ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຊາວໜຸ່ມ ສຄອຊ

ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຊາວໜຸ່ມ ສຄອຊ

ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຊາວໜຸ່ມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຄັ້ງວັນທີ 20 ສິງຫາ 2024, ທີ່ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ໂດຍການເປັນປະທານຮ່ວມຂອງ ສະຫາຍ ບຸນເລີດ ຫຼວງປະເສີດ ຮອງ ເລຂາໜ່ວຍພັກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະຫາຍ ມານິດໂຕ ພົມໂພທິ, ເລຂາຊາວໜຸ່ມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ລວມທັງ ຄະນະໜ່ວຍພັກ ສຄອຊ, ຕາງໜ້າຄະນະບໍລິຫານງານກະຊວງອຸດສາຫະກຳ ແລະການຄ້າ, ຄະນະ 3 ອົງການຈັດຕັ້ງມະຫາຊົນ ສຄອຊ ແລະ ຕາງໜ້າໜ່ວຍສະຫາພັນກໍາມະບານ, ຕາງໜ້າໜ່ວຍສະຫາພັນແມ່ຍິງ, ບັນດາສະມາຊິກຊາວໜຸ່ມ ພາຍໃນໜ່ວຍກົມການຄ້າພາຍໃນ ແລະ ແຂກທີ່ຖືກເຊີນ ລວມ ທັງໝົດ 47 ສະຫາຍ ໃຫ້ກຽດເຂົ້າຮ່ວມພາຍໃນງານ
ໃນກອງປະຊຸມໄດ້ມີລາຍງານການເມືອງ ສະຫຼຸບຕີລາຄາການຊີ້ນຳໆພາ ແລະ ການເຄື່ອນໄຫວຂອງໜ່ວຍຊາວໜຸ່ມ ຕະຫຼອດໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຂອງເລຂາຊາວໜຸ່ມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍຊາວໜຸ່ມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວຜ່ານການປ່ອນບັດເລືອກຕັ້ງໄດ້ຕົກລົງເຫັນດີເປັນເອກະພາບຄືດັ່ງນີ້:
ຫົວໜ້າຫນ່ວຍ ແລະ ຄະນະ ຈຳນວນ 05 ສະຫາຍ, ຍິງ:02 ສະຫາຍ ເຊິງມີລາຍລະອຽດດັ່ງລຸ່ມນີ້:
ສະຫາຍ ມານິດໂຕ ພົມໂພທິ ເປັນເລຂາ
ສະຫາຍ ນາງ ຄອນສະຫວັນ ຈັນທະວົງ ເປັນຮອງເລຂາ
ສະຫາຍ ສຸພັນທອງ ພົນໄຊຍາ ເປັນຫົວໜ້າກຳມະການກວດກາ
ສະຫາຍ ນາງ ຄຳບາງ ອິນຄຳ ເປັນກຳມະການກວດກາ
ສະຫາຍ ລັດຕິກອນ ແສງເດືອນເພັດ ເປັນກຳມະການກວດກາ
ກອງປະຊຸມໄດ້ປິດລົງໃນເວລາ 17:00ໂມງ.

Related Posts

ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ນະຄອນຫຼວງວຽງຈັນ, 03 ເມສາ 2025. ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16 ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອທົບທວນຄືນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນປີຜ່ານມາ ທີ່ແນໃສ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດຢູ່ ສປປ ລາວ.…Read more

Enter your keyword