ຜູ້ຕາງໜ້າສູນເສດຖະກິດການຄ້າອາຊຽນ-ຈີນ ແລະ ສູນບໍລິການ SME, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ລົງນາມໃນສັນຍາຮ່ວມມືຍຸດທະສາດ

ຜູ້ຕາງໜ້າສູນເສດຖະກິດການຄ້າອາຊຽນ-ຈີນ ແລະ ສູນບໍລິການ SME, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ລົງນາມໃນສັນຍາຮ່ວມມືຍຸດທະສາດ

ທ່ານ ຈາງ ເວີຍເວີຍ ຜູ້ຕ່າງໜ້າສູນເສດຖະກິດການຄ້າອາຊຽນ-ຈີນ ແລະ ທ່ານ ພຸດທະສອນ ພົມວິໄສ ຫົວໜ້າສູນບໍລິການ SME, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ລົງນາມໃນສັນຍາຮ່ວມມືຍຸດທະສາດ

ໃນວັນ​ທີ 29 ສິງຫາ 2024, ໄດ້​ມີພິທີລົງ​ນາມ​ໃນ ສັນຍາ​ຮ່ວມ​ມື​ຍຸດ​ທະ​ສາດ ລະຫວ່າງ ສູນ​ເສດຖະກິດ​ການ​ຄ້າ​ອາ​ຊຽນ-ຈີນ (CABC) ​ແລະ ສູນບໍລິການ SME (SSC), ສະພາ​ການ​ຄ້າ​ແລະ​ອຸດສາຫະກຳ​ແຫ່ງ​ຊາດ​ລາວ​ ພາຍໃຕ້ການເປັນປະທານໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ລຽງ ອີກວາງ,ຮອງເລຂາທິການໃຫຍ່ຄະນະເລຂາທິການ ງານວາງສະແດງສິນຄ້າຈີນ-ອາຊຽນ, ແລະ ທ່ານ ສຽງ ຊີລິນ, ຮອງຜູ້ຈັດການໃຫຍ່ກຸ່ມ ບໍລິສັດວາງສະແດງສາກົນກວາງຊີ ໄດ້ເຂົ້າຮ່ວມພິທີລົງນາມ ແລະ ກ່າວຄຳປາໄສ, ໂດຍມີ ທ່ານ ວົງ​ປາ​ໂນ ​ສີ​ປະເສີດ, ກົງ​ສຸນ​ໃຫຍ່​ ແຫ່ງ ສປປ ລາວ ປະຈຳນະຄອນນານໜິງ ແຂວງ ກວາງຊີ, ທ່ານ ຫຸມ​ເພັງ ເທືອມ​ບຸນ​ມີ, ຮອງຫົວໜ້າກົມ, ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ພ້ອມ​ທັງ​ຄະນະຈາກ ສປປ ລາວ ແລະ ກອງ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ອາ​ຊຽນ, ການ​ລົງທຶນ ດ້ານ​ເສດຖະກິດ​ການ​ຄ້າ​ສາກົນ​ກວາງຊີ​ປະມານ 60ຄົນ​ລວມທັງ​ບຸກຄົນ​ທີ່ ກ່ຽວຂ້ອງ​ຂອງ​ບໍລິສັດ ​ແລະ ​ຜູ້ຕ່າງໜ້າ​ສະມາຄົມ​ ແລະ​ ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ ຂອງ​ຈີນ​ ແລະ ​ລາວ​ເຂົ້າ​ຮ່ວມເປັນພະຍານໃນພິທີດັ່ງກ່າວ:

ການ​ເຊັນ​ສັນຍາ​ຮ່ວມ​ມື​ຍຸດ​ທະ​ສາດ​ຄັ້ງ​ນີ້​ເປັນ​ບາດກ້າວ​ທີ່​ສຳຄັນ​ໃນ​ການຍົກ​ລະດັບ ​ແລະ ​ພັດທະນາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ, ​ແລະ​ ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ ຕໍ່​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ-ລາວ. ສອງ​ຝ່າຍຝ່າຖືກລົງນາມ​ຄັ້ງ​ນີ້​ເປັນ​ໂອກາດ​ໃນ​ການ​ນຳ​ໃຊ້​ເວທີ​ເປີດ​ສູນ​ເສດຖະກິດ​ການ​ຄ້າ ​ເພື່ອ​ເປີດ​ໂອກາດ ໃຫ້​ບັນດາ​ບໍລິສັດ​ລາວ​ເຂົ້າ​ສູ່​ຕະຫຼາດ​ຈີນ​ຕື່ມ​ອີກ, ພ້ອມທັງ​ຍັງເປັນ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້ ບໍລິສັດຈີນເຂົ້າຮ່ວມຕະຫຼາດ​ລາວ​ ແລະ​ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ. ການ​ຂະຫຍາຍ​ຕົວຂອງຕະຫຼາດ, ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ​ແບ່ງປັນ​ຊັບພະຍາກອນ, ສົມທົບ​ກັນ​ຊຸກຍູ້​ການ​ພັດທະນາແບບ​ຍືນ​ຍົງ​ຂອງ​ເສດຖະກິດ​ຂອງ​ສອງ​ປະ​ເທດ, ສ້າງ​ກາລະ​ໂອກາດ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ໃຫ້ ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ, ພ້ອມ​ທັງ​ມີ​ຄວາມ​ມານະ​ພະຍາຍາມ​ຢ່າງ​ຕັ້ງໜ້າ ​ແລະ ​ແທ້ຈິງ​ເພື່ອ​ຊຸກຍູ້​ການ​ກໍ່ສ້າງ​ປະຊາ​ຄົມ​ຮ່ວມ​ມື. ອະນາຄົດ​ລະຫວ່າງ​ຈີນ​ກັບ​ລາວ ​ແລະ ​ເພີ່ມ ທະວີ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ-ອາ​ຊຽນ.

ພາຍຫຼັງ​ພິທີ​ລົງ​ນາມ​ແລ້ວ, ຍັງໄດ້ມີກອງ​ປະຊຸມ​ເສດຖະກິດ​ການ​ຄ້າ​ຈີນ-ລາວ​ຍັງ​ໄດ້​ຈັດ​ຂຶ້ນ. ໂດຍມີ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ນຳສະເໜີກ່ຽວກັບທ່າແຮງ ການລົງທຶນຂອງລາວ, ຂັ້ນຕອນການລົງທຶນ ແລະ ນະໂຍບາຍແຮງຈູງໃຈຂອງບັນດາຜູ້ຕ່າງໜ້າບໍລິສັດຈີນ ກ່ຽວກັບວິທີທາງ ແລະ ຂໍ້ຫຍຸ້ງຍາກໃນການລົງທຶນຢູ່ລາວ. ກອງ​ປະຊຸມຄັ້ງ​ນີ້​ ຈະ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຈີນ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ພື້ນຖານ, ການ​ສະໜັບສະໜູນ​ດ້ານ​ນະ​ໂຍບາຍ, ໂອກາດທາງ​ການ​ຕະຫຼາດ, ຄ່າ​ບໍລິການ​ດ້ານ​ງົບປະມານ​ ແລະ ​ພາສີ-ອາກອນ ​ແລະ ​ອື່ນໆ. ​ເພື່ອ​ສົ່ງເສີມການ​ລົງທຶນ ​ແລະ ​ການ​ພັດທະນາ​ເສດຖະກິດໃນ ສປປ ​ລາວ, ວາງ​ຮາກຖານ​ທີ່​ໝັ້ນຄົງສຳລັບການຂະຫຍາຍ​ຕົວຂອງຕະຫຼາດ​ລາວ​ໃຫ້​ມີ​ການບໍລິການທີ່ມີປະສິດທິ​ພາບ ໃຫ້ບັນດາບໍລິສັດໃນໃນ ສປປ ລາວ ມີຄວາມສາມາດ “ກ້າວໄປສູ່ທົ່ວໂລກ”.

Related Posts

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 17 ກັນຍາ 2024 ທີ່…Read more
ບໍລິສັດ TCR Air System Co., Ltd ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນ 120,000,000 ກີບ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ ສຳນັກງານນາຍົກລັດຖະມົນຕີ…Read more
ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ເເລະ ອຸດສາຫະກຳ ເເຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດອາຊຽນ-ອົດສະຕາລີ 2024 (ASEAN-Australia Business Forum 2024)

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ເເລະ ອຸດສາຫະກຳ ເເຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດອາຊຽນ-ອົດສະຕາລີ 2024 (ASEAN-Australia Business Forum 2024)

ຄະນະຜູ້ເເທນຈາກ ສປປ ລາວ ນໍາພາໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ພ້ອມດ້ວຍຜູ້ຕ່າງໜ້າຈາກ ກົມສົ່ງເສີມການລົງທຶນ,…Read more
ກອງປະຊຸມປຶກສາຫາລືຂະແໜງການບໍລິການທົ່ວໄປ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ

ກອງປະຊຸມປຶກສາຫາລືຂະແໜງການບໍລິການທົ່ວໄປ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ

ກອງປະຊຸມປຶກສາຫາລືຂະແໜງການບໍລິການທົ່ວໄປ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ, ໃນວັນທີ 03 ກັນຍາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ,…Read more

Enter your keyword