ກອງປະຊຸມວິຊາການຄັ້ງທີ 1 ກ່ຽວກັບ ລະບຽບການ ວ່າດ້ວຍ ສິນຄ້າ ທີ່ປາສະຈາກການທຳລາຍປ່າໄມ້ ຂອງສະຫະພາບເອີຣົບ (EUDR) ໃນ ສປປ ລາວ ຂະແໜງການທຸລະກິດກາເຟ ຂອງສປປ ລາວ

ໄດ້ປຶກສາຫາ ກ່ຽວກັບ ທິດທາງໃນຕໍ່ໜ້າ ເພື່ອເພີ່ມ ການສົ່ງອອກກາເຟໄປຍັງຕະຫຼາດ EU, ໄດ້ຈັດຂື້ນ ວັນທີ 18 ກໍລະກົດ 2024 ທີ່ພັດຕະຄານດາວຮຸ່ງ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ
ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃຫ້ກຽດເປັນປະທານຮ່ວມກັບ ທ່ານ ອິນປອນ ແສນຄຳຕີ, ຫົວໜ້າປະສານງານ, ສະຫະພາບເອີຣົບ ປະຈໍາຢູ່ ສປປ ລາວ ມີບັນດາຜູ້ຕາງໜ້າຈາກ ສະມາຄົມກາເຟລາວ, ຈຳປາສັກ ພ້ອມດ້ວຍບັນດາ ກົມທີ່ກ່ຽວຂ້ອງ, ພະແນກອຸດສາຫະກຳ ການຄ້າແຂວງ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສະມາຄົມກຸ່ມທຸລະກິດ ຂະແໜງທຸລະກິດກາເຟ ສະພາການຄ້າ ແຂວງ, ໂຄງການ ProFEB, GIZ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມໃນກອງປະຊຸມ ໂດຍການສະໜັບສະໜູນຈັດຕັ້ງປະຕິບັດກອງປະຊຸມຂອງ ສະຫະພາບເອີຣົບປະຈຳຢູ່ ສປປ ລາວ ກ່ຽວກັບ ການເຜີຍແຜ່ ລະບຽບການ ວ່າດ້ວຍ ສິນຄ້າທີ່ປາສະຈາກການທຳລາຍປ່າໄມ້ ຂອງສະຫະພາບເອີຣົບ (EUDR).
ຈຸດປະສົງຂອງກອງປະຊຸມນີ້ ແມ່ນໄດ້ສ້າງຈິດສຳນຶກ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບ EUDR ແລະ ຂໍ້ກຳນົດ ທາງດ້ານວິຊາການ ໃຫ້ແກ່ ບັນດາບໍລິສັດ ທີ່ຜະລິດ, ປຸງແຕ່ງ ແລະ ສົ່ງອອກກາເຟ, ກຸ່ມສະຫະກອນຜະລິດກາເຟ ແລະ ທຸລະກິດທີ່ຄອບຄົວຜະລິດກາເຟ ລວມທັງ NGOs ແລະ ອົງການຈັດຕັ້ງທາງສັງຄົມ. ກອງປະຊຸມນີ້ມີຈຸດປະສົງ ເພື່ອແລກປ່ຽນ ເນື້ອໃນ ຜົນສະທ້ອນຂອງ EUDR.
ໃນຄວາມພະຍາມ ໃນການເຮັດວຽກຮ່ວມກັນ ເພື່ອແກ້ໄຂ ສິ່ງທ້າທາຍຂອງໂລກ ກ່ຽວກັບ ການທຳລາຍປ່າໄມ້, ກອງປະຊຸມນີ້ ມີເປົ້າໝາຍເພື່ອ ເຜີຍແຜ່ ບັນດາອົງປະກອບທີ່ສຳຄັນຂອງ EUDR ແລະ ມາດຕະການສະໜັບສະໜູນ ຂອງ EU ໃນການຈັດຕັ້ງປະຕິບັດ EUDR ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງຂະແໜງການທຸລະກິດກາເຟ ໃນ ສປປ ລາວ. ກາເຟຂອງສປປ ລາວ ເປັນໜຶ່ງໃນສາມສິນຄ້າກະສິກຳ ທີ່ສົ່ງອອກ ຫຼາຍທີ່ສຸດ ເຊິ່ງໄດ້ສ້າງລາຍຮັບເປັນເງິນ ຫຼາຍກ່ວາ 100 ລ້ານໂດລາສະຫະລັດ ໃນປີ 2022. ການຜະລິດກາເຟ ຕົ້ນຕໍ ແມ່ນອີງໃສ່ ຫຼາຍກ່ວາ 20,000 ຜູ້ຜະລິດກາເຟ, ເຊິ່ງຜູ້ຜະລິດກາເຟເຫຼົ່ານີ້ ສ່ວນໃຫ່ຍ ເປັນຜູ້ຜະລິດ ທຸລະກິດຄອບຄົວ ແລະ ໄດ້ສ້າງວຽກເຮັດງານທຳ ຫຼາຍ ກ່ວາ 300,000 ຄົນ ອີງໃສ່ ສະມາຄົມກາເຟ ຂອງ ສປປ ລາວ. ກອງປະຊຸມນີ້ ໄດ້ເປີດເວທີ ໃນການປຶກສາຫາລື ລະຫ່ວາງ ບັນດາ ພາກສ່ວນທີ່ກ່ຽວຂ້ອງໃນທຸລະກິດກາເຟ ເພື່ອກຳນົດ ສິ່ງທ້າທາຍ ແລະ ບັນດາໂອກາດ ຂອງ EUDR ທີ່ມີຕໍ່ ຂະແໜງການທຸລະກິດກາເຟ ຂອງ ສປປ ລາວ ແລະ ເພື່ອ ກຳນົດທິດທາງໃນຕໍ່ໜ້າ ທີ່ເຮັດໃຫ້ ທຸລະກິດກາເຟ ທີ່ປາສະຈາກການທຳລາຍປ່າໄມ້ ຫຼື ການເຊື່ອມໂຊມຂອງປ່າໄມ້ ຢູ່ໃນ ສປປລາວ ເພື່ອສາມາດສົ່ງອອກໄປຍັງຕະຫຼາດ EU.
ເພື່ອເຮັດໃຫ້ ຂະແໜງການທຸລະກິດກາເຟຂອງ ສປປ ລາວ ສາມາດເພີ່ມ ການແຂ່ງຂັນໃນການສົ່ງອອກກາເຟ ໄປຍັງ ຕະຫຼາດ EU, EU ໄດ້ສະໜັບສະໜູນ ທຶນເປັນຈຳນວນເງິນ 9 ລ້ານ euro ໃຫ້ ສປປ ລາວ ໂດຍຜ່ານແຜນງານ ການຮ່ວມມືເອີຣົບທີມ ກັບ ສປປ ລາວ ເພື່ອເພີ່ມທະວີ ການຄ້າ, ການລົງທຶນ ແລະ ການເຊື່ອມໂຍງ ກັບຂະ ແໜງການກະສິກຳ ແລະ ປ່າໄມ້ ໃຫ້ມີຄວາມຍືນຍົງ ແລະ ມີສ່ວນຮ່ວມ (TICAF). ແຜນງານນີ້ ມີຈຸດປະສົງເພື່ອ ເພີ່ມທະວີການ ພັດທະນາຄຸນນະພາບ ຂອງຂະແໜງການ ກາເຟ ແລະ ຊາ ໂດຍຜ່ານ ກິດຈະກຳກັບຊຸມຊົນ ທາງດ້ານນິເວດກະສິກຳ, ການປັບຕົວຕໍ່ດິນຟ້າອາກາດ ແລະ ແບບວິທີການມີສ່ວນຮ່ວມ ທາງບົດບາດຍິງຊາຍ ລວມທັງ ການເຄົາລົບສິດຂອງຊຸມຊົນ.
ພາຍໃນກອງປະຊຸມ, ທ່ານ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ກ່າວເນັ້ນວ່າ: “ກອງປະຊຸມນີ້ ໄດ້ໃຫ້ທິດທາງທີ່ຈະແຈ້ງ ໃຫ້ແກ່ ຜູ້ດຳເນີນທຸລະກິດ ກາເຟໃນສປປ ລາວ, ໂດຍສະເພາະແມ່ນ ທຸລະກິດຄອບຄົວ ເຊິ່ງໄດ້ເຂົ້າໃຈ ໃນການສະໜອງຂໍ້ມູນ ກ່ຽວກັບ ພື້ນທີ ທີ່ຕັ້ງຂອງສິນຄ້າ ແລະ ສິນຄ້າທີ່ຖືກຕ້ອງຕາມກົດໝາຍ ໃຫ້ຄູ່ຮ່ວມທຸລະກິດ ຫຼື ຜູ້ຊື້ຂອງເຂົາເຈົ້າ ເພື່ອຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບພັນທະຂອງ EUDR ເຊິ່ງຈະເປັນການເພີ່ມການຂາຍສິນຄ້າ ແລະ ການສ້າງລາຍຮັບ ໃຫ້ແກ່ເຂົາເຈົ້າ ເພື່ອປັບປຸງຊິວິດການເປັນຢູ່.

Related Posts

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 17 ກັນຍາ 2024 ທີ່…Read more
ບໍລິສັດ TCR Air System Co., Ltd ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນ 120,000,000 ກີບ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ ສຳນັກງານນາຍົກລັດຖະມົນຕີ…Read more
ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ເເລະ ອຸດສາຫະກຳ ເເຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດອາຊຽນ-ອົດສະຕາລີ 2024 (ASEAN-Australia Business Forum 2024)

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ເເລະ ອຸດສາຫະກຳ ເເຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດອາຊຽນ-ອົດສະຕາລີ 2024 (ASEAN-Australia Business Forum 2024)

ຄະນະຜູ້ເເທນຈາກ ສປປ ລາວ ນໍາພາໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ພ້ອມດ້ວຍຜູ້ຕ່າງໜ້າຈາກ ກົມສົ່ງເສີມການລົງທຶນ,…Read more
ກອງປະຊຸມປຶກສາຫາລືຂະແໜງການບໍລິການທົ່ວໄປ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ

ກອງປະຊຸມປຶກສາຫາລືຂະແໜງການບໍລິການທົ່ວໄປ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ

ກອງປະຊຸມປຶກສາຫາລືຂະແໜງການບໍລິການທົ່ວໄປ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ, ໃນວັນທີ 03 ກັນຍາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ,…Read more

Enter your keyword