ກອງປະຊຸມການພັດທະນາ ຍານຍົນໄຟຟ້າ ສປ ຈີນ~ອາຊຽນ

ກອງປະຊຸມການພັດທະນາ ຍານຍົນໄຟຟ້າ ສປ ຈີນ~ອາຊຽນ

ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມການພັດທະນາ ຍານຍົນໄຟຟ້າ ສປ ຈີນ~ອາຊຽນ ໃນວັນທີ 8 ກັນຍາ 2023 ທີ່ ເມືອງ ກູຍກາງ ( GUIGANG )ແຂວງ ກວາງຊີ ສປ ຈີນ

ກອງປະຊູມໄດ້ຈັດຂື້ນໂດຍ ກົມເສດຖະກິດ ແລະ ການຄ້າສາກົນ ກະຊວງ ການຄ້າ ແຫ່ງ ສປຈີນ ຮ່ວມກັບ ສະມາຄົມ ຍານຍົນໄຟຟ້າ ສປ ຈີນ ໄດ້ມີບັນດາໂຮງງານຜະລິດລົດໄຟຟ້າ ຜູ້ປະກອບການ ຍານຍົນໄຟຟ້າ ຈາກ ບັນດາແຂວງຕ່າງໆ ຈາກ ສປ ຈີນ ແລະ ບັນດາປະເທດອາຊຽນ ທີ່ຖືກເຊື້ອເຊີນເຂົ້າຮ່ວມ
ຍານຍົນທີ່ໃຊ້ພະລັງງານໄຟຟ້າ ນັບມື້ໄດ້ຮັບຄວາມສົນໃຈ ແລະ ຂະຫຍາຍຕົວຫຼາຍຂື້ນ ເຊີ່ງມີບົດບາດສຳຄັນໃນການພັດທະນາ ອຸດສາຫະກຳ ສະອາດ ເປັນມິດຕໍ່ສີ່ງແວດລ້ອມ ລຸດຜ່ອນການປ່ອຍອາຍພິດຈາກການເຜົາໄໝ້ ທີ່ສົ່ງຜົນກະທົບຕໍ່ການປ່ຽນແປງດີນຟ້າອາກາດ ແລະ ຊັ້ນບັນຍາກາດຂອງ ບັນດາປະເທດໃນໂລກ
ສຳລັບ ສປປ ລາວ ຍີ່ງມີຄວາມສຳຄັນຫຼາຍ ລັດຖະບານໄດ້ມີນະໂຍບາຍ ໃນການສົ່ງເສີມອຸດສາຫະກຳຍານຍົນໄຟຟ້າເພາະ ສປປ ລາວ ມີທ່າແຮງໃນການສະໜອງພະລັງານໄຟຟ້າທີ່ສະອາດຈາກພະລັງານນຳ້,ພະລັງານລົມ,ພະລັງານ,ແສງຕາເວັນ ແລະ ພະລັງງານທົດແທນອື່ນໆ…ສີ່ງສຳຄັນທີ່ສຸດ ແມ່ນການຫັນມານຳໃຊ້ຍານຍົນ ແລະ ການຂົນສົ່ງດ້ວຍພະລັງານໄຟຟ້າທີ່ສະອາດ ແລະ ເພີ່ງຕົວເອງດ້ານພະລັງງານໃນອານາຄົດເປັນການຫຼຸດຜ່ອນການເພີ່ງພາການນຳເຂົ້ານ້ຳມັນເຊື້ອໄຟທີ່ມີລາຄາສູງ ແລະ ຕ້ອງຈ່າຍເປັນເງີນຕາຕ່າງປະເທດ.
ສຄອຊ ໄດ້ນຳສະເໜີທ່າແຮງ ແລະ ຊັກກະຍາພາບຂອງ ສປປ ລາວ ໃນການຮ່ວມມືກັບບັນດາຜູ້ປະກອບການຈາກ ສປ ຈີນ ແລະ ບັນດາປະເທດອາຊຽນ ເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງຖານຜະລິດຍານຍົນໄຟຟ້າຢູ່ ສປປລາວ ໃນອານາຄົດ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword