ເປີດເວທີຂໍ້ມູນຂ່າວສານຄວາມໜ້າເຊື່ອຖືວິສາຫະກິດລາວ

ເປີດເວທີຂໍ້ມູນຂ່າວສານຄວາມໜ້າເຊື່ອຖືວິສາຫະກິດລາວ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສູນກາງຂໍ້ມູນຂ່າວສານ ຈີນ- ອາຊຽນ ແລະ ບໍລິສັດ ອະໂຫລເຕັກໂນໂລຊີ ໄດ້ຈັດພິທີເປີດເວທີ (Platfolm) ຂໍ້ມູນຂ່າວສານຄວາມໜ້າເຊື່ອຖືວິສາຫະກິດລາວຂຶ້ນ ໃນວັນທີ 7 ສິງຫາ 2024, ທີ່ ນະຄອນຫຼວງວຽງຈັນ

ໂດຍການເປັນປະທານ ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດສປ ຈີນ ປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍລາວ-ຈີນເຂົ້າຮ່ວມ.

ທ່ານ ດາວວອນ ພະຈັນທະວົງ ຮອງປະທານ, ຜູ້ປະຈໍາການ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ກ່າວວ່າ: ຂໍ້ມູນຂ່າວສານຄວາມໜ້າເຊື່ອຖືວິສາຫະກິດລາວ ເຊິ່ງມີຫ້ອງການປະຕິບັດວຽກງານທີ່ ສຄອຊ, ເພື່ອຊ່ວຍຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດດິຈິຕອນລະຫວ່າງ ລາວ ແລະ ຈີນ ໃຫ້ນັບມື້ນັບຂະຫຍາຍຕົວ, ໂດຍສະເພາະຈະຊ່ວຍສະໜັບສະໜູນດືງດູດນັກລົງທຶນທີ່ມີທ່າແຮງຈາກຕ່າງປະເທດ ໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ, ຊັດເຈນ, ເພື່ອຕັດສິນໃຈ ເຂົ້າມາດຳເນິນທຸລະກິດ ແລະ ຮ່ວມມືກັບທຸລະກິດລາວໃຫ້ນັບມື້ນັບຫຼາຍຂື້ນ ແລະ ໃນນາມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈະເປັນຜູ້ຊ່ວຍອຳນວຍຄວາມສະດວກ ແລະ ໃຫ້ການສະໜັບສະໜູນຢ່າງເຕັມທີ່.

ທ່ານ ຈ້າວ ຈື້ກ່າງ ຮອງເລຂາທິການອົງການປົກຄອງເຂດປົກຄອງພິເສດເຜົ່າຈ້ວງ ກວາງຊີ ສປ ຈີນ, ຫົວໜ້າກົມພັດທະນາ Big Data ກ່າວວ່າ:ການສ້າງກົນໄກເຊື່ອມໂຍງພາກລັດຖະບານ, ພາກທຸລະກິດໃຫ້ລະບົບຄຸ້ມຄອງຂໍ້ມູນຂ່າວສານຄວາມໜ້າເຊື່ອຖືວິສາຫະກິດໃນເວທີຂໍ້ມູນຂ່າວສານດັ່ງກ່າວຈະເປັນພື້ນຖານໃນການນໍາໃຊ້ຂໍ້ມູນຂ່າວສານ ເພື່ອເຊື່ອມໂຍງການຄຸ້ມຄອງເຊັ່ນ: ການຂຶ້ນທະບຽນວິສາຫະກິດ, ການແຈ້ງພາສີອາກອນ, ການຊົມໃຊ້ພະລັງງານ, ການປະກັນສັງຄົມ, ການການທຸລະກໍາຄວາມໜ້າເຊື່ອຖື ແລະ ຂໍ້ມູນຂ່າວສານພາກທຸລະກິດລາວ ໃຫ້ເປັນແບບລວມສູນ ເພື່ອສ້າງເປັນເຄື່ອງມືນໍາໃຊ້ການວິເຄາະ, ການຄຸ້ມຄອງຖານຂໍ້ມູນຢ່າງຄົບຖ້ວນ ຊ່ວຍໃຫ້ວິສາຫະກິດລາວຄົ້ນຫາຂໍ້ມູນ ແລະ ຄົ້ນຫາຄູ່ຮ່ວມມືໄດ້ຢ່າງຖືກຕ້ອງ ສໍາຫຼວດ ແລະ ກໍານົດຄວາມສ່ຽງດ້ານທຸລະກໍາ ການສະໜັກ ແລະ ການຮັບການສະໜັບສະໜູນດ້ານການເງິນ ແລະ ຄ່ອຍໆບັນລຸການເຊື່ອມໂຍງ ແລະ ການຮັບຮູ້ເຊິ່ງກັນແລະກັນກັບສປ ຈີນ ແລະ ລະບົບຂໍ້ມູນຂ່າວສານຄວາມໜ້າເຊື່ອຖື ທີ່ຊ່ວຍໃຫ້ວິສາຫະກິດລາວມີສ່ວນຮ່ວມມືແລກປ່ຽນດ້ານເສດຖະກິດ ແລະ ການເງິນສາກົນໄດ້ດີຂຶ້ນ ແລະ ກ້າວສູ່ວົງຈອນການຮ່ວມມືກັບການຄ້າສາກົນ.

ພາຍໃນກອງປະຊຸມໄດ້ມີການລົງນາມເພີ່ມທະວີການຮ່ວມມືດ້ານດິຈິຕອນ 3 ສະບັບ: ຄື: ການລົງນາມຮ່ວມເພີ່ມທະວີການຮ່ວມມືດ້ານດິຈິຕອນລະຫວ່າງກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກົມພັດທະນາ Big data ແຂວງກວາງຊີ ສປ ຈີນ, ການລົງນາມຮ່ວມມືແພລັດຟອມບໍລິຫານລັດດິຈິຕອນໃນສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງອື່ນໆໃນ ສປປ ລາວ ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ບໍລິສັດ China-Asean Information Harbor ແລະ ບໍລິສັດ ALO ເຕັກໂນໂລຊີ ແລະ ລົງນາມສັນຍາຮ່ວມມືແພລັດຟອມຂໍ້ມູນຂ່າວສານຄວາມໜ້າຊື່ຖືວິສາຫະກິດລາວ ລະຫວ່າງ ບໍລິສັດ China-asean Information Harbor, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດ ALOເຕັກໂນໂລຊີ. ສວ່ນເນື້ອໃນຂອງການຮ່ວມມືແມ່ນເນັ້ນໃສ່ການພັດທະນາວຽກງານບໍລິຫານລັດທັນສະໄໝ ແລະ ວຽກງານເສດຖະກິດດິຈິຕອນ, ຍົກລະດັບລະບົບສື່ສານພາກລັດ G-chat ແລະ ການພັດທະນາລະບົບຫ້ອງການທັນສະໄໝ.

ໃນໂອກາດນີ້, ທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວວ່າ: ປະຈຸບັນ ສປປ ລາວ ໄດ້ເລີ່ມເອົາເຕັກໂນໂລຊີດິຈິຕອນຕ່າງໆເຂົ້າມານໍາໃຊ້ໃນບັນດາຂົງເຂດວຽກງານຕ່າງໆ, ແຕ່ຍັງບໍ່ທັນສາມາດຕອບສະໜອງກັບຄວາມຕ້ອງການສູນກາງ ແລະ ທ້ອງຖິ່ນ. ການຮ່ວມມືຄັ້ງນີ້ຈະເປັນບາດກ້າວສໍາຄັນໃນການນໍາເອົາເຕັກໂລໂລຊີດິຈິຕອນ, ບົດຮຽນ ແລະ ປະສົບການຂອງຈີນ ມາຊ່ວຍຍົກລະດັບຄວາມສາມາດຂອງບຸກຄະລາກອນ, ອໍານວຍຄວາມສະດວກໃນການຄຸ້ມຄອງ ແລະ ຈັດການວຽກງານຂອງພາກລັດໃຫ້ທັນສະໄໝ ເພື່ອໃຫ້ຕອບສະໜອງໄດ້ຕາມແນວທາງນະໂຍບານຂອງພັກ, ວິໄສທັດຍຸທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນຂອງສປປ ລາວ ໃນການສ້າງລັດຖະບານດິຈິຕອນ, ສ້າງເສດຖະກິດດິຈິຕອນ ແລະ ສ້າງສັງຄົມດິຈິຕອນ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword