ກອງປະຊຸມ ປຶກສາຫາລື ຮ່ວມກັບພາກທຸລະກິດ ກ່ຽວກັບ “ແຜນຈັດຕັ້ງປະຕິບັດ ນິຕິກຳກ່ຽວກັບປ່າສະຫງວນ ແລະ ການສະໜອງ ທຶນແບບຍືນຍົງໃຫ້ແກ່ລະບົບປ່າສະຫງວນແຫ່ງຊາດ ຢູ່ ສປປ ລາວ”

ກອງປະຊຸມ ປຶກສາຫາລື ຮ່ວມກັບພາກທຸລະກິດ ກ່ຽວກັບ “ແຜນຈັດຕັ້ງປະຕິບັດ ນິຕິກຳກ່ຽວກັບປ່າສະຫງວນ ແລະ ການສະໜອງ ທຶນແບບຍືນຍົງໃຫ້ແກ່ລະບົບປ່າສະຫງວນແຫ່ງຊາດ ຢູ່ ສປປ ລາວ”

ໃນວັນທີ 02 ກຸມພາ 2024 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້

ໄດ້ຈັດກອງປະຊຸມ ປຶກສາຫາລື ຮ່ວມກັບພາກທຸລະກິດ ກ່ຽວກັບ “ແຜນຈັດຕັ້ງປະຕິບັດ ນິຕິກຳກ່ຽວກັບປ່າສະຫງວນ ແລະ ການສະໜອງ ທຶນແບບຍືນຍົງໃຫ້ແກ່ລະບົບປ່າສະຫງວນແຫ່ງຊາດ ຢູ່ ສປປ ລາວ” ພາຍໃຕ້ການສະໜັບສະໜູນ ຂອງ ອົງການ ອະນຸລັກສັດປ່າ ປະຈຳ ສປປ ລາວ (Wildlife Conservation Society Lao PDR Program | WCS)ໃຫ້ກຽດຮ່ວມເປັນປະທານໂດຍ ທ່ານ ອິນທີ ເດືອນສະຫວັນ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ປະລິຍາເອກ ສົມຫວັງ ພິມມະວົງ, ຮອງຫົວໜ້າ ກົມປ່າໄມ້, ພ້ອມດ້ວຍຜູເຂົ້າຮ່ວມ ຊ່ຽວຊານອົງການ WCS, ຕາງໜ້າຈາກ ກຸ່ມ, ສະມາຄົມທຸລະກິດ, ສະພາການຄ້າ ຕ່າງປະເທດ ປະຈຳລາວ, ອົງການຈັດຕັ້ງສາກົນ ແລະ ບໍລິສັດສະມາຊິກ ສຄອຊ ລວມທັງໝົດ 45 ທ່ານ
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອນຳສະເໜີພາບລວມ ຂອງການລິເລີ່ມສ້າງແຜນ ຈັດຕັ້ງປະຕິບັດ ນິຕິກຳກ່ຽວກັບປ່າສະຫງວນ ແລະ ການສະໜອງທຶນແບບຍືນຍົງ ໃຫ້ແກ່ລະບົບປ່າສະຫງວນແຫ່ງຊາດ ຢູ່ ສປປ ລາວ, ກຳນົດຂອບເຂດຜົນໄດ້ຮັບຂອງແຜນງານ, ແລກປ່ຽນຄຳຄິດເຫັນ ແລະ ເກັບກຳຂໍ້ມູນຈາກຜູ້ເຂົ້້າຮ່ວມ ປະກອບເຂົ້າຮ່າງແຜນຈັດຕັ້ງປະຕິບັດດັ່ງກ່າວ ເພື່ອໄປເຖິງການຮັບຮອງສະບັບສຸດທ້າຍ ໃນເດືອນ ມີນາ 2024 ນີ້.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword