ກອງປະຊຸມເຜີຍແຜ່ນະໂຍບາຍ ແລະ ຂໍ້ຕົກລົງວ່າດ້ວຍ ອຸດສາຫະກຳ ສີຂຽວ

ກອງປະຊຸມເຜີຍແຜ່ນະໂຍບາຍ ແລະ ຂໍ້ຕົກລົງວ່າດ້ວຍ ອຸດສາຫະກຳ ສີຂຽວ

ກອງປະຊຸມເຜີຍແຜ່ນະໂຍບາຍ ແລະ ຂໍ້ຕົກລົງວ່າດ້ວຍ ອຸດສາຫະກຳ ສີຂຽວ ໃນວັນທີ 28 ເມສາ 2023, ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ຮອງປະທານຄະນະກໍາມະທິການຕາງໜ້າຜູ້ໃຊ້ແຮງງານ ແລະ ອຸດສາຫະກໍາ (ສຄອຊ) ເປັນປະທານຮ່ວມ ທ່ານ ສຳລີ ບຸດສະດີ, ຮັກສາການແທນຫົວໜ້າກົມ, ກົມອຸດສາຫະກໍາ ແລະ ຫັດຖະກຳ, ກະຊວງ ອຸດສາຫະກຳ ແລະ ການຄ້າ ໃນກອງປະຊຸມເຜີຍແຜ່ນະໂຍບາຍ ແລະ ຂໍ້ຕົກລົງວ່າດ້ວຍ ອຸດສາຫະກຳ ສີຂຽວ.
ຈຸດປະສົງ ກໍ່ແມ່ນເພື່ອເຜີຍແຜ່ນະໂຍບາຍ ແລະ ທິດຊີ້ນຳຂອງລັດຖະບານ ກ່ຽວກັບການພັດທະນາເສດຖະກິດສັງຄົມໄປຕາມທິດສີຂຽວ, ສົມດູນ ແລະ ຍືນຍົງ ແລະ ແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ (2021-2025) ແລະ ເຜີຍແຜ່ຊຸກຍູ້ສົງເສີມໃຫ້ບັນດາຫົວໜ່ວຍໂຮງຈັກໂຮງງານ ເອົາໃຈໃສໃນການປະຢັດວັດຖຸດິບ ແລະ ນຳໃຊ້ພະລັງງານຢ່າງມີປະສິດຕິພາບ ເພື່ອເປັນການ ຫຼຸດຜ່ອນຕົ້ນທືນ ແລະ ເພີ່ມປະສິດຕິພາບຂອງການຜະລິດ ແລະ ຫຼຸດຜ່ອນ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword