ກອງປະຊຸມພົບປະທຸລະກິດ ຣັດເຊຍ – ລາວ

ກອງປະຊຸມພົບປະທຸລະກິດ ຣັດເຊຍ – ລາວ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຮ່ວມກັບ ສະຖານເອກອັກຄະລັດຖະທູດ ເເຫ່ງສະຫະພັນ ຣັດເຊຍ ໄດ້ຈັດກອງປະຊຸມພົບປະທຸລະກິດ ຣັດເຊຍ – ລາວ, ໃນວັນທີ 30 ພະຈິກ 2023, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ທ່ານ ວັນທອງ ສິດທິກຸນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ກຽດເປັນປະທານຮ່ວມກັບ ທ່ານ Igor PAVLOV ຕາງຫນ້າໃຫ້ທາງຝ່າຍທຸລະກິດ ສະຫະພັນຣັດເຊຍ, ພ້ອມດ້ວຍທຸລະກິດ ທີ່ ເດີນທາງມາຈາກ ຣັດເຊຍ ຈຳນວນ 10 ທ່ານ ແລະ ນັກທຸລະກິດລາວເຂົ້າຮ່ວມ 20 ທ່ານລວມທັງຫມົດ 30 ທ່ານ.
ກອງປະຊຸມດັ່ງກ່າວເເມ່ນຈັດຂື້ນເນື່ອງໃນໂອກາດທີ່ລັດຖະບານ ລາວ ແລະ ຣັດເຊຍ ຈະໄດ້ຈັດກອງປະຊຸມຄະນະກຳມາທິການຮ່ວມມື ດ້ານເສດຖະກິດ-ການຄ້າ ແລະ ວິທະຍາສາດ-ເຕັກນິກ ລາວ-ຣັດເຊຍ ຄັ້ງທີ 17 ທີ່ ຈະຈັດຂື້ນຢູ່ໃນຕອນບ່າຍຂອງວັນທີ 30 ພະຈິກ 2023, ທີ່ ກະຊວງແແຜນການ ແລະ ການລົງທຶນ, ນະຄອນຫລວງວຽງຈັນ, ສປປ ລາວ
ຈຸດປະສົງໃນການເຮັດວຽກຮ່ວມກັນຂອງ 2 ຝ່າຍໃນຄັ້ງນີ້ແມ່ນ ເພື່ອແລກປ່ຽນສຶກສາບົດຮຽນຂໍ້ມູນຂ່າວສານ ແລະ ປຶກສາຫາລືວິທີທາງທີ່ຈະພັດທະນາການຮ່ວມມື ທາງດ້ານເສດຖະກິດ ແລະ ການຄ້າ, ຂະແໜງການຂົນສົ່ງທາງບົກ-ທາງອາກາດ, ພະລັງງານນ້ຳ, ໄຟຟ້າ, ການກໍ່ສ້າງ ແລະ ການເງີນ-ການທະນາຄານ ເພື່ອຊອກຫາເເນວທາງໃນການລະດົມນັກທຸລະກິດເຂົ້າມາລົງທຶນໃນ ສປປ ລາວ ແລະ ການເຮັດທຸລະກິດຮ່ວມກັນລະຫວ່າງສອງປະເທດ.
ທັງສອງຝ່າຍເຫັນດີໃນການ ສະໜັບສະໜູນຊຸກຍູ້ການຮ່ວມມືດ້ານການສົ່ງສິນຄ້າກະສິກຳ, ຂົນສົ່ງພາກພື້ນດິນ-ອາກາດ, ລົດໄຟ ແລະ ການຮ່ວມມືກັນໃຫ້ຕົວເລກດ້ານການຄ້າ ລາວ-ຣັດເຊຍ ໃຫ້ມີບາດກ້າວເພີ່ມຂື້ນ, ໃຫ້ມີການຮ່ວມມືໃນຫລາຍຂະແໜງການອີກດ້ວຍ. ພ້ອມດຽວກັນນີ້ ຝ່າຍ ຣັດເຊຍ ຈະໄດ້ເປັນເຈົ່້າພາບຈັດກອງປະຊຸມການປ່ຽນສະພາບດິນຟ້າອາກາດໃນ ເດືອນ ພຶດສະພາ 2024 ທີ່ ຣັດເຊຍ ເເລະ ຈະໄດ້ເເຈ້ງການເຊີນຝ່າຍລາວເພື່ອເຂົ້າຮ່ວມງານດັ່ງກ່າວ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword