ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບວຽກງານພາສີ

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບວຽກງານພາສີ

ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບວຽກງານພາສີ, ໃນວັນທີ 16 ພຶດສະພາ 2023, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ, ກະຊວງການເງິນ ໃຫ້ກຽດເປັນປະທານໃນພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້; ພ້ອມດຽວກັນນັ້ນມີບັນດາທ່ານ ຄະນະຮອງປະທານ, ຄະນະບໍລິຫານງານ, ຄະນະເລຂາທິການ, ພະນັກງານ ຂອງ ສຄອຊ ແລະ ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ ຂອງກົມພາສີ ແລະ ສະມາຄົມ ກໍ່ໄດ້ເຂົ້້າຮ່ວມໃນພິທີໃນຄັ້ງນີ້ອີກດ້ວຍ
ຈຸດປະສົ່ງຫຼັກຂອງການເຊັນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ແມ່ນເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ຄໍາຄິດຄຳເຫັນກ່ຽວກັບການຄຸ້ມຄອງວຽກງານພາສີ ແລະ ການຄຸ້ມຄອງການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ວຽກງານອື່ນໆ ທີ່ຕິດພັນທາງດ້ານພາສີ ແນໃສ່ເພື່ອຍົກສູງປະສິດທິພາບ, ປະສິດທິຜົນ ແລະ ຄວາມໂປ່ງໃສໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ, ຍັງເປັນການແລກປ່ຽນຄໍາຄິດຄໍາເຫັນ ລະຫວ່າງສອງຝ່າຍ ເພື່ອແນໃສ່ປັບປຸງ ການເຄື່ອນໄຫວວຽກງານຂອງແຕ່ລະຝ່າຍໃຫ້ມີຄວາມສະດວກ ແລະ ດີຍີ່ງຂື້ນກວ່າເກົ່າ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword