ກອງປະຊຸມ ປຶກສາຫາລື, ເຜີຍແຜ່ ກ່ຽວກັບການຈັດຕັ້ງປະຕິບັດຕາມ ແຈ້ງການ ການກຳນົດ ແລະ ດຳເນີນເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານ ແລະ ນະໂຍບາຍອື່ນໆ

ໃຫ້ແກ່ຜູ້ອອກແຮງງານ ຢູ່ ສປປ ລາວ, ໃນວັນທີ 19 ກັນຍາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ,
ໂດຍການເປັນ ປະທານຂອງ ທ່ານ ວັນທອງ ສິດທິກຸນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ທ່ານ ພົງສະຫວັນ ໄຊໂກສີ, ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ໃນນີ້ໄດ້ມີຜູ້ເຂົ້າຮ່ວມຕາງໜ້າຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະພາການຄ້າຕ່າງປະເທດປະຈໍາລາວ, ສະມາຊິກ VVIP ແລະ VIP, ກູ່ມ ສະມາຄົມທຸລະກິດ ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງ ທີ່ໄດ້ເຂົ້າຮ່ວມໃນທີ່ຫ້ອງປະຊຸມ ແລະ ຜ່ານທາງ ອອນລາຍ ທັງໝົດເປັນຈໍານວນ 55 ທ່ານ (ຍິງ 23 ທ່ານ).
ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອນຳສະເໜີກ່ຽວກັບເນື້ອໃນ, ຈຸດປະສົ່ງຂອງ “ແຈ້ງການ ສະບັບເລກທີ 2721/ຮສສ, ລັງວົນທີ 13 / 08 / 2024 ວ່າດ້ວຍ ການກຳນົດ ແລະ ດຳເນີນເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານ ແລະ ນະໂຍບາຍອື່ນໆ ໃຫ້ແກ່ຜູ້ອອກແຮງງານ ຢູ່ ສປປ ລາວ” ໃຫ້ມີຄວາມເຂົ້າໃຈ ເປັນເອກະພາບກັນ ໃນການກຳນົດ ແລະ ເບີກຈ່າຍເງິນເດືອນ ຫຼື ຄ່າແຮງງານ ແລະ ນະໂຍຍາຍອື່ນໆ ໃຫ້ແກ່ຜູ້ອອກແຮງງານທຸກຫົວໜ່ວຍແຮງງານ. ແນ່ໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ເຊິ່ງແຈ້ງການດັ່ງກ່າວແມ່ນໄດ້ຜັນຂະຫຍາຍຈາກ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ, ສະບັບເລກທີ 10/ນຍ, ລົງວັນທີ 14 / 07 / 2024.
ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍ ໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.
ความรู้สึกทั้งหมด

6

Related Posts

ກອງປະຊຸມ ໜ່ວຍງານປຶກສາຫາລື ພາກທຸລະກິດຂະແໜງການ ທ່ອງທ່ຽວ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ

ກອງປະຊຸມ ໜ່ວຍງານປຶກສາຫາລື ພາກທຸລະກິດຂະແໜງການ ທ່ອງທ່ຽວ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ

ກອງປະຊຸມ ໜ່ວຍງານປຶກສາຫາລື ພາກທຸລະກິດຂະແໜງການ ທ່ອງທ່ຽວ ພາຍໃຕ້ກົນໄກກອງປະຊຸມ ທຸລະກິດລາວ, ໃນວັນທີ 17 ກັນຍາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ,…Read more
ສຄອຊ ໃນນາມປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ໄດ້ກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 ໃນວັນທີ 8-11 ຕຸລາ 2024 ນີ້

ສຄອຊ ໃນນາມປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ໄດ້ກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024 ໃນວັນທີ 8-11 ຕຸລາ 2024 ນີ້

ພິທີຖະແຫລງຂ່າວ ງານກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2024ໃນວັນທີ 20 ກັນຍາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more
ກູ່ມບໍລິສັດ VK ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນທັງຫມົດ 654,423,000 ກີບ

ກູ່ມບໍລິສັດ VK ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນທັງຫມົດ 654,423,000 ກີບ

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 17 ກັນຍາ 2024 ທີ່…Read more
ໂຮງງານອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ໂຮງງານອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024)ໃນວັນທີ 17 ກັນຍາ 2024, ທີ່ ຫ້ອງການສະພາການຄ້າ…Read more
ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 17 ກັນຍາ 2024 ທີ່…Read more
ບໍລິສັດ TCR Air System Co., Ltd ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນ 120,000,000 ກີບ

Enter your keyword