ສູນບໍລິການອາຊີວະສຶກສາແບບຄວບຄູ່ (DCTSC) (ສຄອຊ) ໄດ້ຈັດການສໍາມະນາການນໍາສະເໜີກ່ຽວກັບວຽກງານອາຊີວະສຶກສາແບບຄວບຄູ່ (ອສຄ)

ສູນບໍລິການອາຊີວະສຶກສາແບບຄວບຄູ່ (DCTSC) (ສຄອຊ) ໄດ້ຈັດການສໍາມະນາການນໍາສະເໜີກ່ຽວກັບວຽກງານອາຊີວະສຶກສາແບບຄວບຄູ່ (ອສຄ)

ສູນບໍລິການອາຊີວະສຶກສາແບບຄວບຄູ່ (DCTSC), ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ຈັດການສໍາມະນາການນໍາສະເໜີກ່ຽວກັບວຽກງານອາຊີວະສຶກສາແບບຄວບຄູ່ (ອສຄ)

ໃນວັນທີ 28 ມິຖຸນາ 2023 ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ມີການນໍາສະເໜີກ່ຽວກັບວຽກງານອາຊີວະສຶກສາແບບຄວບຄູ່ (ອສຄ)ໃຫ້ແກ່ ສູນບໍລິການອາຊີວະສຶກສາແບບຄວບຄູ່ ຫຼື ສູນບໍລິການ ອສຄ ແລະ ວິທະຍາໄລອາຊີວະສຶກສາຕົວແບບ ຈາກແຂວງ ຫລວງພະບາງ, ແຂວງ ວຽງຈັນ, ແຂວງ ຈໍາປາສັກ ແລະ ນະຄອນຫລວງວຽງຈັນ. ເຊິ່ງການສໍາມະນານີ້ໄດ້ຮັບການສະໜັບສະໜູນຈາກໂຄງການ ພັດທະນາ ອາຊີວະສຶກສາ  ສປປ ລາວ (VELA Project) ໂດຍໃຫ້ກຽດເປັນປະທານໃນກອງປະຊຸມສຳມະນາຂອງ ທ່ານ ນາງ ດາວວະດິງ ພິລະໄຊພິທັກ ຮອງເລຂາທິການ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ Hasan SIDDIQUI, Regional Seconded Expert, VELA Project ພ້ອມດ້ວຍ ທີມງານຊ່ຽວຊານຈາກໂຄງການ VELA Project, ທີມງານສູນບໍລິການ ອສຄ, ຄູອາຈານ, ການສໍາມະນາໃນການສ້າງຄວາມເຂັ້ມແຂງໃນຄັ້ງນີ້ແມ່ນເພື່ອສາມາດຈັດ ແລະ ດຳເນີນການພົບປະແລກປ່ຽນກັບບັນດາບໍລີສັດທີ່ເຂົ້າຮ່ວມໃນ ອສຄ (ອາຊີວະສຶກສາແບບຄວບຄູ່) ແລະ ໂນ້ມນ້າວໃຫ້ພວກເຂົາກາຍເປັນບໍລິສັດຄູ່ຮ່ວມງານ ອສຄ ທີ່ໄດ້ຮັບການຮັບຮອງ, ໃນການສໍາມະນາໃນຄັ້ງນີ້ແມ່ນໄດ້ຈັດຂື້ນເປັນເວລາສອງວັນ. ພາຍໃນການສໍາມະນາຍັງໄດ້ມີການສົມມຸດການສະເໜີການຂາຍ ໃຫ້ບັນດາບໍລິສັດ/ລູກຄ້າ ໃຫ້ມີຄວາມສົນໃຈໃນຜະລິດຕະພັນໃນອສຄ, ໄດ້ມີການສະແດງເຫດການຈຳລອງໃນການພົບປະລຸກຄ້າ ແລະ ບັນດາບໍລິສັດໃນຂະແໜງການຕ່າງໆເພື່ອນຳສະເໜີໃຫ້ເຂົ້າໃຈ ແລະ ຮັບຮູ້ວຽກງານ ອສຄ ນີ້ຫຼາຍຂຶ້ນ, ໃນມື້ທີສອງຂອງການສໍາມະນາທີມງານຄູຝືກ ແລະ ພ້ອມດ້ວຍຜູ້ເຂົ້າຮ່ວມທັງໝົດ ຍັງໄດ້ລົງໄປພົບປະບັນດາສະຖານປະກອບການ (ເມືອງລາວ ຟາມ ແລະ ປາຫວານ ຟາມ) ທີ່ໄດ້ເປັນຄູ່ຮ່ວມ ອສຄ ເພື່ອນໍາສະເໜີຜະລິດຕະພັນ  ໃໝ່ໃຫ້ ບັນດາສະຖານປະກອບຮັບຮູ້ ໃນການຢັ້ງຢືນສະຖານປະກອບການຄູ່ຮ່ວມງານ ອສຄ

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword