ບໍລິສັດ ຄູນຊັບ ຂາເຂົ້າ-ຂາອອກ ຈຳກັດ ສະໜັບສະໜູນ ກອງປະຊຸມ ASEAN BIS 2024

ບໍລິສັດ ຄູນຊັບ ຂາເຂົ້າ-ຂາອອກ ຈຳກັດ ສະໜັບສະໜູນ ກອງປະຊຸມ ASEAN BIS 2024

ໃນວັນທີ 8 ກໍລະກົດ 2024 ທີ່ ຫ້ອງການສະພາການຄ້າ ແລ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ມີພິທີເຊັນສັນຍາການສະໜັບສະໜູນການເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024)

ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບໍລິສັດ ຄູນຊັບ ຂາເຂົ້າ-ຂາອອກ ຈຳກັດ ໃຫ້ກຽດລົງນນາມເຊັນສັນຍາດັ່ງກ່າວໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ຊານໄຊ ກິດລັກສາ, ປະທານ ບໍລິສັດ ຄູນຊັບ ຂາເຂົ້າ-ຂາອອກ ຈຳກັດ. ເຊິ່ງເປັນຈຳນວນເງິນທັງຫມົດ 222,220,000 ກີບ (ສອງຮ້ອຍຊາວສອງລ້ານຊາວພັນກີບຖ້ວນ)

ການສະໜັບສະໜູນໃນຄັ້ງນີ້ແມ່ນເພື່ອເປັນການຜັກດັນຊຸກຍູ້ດ້ານການຈັດຕັ້ງປະຕິບັດແຜນງານຕະຫລອດໄລຍະການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ຂອງ ສປປ ລາວ ກໍຄື ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທີ່ຕາງຫນ້າໃຫ້ກັບອົງກອນພາກທຸລະກິດໃນການເປັນປະທານຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ພ້ອມທັງເປັນການສ້າງສາຍສຳພັນອັນດີ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບໍລິສັດ ຄູນຊັບ ຂາເຂົ້າ-ຂາອອກ ຈຳກັດ ໃນການສົ່ງເສີມ ແລະ ເສີມຂະຫຍາຍດ້ານການຮ່ວມມື, ມີສ່ວນຮ່ວມເຊິ່ງກັນ ແລະ ກັນໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເສີມສ້າງຄວາມເຂັ້ມເເຂງໃຫ້ແກ່ບັນດາທຸລະກິດລາວໃນການດຳເນີນທຸລະກິດທັງພາຍໃນ ແລະ ຮ່ວມມືກັບບັນດາປະເທດຕ່າງໆໃນລະດັບພາກພື້ນອີກດ້ວຍ. ເຊິ່ງກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and  Investment Summit 2024) ແມ່ນຈະໄດ້ຈັດຂື້ນໃນລະຫວ່າງວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.


ທ່ານໃດມີຄວາມສົນໃຈຢາກສະໜັບສະໜູນ ໂທ ຫຼື ແວັດແອັບ: 020 5555 3929, 020 5256 2729

 

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword