ງານສຳມະນາຂຶ້ນພາຍໃຕ້ຫົວຂໍ້: ”ວິທີແກ້ໄຂທາງທຳມະຊາດທີ່ສາມາດເຂົ້າເຖິງແຫຼ່ງເງິນກູ້ຈາກທະນາຄານໄດ້ (Bankable Nature Solution)”

ງານສຳມະນາຂຶ້ນພາຍໃຕ້ຫົວຂໍ້: ”ວິທີແກ້ໄຂທາງທຳມະຊາດທີ່ສາມາດເຂົ້າເຖິງແຫຼ່ງເງິນກູ້ຈາກທະນາຄານໄດ້ (Bankable Nature Solution)”

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບອົງການ WWF-Laos ໄດ້ຈັດງານສຳມະນາຂຶ້ນພາຍໃຕ້ຫົວຂໍ້: ”ວິທີແກ້ໄຂທາງທຳມະຊາດທີ່ສາມາດເຂົ້າເຖິງແຫຼ່ງເງິນກູ້ຈາກທະນາຄານໄດ້ (Bankable Nature Solution)” ໃນວັນທີ 19 ມັງກອນ 2023, ເວລາ 08:30-12:00 ໂມງ ທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

ຈຸດປະສົງໃນການຈັດງານສຳມະນາໃນຄັ້ງນີ້ແມ່ນເພື່ອນຳສະເໜີໂຄງການຂອງອົງການ WWF ວ່າດ້ວຍການດຳເນີນທຸລະກິດແບບໃດ ເພື່ອທີ່ຈະສາມາດເຂົ້າຫາແຫຼ່ງທຶນຂອງທະນາຄານໄດ້, ໂດຍຜູ້ຊ່ຽວຊານຈາກໂຄງການໄດ້ບັນຍາຍເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ພາກເອກະຊົນກໍຄືຜູ້ປະກອບການໃຫ້ຮູ້ກ່ຽວກັບການດຳເນີນທຸລະກິດທີ່ບໍ່ກະທົບຕໍ່ສະພາບແວດລ້ອມ ຄວບຄູ່ໄປກັບການສ້າງຄວາມຍືນຍົງໃຫ້ແກ່ທຳມະຊາດ ແລະ ກິດຈະການຂອງຜູ້ປະກອບການເວລາດຽວກັນ, ເຊິງມີຜູ້ເຂົ້າຮ່ວມກວ່າ 10 ບໍລິສັດທີ່ຢູ່ໃນຂະແໜງການໄມ້, ຊາ, ກາເຟ ແລະ ເຂົ້າ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword