ມອບນ້ຳດື່ມຊ່ວຍຜູ້ປະສົບໄພນ້ຳຖ້ວມແຂວງ ຫຼວງນ້ຳທາ ຈຳນວນ 1,100 ແພັກ ມູນຄ່າ 55,000,000 ກີບ

ມອບນ້ຳດື່ມຊ່ວຍຜູ້ປະສົບໄພນ້ຳຖ້ວມແຂວງ ຫຼວງນ້ຳທາ ຈຳນວນ 1,100 ແພັກ ມູນຄ່າ 55,000,000 ກີບ

ໃນນາມ Platform Made in Laos ຂອງສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບໍລິສັດ ນ້ຳດື່ມ ມິນີໂຣ (Mineral) ຮ່ວມກັບ ບໍລິສັດທາງລົດໄຟລາວ-ຈີນ

ພ້ອມດ້ວຍ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນ້ຳທາ ໄດ້ມອບນ້ຳດື່ມຊ່ວຍຜູ້ປະສົບໄພນ້ຳຖ້ວມແຂວງ ຫຼວງນ້ຳທາ ຈຳນວນ 1,100 ແພັກ ມູນຄ່າ 55,000,000 ກີບ ໃນວັນທີ 14 ກັນຍາ 2024, ເນື່ອງຈາກ ພື້ນທີ່ດັ່ງກ່າວໄດ້ຮັບຜົນກະທົບຈາກສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ລະດັບນໍ້າເພີ່ມສູງຂຶ້ນຢ່າງໄວວາ ແລະ ໄຫຼເຂົ້າຖ້ວມເຮືອນຊານ ລວມເຖິງ ເນື້ອທີ່ທຳການຜະລິດ, ສັດລ້ຽງ ແລະ ຊັບສິນ ຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ, ແລະ ຂໍສົ່ງກໍາລັງໃຈແກ່ປະຊາຊົນຜູ້ປະສົບອຸທົກກະໄພ ລວມເຖິງ ເຈົ້າຫນ້າທີ່ທຸກພາກສ່ວນ ຜູ້ປະຕິບັດງານໃນພື້ນທີ່ ໃຫ້ກ້າວຜ່ານວິກິດທີ່ຫຍຸ້ງຍາກໃນຄັ້ງນີ້ ຢ່າງເຂັ້ມແຂງ ແລະ ສາມາດກັບມາດໍາລົງຊີວິດຕາມປົກກະຕິໄດ້ໂດຍໄວ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword