືອງສະຫນາມໄຊ (ໂອກາດ ແລະ ສິ່ງທ້າທາຍໃນກົນໄກການປະສານງານ) ໃນຄັ້ັງວັນທີ 23/7/2018. ນອກນັ້ນ, ຍັງມີການໄປລົງໄປຢ້ຽມຢາມເບີ່ງຄວາມຄືບໜ້າຂອງໂຄງການກໍ່ສ້າງໂຮງໝໍ, ບ້ານດົງບາກໃໝ່ຫີນຄຳ, ສູນຜະລິດ ກະສິກຳ ແລະ ການຈັດສັນເຮືອນຖາວອນ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກສັນເຂືອນເຊປຽນ-ເຊນ້ຳນ້ອຍແຕກ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword