ກອງປະຊຸມປຶກສາຫາລືບັນຫາບູລິມະສິດຂະແໜງການຜະລິດ ແລະ ປຸງແຕ່ງກະສິກຳ

ກອງປະຊຸມປຶກສາຫາລືບັນຫາບູລິມະສິດຂະແໜງການຜະລິດ ແລະ ປຸງແຕ່ງກະສິກຳ

ໃນວັນທີ 18 ສິງຫາ 2023, ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸຸດສະຫະກຳ ແຫ່ງຊາດລາວ (ສຄອຊ), ໜ່ວຍງານປຶກສາຫາລືພາກທຸລະກິດຂະແໜງການຜະລິດ ແລະ ປຸງແຕ່ງກະສິກຳ

ໄດ້ຈັດກອງປະຊຸມປຶກສາຫາລືບັນຫາບູລິມະສິດຂອງຂະແໜງການ ພາຍໃຕ້ຂະບວນການປຶກສາຫາລື ຂອງກອງປະຊຸມທຸລະກິດລາວ ໂດຍການເປັນປະທານຂອງ ທ່ານ ບຸນເລີດ ຫຼວງປະເສີດ, ຮອງປະທານ ສຄອຊ, ຫົວໜ້າໜ່ວຍງານປຶກສາຫາລືພາກທຸລະກິດ ຂະແໜງການຜະລິດ ແລະ ປຸງແຕ່ງກະສິກໍາ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືບັນຫາທີ່ ຕິດພັນກັບການດຳເນີນທຸລະກິດຂອງຂະແໜງການບໍລິການ ເພື່ອກຳນົດເອົາບັນຫາບູລິມະສິດຂອງຂະແໜງການ ສະເໜີຕໍ່ພາກລັດ ເພື່ອພິຈາລະນາແກ້ໄຂ. ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ລວມທັງໝົດມີິ 37 ກວ່າທ່ານ ເຊິ່ງມາຈາກຫຼາຍໆພາກສ່ວນທີ່ກ່ຽວຂ້ອງກັບຂະແໜງກະສິກຳໂດຍກົງ. ບັນຫາທີ່ໄດ້ຍົກຂຶ້ນ ເພື່ອປຶກສາຫາລືໃນກອງປະຊຸມມີດັ່ງນີ້ເຊັ່ນ:
• ລະບຽບການໃໝ່ທີ່ກຳນົດຫຼຸດນ້ຳໜັກລົດຂົນສົ່ງ ເຮັດໃຫ້ມີຕົ້ນທຶນສູງຂື້ນ
• ຄ່າບໍລິການທີ່ທ່າບົກທ່ານາແລ້ງ ທີ່ຍັງເຫັນວ່າສູງ
• ການເຂົ້າຫາແຫຼ່ງທຶນທີ່ບໍ່ທ່ຽງທຳ
• ການຍົກເວັ້ນພາສີອາກອນນຳເຂົ້າຂອງເຄື່ອງຈັກໃນການຜະລິດກະສິກຳ ຍັງມີຂໍ້ຫຍຸ້ງຍາກໃນການປະຕິບັດຕົວຈິງ
• ການຄຸ້ມຄອງລາຄາສິນຄ້າກະສິກຳ ຍັງມີການຕັດລາຄາ ທັງຈາກຜູ້ປະກອບການພາຍໃນ ແລະ ຕ່າງປະເທດ
• ການນຳເຂົ້າສິນຄ້າທີ່ບໍ່ຖືກຕ້ອງ ແລະ ບໍ່ເສຍພາສີເຮັດໃຫ້ບາງສິນຄ້າລົ້ນຕະຫຼາດ ແລະ ບໍ່ມີຄວາມປອດໄພ
ກອງປະຊຸມໄດ້ດໍາເນີນດ້ວຍບັນຍາກາດຟົດຟື້ນ, ມີລັກສະນະການປຶກສາຫາລືທີ່ສ້າງສັນ ເຊິ່ງ ບາດກ້າວຕໍ່ໄປ ໜ່ວຍງານປຶກສາຫາລື ຈະມີການສັງລວມລາຍລະອຽດບັນຫາ ແລະ ຂໍ້ສະເໜີບູລິມະສິດ ໃຫ້ກອງເລຂາກອງປະຊຸມທຸລະກິດລາວ ເພື່ອນໍາໄປພິຈາລະນາຄັດຈ້ອນເຂົ້າເປັນບັນຫາບູລິມະສິດ ໃນການສະເໜີຕໍ່ພາກລັດຖະບານໃນຂັ້ນຕອນຕໍ່ໄປຂອງກອງປະຊຸມທຸລະກິດລາວຄັ້ງທີ 15.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword