ກອງປະຊຸມຕິດຕາມຄວາມຄືບໜ້າຂອງການແກ້ໄຂບັນດາຂໍ້ສະເໜີໃນການແກ້ໄຂບັນຫາຂອງພາກທຸລະກິດທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ

ກອງປະຊຸມຕິດຕາມຄວາມຄືບໜ້າຂອງການແກ້ໄຂບັນດາຂໍ້ສະເໜີໃນການແກ້ໄຂບັນຫາຂອງພາກທຸລະກິດທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ

ກອງປະຊຸມຕິດຕາມຄວາມຄືບໜ້າຂອງການແກ້ໄຂບັນດາຂໍ້ສະເໜີໃນການແກ້ໄຂບັນຫາຂອງພາກທຸລະກິດທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ, ໃນວັນທີ 26 ທັນວາ 2022, ທີ່ຫ້ອງປະຊຸມທາງໄກ, ກະຊວງອຸດສາຫະກຳ ແລະ ການຄ້າ.

ທ່ານ ພູໄຊ ເທບພະວົງ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໃຫ້ກຽດເຂົ້າຮ່ວມກອງປະຊຸມຕິດຕາມຄວາມຄືບໜ້າຂອງການແກ້ໄຂບັນດາຂໍ້ສະເໜີໃນການແກ້ໄຂບັນຫາຂອງພາກທຸລະກິດທີ່ຕິດພັນກັບຂະແໜງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ຍົກຜ່ານກົນໄກກອງປະຊຸມທຸລະກິດລາວ ເຊິງໃຫ້ກຽດເປັນປະທານໂດຍ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ມີຜູ້ເຂົ້າຮ່ວມໃນກອງປະຊຸມຈາກພາກສ່ວນທີ່ກ່ຽວຂ້ອງໂດຍກົງກ່ຽວກັບບັນຫາເຊັ່ນ: ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມນຳເຂົ້າ ແລະ ສົ່ງອອກ,ກົມການຄ້າພາຍໃນ, ທ່ານ ເລຂາທີິການ (ສຄອຊ), ແລະ ກອງເລຂາກອງປະຊຸມທຸລະກີດລາວ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ລາຍງານຄືນຄວາມຄືບໜ້າຕໍ່ການສະເໜີບັນຫາຂອງພາກທຸລະກິດ ທີ່ຍົກຜ່ານກົນໄກກອງປະຊຸມທຸລະກິດລາວຜ່ານມາ. ຂໍ້ສະເໜີວິທີ່ແກ້ໄຂທີ່ໄດ້ຍົກຂື້ນປຶກສາຫາລືໃນກອງປະຊຸມມີດັ່ງນີ້:
1. ປັບປູງຂັ້ນຕອນການອອກອານຸຍາດດຳເນີນທຸລະກິດໃຫ້ 6 ຂະແໜງການ
2. ພິຈາລະນາ ບໍ່ໃຫ້ມີການຂໍອານຸຍາດດຳເນີນທຸລະກິດໃນຂະແໜງການບູລິມະສິດ ສຳລັບກິດຈະກຳທີ່ມີຄວາມສ່ຽງຕ່ຳ
3. ພິີຈາລະນາຄືຶນກ່ຽວກັບດຳລັດ 238/ລບ ວ່າດ້ວຍສະມາຄົມ ແລະ ຂໍ້ຕົກລົງ 1006/ອຄ.ຄພນ ວ່າດ້ວຍການສ້າງຕັ້ງສະພາການຄ້າຕ່າງປະເທດ ປະຈຳ ສປປ ລາວ.
4. ພີຈາລະນາ, ຄົ້ນຄວ້າຫາທາງອອກປະເມີນຄືນ ຂໍ້ສະດວກແລະຂໍ້ຫຍຸ້ງຍາກ ຕໍ່ເເຈ້ງການ 04718/ຍທຂ.ຫກ
ການປະຊຸມຄັ້ງນີ້ທ່ານ ປອ. ມະໂນທອງ ວົງໄຊ ໄດ້ເນັ້ນເຖິງຄວາມສຳຄັນໃນການ ອຳນວຍຄວາມສະດວກຂອງການອອກໃບອະນຸຍາດດຳເນີນທຸລະກິດໃນຂະແໜງການຕ່າງໆໃຫ້ແກ່ທຸລະກິດ ເພື່ອສົ່ງເສີມການແຂ່ງຂັນ ທຸລະກິດໃນລາວ ແລະ ດຶງດູູດນັກລົງທຶນທີ່ມີຄູນນະພາບຈາກຕ່າງປະເທດເຂົ້າມາປະເທດ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword